ເມືອງເຊບັ້ງໄຟປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ສິດນຳໃຊ້ທີ່ດິນ

348

ເມື່ອບໍ່ດົນມານີ້ ຢູ່ສະໂມສອນ ບ້ານ ຖໍ້າລາຍ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ ໄດ້ເປີດກອງປະຊຸມເຄື່ອນໄຫວ ປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ ສິດນຳໃຊ້ທີ່ດິນ ຕາມປະເພດດິນຂອງປະຊາຊົນ ທີ່ອາໄສຢູ່ໃນເຂດ 3 ປະເພດປ່າ ເມືອງ ເຊບັ້ງໄຟ ຄື : ບ້ານກົກຕ້ອງ ແລະ ບ້ານ ຖໍ້າລາຍ ເຊິ່ງໄດ້ເລີ່ມ ສຳຫຼວດແຕ່ວັນທີ 23 ພະຈິກ ຫາ 22 ທັນວາ 2020.

ໃນພິທີ ທ່ານ ສີໄຄ ສີຫາວົງ ຮອງຫົວໜ້າໜ່ວຍງານຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາປະເມີນຜົນ ໂຄງການທົດລອງການຮັບຮູ້ ສິດນຳໃຊ້ທີ່ດິນ ຕາມປະເພດດິນຂອງປະຊາຊົນທີ່ອາໄສຢູ່ໃນເຂດ 3 ປະເພດປ່າ ເມືອງ ເຊບັ້ງໄຟ ຄື : ບ້ານກົກຕ້ອງ ແລະ ບ້ານ ຖໍ້າລາຍ .

ในภาพอาจจะมี 6 คน, ผู้คนกำลังนั่ง

ຈຸດປະສົງກໍເພື່ອ ສຳຫຼວດ-ວັດແທກ ເກັບກຳຂໍ້ມູນຕອນດິນ, ສ້າງແຜນທີ່ຕາດິນ ສອບຖາມສິດ ແລະ ອອກໃບຢັ້ງຢືນການສຳຫຼວດ-ວັດແທກ ໃຫ້ແກ່ປະຊາຊົນທີ່ຄຸ້ມຄອງນຳໃຊ້ທີ່ດິນຕາມປະເພນີ ເຂດບ້ານກົກຕ້ອງ ແລະ ບ້ານຖໍ້າລາຍ ທີ່ນອນຢູ່ໃນເຂດປ່າຜະລິດແຫ່ງຊາດ ດົງພູຊອຍ ເພື່ອເປັນຂໍ້ມູນ ໃນການຂຶ້ນທະບຽນທີ່ດິນ ອອກໃບຕາດິນ ໃນເຂດ 3 ປະເພດປ່າ.

ບ້ານ ຖໍ້າລາຍ ມີເນື້ອທີ່ດິນຄຸ້ມຄອງທັງໝົດ 1.748, 62 ເຮັກຕາ ແລະ ໄດ້ຈັດແບ່ງປະເພດການນຳໃຊ້ທີ່ດິນ ເປັນ 8 ປະເພດ; ບ້ານກົກຕ້ອງ ມີເນື້ອທີ່ຄຸ້ມຄອງດິນທັງໝົດ 5.205, 90 ເຮັກຕາ ໄດ້ຈັດແບ່ງປະເພດການນຳໃຊ້ທີ່ດິນເປັນ 8 ປະເພດ. ຈາກນັ້ນ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍຍັງໄດ້ຜັດປ່ຽນກັນປະກອບຄຳເຫັນ ເພື່ອແລກປ່ຽນດ້ວຍຄວາມເປັນເອກະພາບເຊິ່ງກັນແລະກັນ, ຈາກນັ້ນ ຍັງໄດ້ມອບໃບຢັ້ງຢືນການສຳຫຼວດ-ວັດແທກດິນ ທັງສອງບ້ານ ຈຳນວນ 81 ຕອນ.

ในภาพอาจจะมี 6 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງໆເຊບັ້ງໄຟ ໄດ້ມີຄຳເຫັນຊີ້ນຳ ເຊິ່ງກ່ອນອື່ນທ່ານກໍຍ້ອງຍໍຊົມເຊີຍ ບັນດາທ່ານ ທີ່ເອົາໃຈໃສ່ປະຕິບັດຕໍ່ໜ້າທີ່ວຽກງານໃນຄັ້ງນີ້ ແລະ ໄດ້ເນັ້ນໃຫ້ ພໍ່-ແມ່ປະຊາຊົນ ທັງສອງບ້ານ ໃຫ້ຄວາມສະດວກ ແລະ ຄວາມຮ່ວມມືໃນການໃນການສຳຫຼວດຄັ້ງນີ້ເພື່ອໃຫ້ລຳເລັດຕາມລະດັບຄາດໝາຍ.