ພະແນກ ອຄ ແຂວງສະຫວັນນະເຂດມອບໃບຍ້ອງຍໍ ໃຫ້ບໍລິສັດທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງ

185

ໃນຕອນເຊົ້າຂອງວັນທີ 24 ທັນວາ 2020 ນີ້, ພະແນກອຸດສາຫະກໍາ ແລະການຄ້າ ແຂວງ (ອຄ) ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງພາຍໃນ ແລະຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ກໍາມະການພັກແຂວງ ຫົວໜ້າພະແນກ ອຄ ແຂວງ, ມີບັນ ດາຕົວແທນຈາກບໍລິສັດທີ່ໄດ້ຮັບການຍ້ອງຍໍ ແລະພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂພສີສ້ອຍ ກຸທິລາດ ກໍໄດ້ເປັນຕົວແທນໃຫ້ແກ່ການນໍາຂອງແຂວງສະຫວັນນະເຂດ ກ່າວ ຍ້ອງຍໍຊົມເຊີຍ ພ້ອມທັງສະແດງຄວາມຂອບໃຈທີ່ 2 ບໍລິສັດ ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານ ເຊິ່ງມີບໍລິສັດຮຸ່ງອາລຸນໂລຈິສຕິກ ຈໍາກັດຜູ້ດຽວ, ບໍລິສັດບໍລິການຂົນສົ່ງພາຍໃນ ແລະຕ່າງປະເທດທີ່ໄດ້ປະກອບສ່ວນໃນການຈັດສົ່ງ ສິນຄ້າຈາກຜູ້ບໍລິຈາກທັງພາຍໃນ ແລະຕ່າງປະເທດນໍາໄປ ມອບໃຫ້ຜູ້ປະສົບໄພນໍ້າຖ້ວມ ພາຍໃນແຂວງສະຫວັນນະເຂດໃນຜ່ານມານີ້.

ในภาพอาจจะมี 4 คน, ผู้คนกำลังยืน
ພິເສດໃນໄລຍະ ທີ່ພະຍາດໂຄວິດ-19 ລະບາດໜັກ ແລະມີຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ໂດຍບໍ່ໃຫ້ປະຊາຊົນສັນຈອນລະຫວ່າງແຂວງຕໍ່ແຂວງ, ບໍລິສັດຮຸ່ງອາລຸນ ໄດ້ອາສາໃນການນໍາສົ່ງຕົວຢ່າງເລືອດຂອງຜູ້ທີ່ມີອາການສ່ຽງເປັນພະຍາດໂຄວິດ-19 ສົ່ງຂຶ້ນໄປກວດຢູ່ກະຊວງສາທາລະນະສຸກ.

ຈາກນັ້ນ, ກໍໄດ້ມີການມອບໃບຍ້ອງຍໍໃຫ້ທັງ 2 ບໍລິສັດ ໃຫ້ກຽດມອບໂດຍທ່ານ ໂພສີສ້ອຍ ກຸທິລາດຢ່າງສົມກຽດ.