ແຂວງໄຊສົມບູນ ປຶກສາຫາລືກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ

233

ໃນຕອນເຊົ້າຂອງວັນທີ 29 ທັນວາຜ່ານມາ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ ຢູ່ 2 ເມືອງ ຄື: ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໂດຍການເປັນປະທານ ຂອງທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ.

ในภาพอาจจะมี 1 คน, กำลังนั่ง
ທ່ານ ທອງດໍາ ຂຸນອຸດົມ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເລຂາຊ່ວຍວຽກ ກໍານົດທີ່ດິນເຂດອຸດສາຫະກໍາ ຢູ່ 2 ເມືອງ ຂອງແຂວງໄຊສົມບູນ ຄື: ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ, ຜ່ານແຜນການລົງເຄື່ອນໄຫວ ແລະ ແຜນງົບປະມານຮັບໃຊ້ ຈາກນັ້ນ ຜູ່ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນ ປະກອບຄໍາຄິດ-ຄໍາເຫັນ ໃສ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ບັນດາແຜນການເຄື່ອນໄຫວ ແລະ ແຜນງົບປະມານຮັບໃຊ້ ເພື່ອເຮັດໃຫ້ບັນດາເອກະສານ ດັ່ງກ່າວນັ້ນ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.
ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກັນ ກ່ຽວກັບການກໍານົດນະໂຍບາຍ ແລະ ຄ່າຊົດເຊີຍອື່ນໆ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.

ในภาพอาจจะมี 7 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ການປຶກສາຫາລືຄັ້ງນີ້ກໍເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການກໍານົດເຂດເພື່ອສ້າງພື້ນຖານໂຄງລ່າງດ້ານອຸດສາຫະກໍາ, ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ສໍາລັບການດຶງດູດ ແລະ ຮອງຮັບເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຢູ່ແຂວງໄຊສົມບູນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.