ສໍາເລັດການວາງລາງລົດໄຟ ແຕ່ນະຄອນຫຼວງ ວຽງຈັນ-ຫຼວງພະບາງ ຍາວ 240 ກິໂລແມັດ

200

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດວາງລາງລົດໄຟ ແຕ່ນະຄອນຫຼວງວຽງຈັນຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ ເຊິ່ງຄາດວ່າການວາງລາງທັງໝົດ ຈະໃຫ້ສຳເລັດໃນເດືອນພຶດສະພາປີ 2021
ຕາມຂ່າວຈາກ CRI ໃຫ້ຮູ້ວ່າ: ໃນວັນທີ 29 ທັນວານີ້ ທີ່ນະຄອນຫຼວງພະບາງໄດ້ມີພິທີສະເຫຼີມສະຫຼອງຜົນການວາງລາງລົດໄຟແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຫຼີຈື້ກົ່ງ ກົງສຸນໃຫຍ່ຈີນປະຈຳ ນະຄອນຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ສຸກັນ ບຸນຍົງ ໄດ້ສະແດງ ຄວາມຊົມເຊີຍຕໍ່ພະນັກງານກໍ່ສ້າງທາງລົດໄຟທຸກໆທ່ານ ທີ່ໄດ້ທຸ່ມເທກໍາລັງເຫື່ອແຮງ ແລະ ສາມາດຍາດໄດ້ຜົນສໍາເລັດດັ່ງກ່າວ. ເສັ້ນທາງລົດໄຟດັ່ງກ່າວ ບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ກໍຄືການແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງຫຼວງພະບາງນໍາອີກ ເຊິ່ງໄດ້ສະແດງບົດບາດ ແລະຄຸນຄ່າທີ່ສໍາຄັນໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດຂອງລາວ ແລະບັນດາປະເທດອ້ອມຂ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງເຮັດໃຫ້ໂຄງສ້າງເສດຖະກິດເຂັ້ມແຂງຂຶ້ນ.

ในภาพอาจจะมี ท้องฟ้า, ภูเขา, ต้นไม้, สถานที่กลางแจ้ง และธรรมชาติ

ທ່ານ ຫຼີຈື້ກົ່ງ ກ່າວວ່າ: ຄຽງຄູ່ກັບບັນດາໂຄງການຮ່ວມມືຂະໜາດໃຫຍ່ລະ ຫວ່າງສອງປະເທດ ເປັນຕົ້ນແມ່ນທາງລົດໄຟລາວ-ຈີນ, ທາງດ່ວນວັງວຽງ-ວຽງຈັນ, ເຂື່ອນໄຟຟ້ານໍ້າອູ ແລະອື່ນໆ ໄດ້ສ້າງສໍາເລັດເປັນກ້າວໆ, ສົ່ງຜົນເຮັດໃຫ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໄດ້ເກີດດອກອອກຜົນຢ່າງງົດງາມ, ການພັດທະນາເສດຖະກິດ-ສັງຄົມໃນເຂດພາກເໜືອຂອງລາວເວົ້າລວມ, ເວົ້າສະເພາະນະຄອນຫຼວງພະບາງກໍຈະໄດ້ຮັບການກະຕຸກຊຸກຍູ້ ແລະ ພັດທະນາຢ່າງແຂງແຮງ ແລະຈະເລີນຮຸ່ງເຮືອງກວ່າເກົ່າ.

ในภาพอาจจะมี ท้องฟ้า, ต้นไม้ และสถานที่กลางแจ้ง

ນັບຕັ້ງແຕ່ໄດ້ເລີ່ມລົງມືວາງລາງລົດໄຟຢູ່ນະຄອນຫຼວງວຽງຈັນໃນວັນທີ 27 ມີນາ ປີ 2020 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສໍາຄັນລະຫວ່າງການນໍາສູງສຸດຂອງສອງພັກ-ລັດ ຢ່າງຕັ້ງໜ້າ ເຊິ່ງໄດ້ເລັ່ງລັດຊຸກຍູ້ການກໍ່ສ້າງໂຄງການ, ເພີ່ມທະວີການກວດກາດ້ານຄຸນນະພາບ ແລະ ຄວາມປອດໄພ, ນອກຈາກນີ້ ຍັງໄດ້ຜ່ານຜ່າຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະສາມາດວາງລາງລົດໄຟຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ.

ຜົນສໍາເລັດດັ່ງກ່າວ ເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການວາງລາງທັງໝົດໃຫ້ສຳເລັດໃນເດືອນພຶດສະພາ ແລະໃຫ້ທັນເປີດນຳໃຊ້ຢ່າງເປັນທາງການ ໃນເດືອນທັນວາ ປີ 2021.