ກຽມລົງມືກໍ່ສ້າງລະບົບນໍ້າປະປາ ເມືອງວຽງຄຳ ແຂວງຫຼວງພະບາງ

292

ພິທີເຊັນສັນຍາ ຢ່າງເປັນທາງການຂອງໂຄງການກໍ່ສ້າງ ລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງວຽງຄຳ ແຂວງຫຼວງພະບາງ, ໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ມີຫົວໜ້າກົມນໍ້າປະປາ, ທ່ານ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ, ຫົວໜ້າກົມກວດກາ, ຫົວໜ້າກົມນິຕິກຳ, ຫ້ອງວ່າການປົກຄອງແຂວງ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທືນ, ຫົວໜ້າບໍລິສັດທີ່ຮັບເໝົາການກໍ່ສ້າງ, ຫົວໜ້າໂຄງການ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຮັບທືນຊ່ວຍເຫຼືອລ້າເພີ່ມ ຈາກທະນາຄານພັດທະນາອາຊີ ADB Grant 0604-Lao, ໃນການຈັດຕັ້ງປະຕິບັດແມ່ນກະຊວງ ຍທຂ, ກົມນໍ້າປະປາ ເປັນຜູ້ຮັບຜິດຊອບ, ຊຶ່ງຫ້ອງການຄະນະປະສານງານໂຄງການ ຈັດຕັ້ງປະຕິບັດກໍານົດເວລາ ໃນການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ວັນທີ 16 ຕຸລາ 2018 – 30 ກັນຍາ 2023 . ມາຮອດປະຈຸບັນສາມາດປະຕິບັດວຽກສໍາເລັດລວມ 45.00 %ຂອງແຜນການລວມ, ສໍາລັບມູນຄ່າຂອງສັນຍາເງິນຊ່ວຍເຫຼືອລ້າເພີ່ມທີ່ໄດ້ເຊັນຄັ້ງວັນທີ 16 ຕຸລາ 2018 ຈໍານວນ 35.930.000 ໂດລາສະຫະລັດ ມີລາຍລະອຽດດັ່ງນີ້: ເງິນກູ້ຢືມຈາກ ADB (ADB Grant 0604-Lao) 30.500.00 ໂດລາສະຫາລັດ, ເງິນສົມທົບຂອງລັດຖະບານ ສປປ ລາວ 3.380.000 ໂດລາສະຫາລັດ, ລັດວິສາຫະກິດນໍ້າປະປາແຂວງ 1.420.000 ໂດລາສະຫາລັດ, ຜູ້ໄດ້ຮັບຜົນປະໂຫຍດປະກອບສ່ວນ 630.000ໂດລາສະຫະລັດ ລວມທັງໝົດ 35.93.000ໂດລາສະຫະລັດ.

ບັນດາກຸ່ມເປົ້າໝາຍຂອງໂຄງການຈັດຕັ້ງປະຕິບັດຢູ່ 4 ແຂວງ ໃນຈໍານວນ 6 ເມືອງຄື: ເມືອງຊໍາເໜືອແຂວງຫົວພັນ ກຳລັງກໍ່ສ້າງ, ເມືອງສົບເບົາ ແຂວງ ຫົວພັນ ກຳລັງກໍ່ສ້າງ, ເມືອງ ລະມາມ ແຂວງ ເຊກອງ ກໍາລັງກໍ່ສ້າງ, ເມືອງ ສາມັກຄີໄຊ ແຂວງ ອັດຕະປື ກໍາລັງກໍ່ສ້າງ, ເມືອງ ວຽງຄໍາ ແຂວງ ຫຼວງພະບາງ ໄດ້ຈັດພິທີເຊັນສັນຍາໃນວັນທີ 30 ທັນວາ 2020 ແລະ ເຂດຈຸດສຸມບ້ານພັດທະນານໍ້າຖ້ວມ ເມືອງ ນໍ້າບາກ ແຂວງ ຫຼວງພະບາງ ສໍາເລັດການເປີດຊອງປະມູນ, ກໍາລັງປະເມີນຜົນເອກະສານປະມູນ, ຄາດວ່າຈະໄດ້ເຊັນສັນຍາໃນໄຕມາດ 1 ປີ 2021.

ສໍາລັບຂໍ້ມູນໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງ ວຽງຄໍາ ແຂວງ ຫຼວງພະບາງ ຈະໄດ້ເລີ່ມລົງມືການກໍ່ສ້າງໃນວັນທີ 29 ມັງກອນ 2021 ຄາດຄະເນໃຫ້ສໍາເລັດ 100% ຕາມແຜນການແມ່ນວັນທີ 29 ກໍລະກົດ 2022 ມີມູນຄ່າການກໍ່ສ້າງທັງໝົດ 14,1ຕື້ກວ່າກີບ (ໃນນີ້ບໍ່ລວມພາສີ-ອາກອນນໍາເຂົ້າ ແຕ່ລວມພາສີມູນຄ່າເພີ່ມ 10%), ສໍາລັບບໍລິສັດທີ່ຮັບ ເໝົາການກໍ່ສ້າງແມ່ນບໍລິສັດ ສະເປັກໄອລາວ ຈໍາກັດຜູ້ດຽວ ແລະ ບໍລິສັດ ພາວເວີໄຊນາຄຸນມິງ ເອັນຈີເນຍຣິງ ຄັອບໂປເລເຊິນ ຈໍາກັດ.

ສໍາລັບຈໍານວນບ້ານເປົ້າໝາຍຂອງໂຄງການກໍ່ສ້າງມີທັງໝົດ 7 ບ້ານ, ມີປະຊາກອນທັງໝົດ 3.528 ຄົນ, 681 ຄົວເຮືອນ, ກໍາລັງການຜະລິດຂອງໂຮງງານນໍ້າປະປາແມ່ນ 1.000 ແມັດກ້ອນ/ມື້.

ແຫຼ່ງທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ