ບົດຮຽນຂອງຄົນເກັ່ງ ຈົບອັກສອນສາດ ໃບປະກາດແດງ ມຊ

344

ເວົ້າເຖິງການຮຽນໃຜໆກໍຢາກຮຽນເກັ່ງ ແຕ່ເສັ້ນທາງສູ່ເປົ້າໝາຍການເປັນນັກຮຽນເກັ່ງກໍມີຫຼາຍສິ່ງກ່ຽວຂ້ອງ ເໝືອນເປັນບົດທົດສອບແຫ່ງຄວາມສໍາເລັດ ແລະ ແນ່ນອນຄວາມກ່ຽວພັນອັນທໍາອິດທີ່ໃຜໆລ້ວນຮູ້ດີນັ້ນກໍຄື: ພອນສະຫວັນ (ເກັ່ງໂດຍກໍາເນີດ) ແລະ ພອນສະແຫວງ (ເກັ່ງໄດ້ເພາະຄວາມພະຍາຍາມ).

ຜ່ານມາຫຼາຍໆຄົນກໍບອກວ່າ: ວິທີການຮຽນ ແລະ ການບໍລິຫານເວລາ ມີຄວາມສໍາຄັນຫຼາຍ ຕໍ່ການຮຽນຮູ້ ແລະ ການພັດທະນາຕົນເອງ ທັງເປັນແມ່ແບບສົ່ງຜົນເຖິງການດໍາລົງຊີວິດ ກໍຄືການປະກອບອາຊີບໃນອະນາຄົດ. ແນວໃດກໍຕາມມື້ນີ້ເຮົາມາທໍາຄວາມຮູ້ຈັກ ແລະ ເບິ່ງບົດຮຽນຂອງຍິງສາວນັກສຶກສາຄົນນີ້ກັນດີກວ່າ ເຂົາມີແບບແຜນ ຫຼື ວິທີການຮຽນແນວໃດຈິ່ງໄດ້ຮັບໃບປະກາດກຽດນິຍົມໃນລະດັບມະຫາວິທະໄລ.

ນາງ ລັດຕະນາ ກົມມະລີ ເປັນນັກສຶກສາຈົບຈາກຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ສາຂາ ພາສາອັງກິດ ເປັນນັກສຶກສາທີ່ໄດ້ຮັບໃບປະກາດກຽດນິຍົມ (ໃບປະກາດແດງ) ເຜີຍວິທີໃນການສຶກສາໃນຮົ້ວມະຫາວິທະຍາໄລຂອງຕົນວ່າ: ເຮັດແນວໃດກ່ອນໄດ້ໃບປະກາດແດງນັ້ນກ່ອນອື່ນໝົດ ແມ່ນການໄປໂຮງຮຽນທຸກມື້ເພາະການໄປໂຮງຮຽນຈະຊ່ວຍເຮົາໄດ້ຮຽນຮູ້ຫຼາຍຢ່າງ, ຖ້າບໍ່ມີວຽກຈຳເປັນແທ້ໆເຮົາກໍບໍ່ຂາດໂຮງຮຽນ ແນ່ນອນວ່າການທີ່ຈະໄດ້ໃບປະກາດແດງແມ່ນບໍ່ສະເພາະແຕ່ການຮຽນໄດ້ຄະແນນສູງໃນເວລາເສັງ ຫຼື ໄປໂຮງຮຽນທຸກໆມື້ເທົ່ານັ້ນ, ຍັງຕ້ອງໄດ້ມີສ່ວນຮ່ວມກັບກິດຈະກຳໃນຫ້ອງຮຽນ ແລະ ຕອບຄຳຖາມເມື່ອຄູອາຈານໃຫ້ຄຳຖາມເພື່ອເກັບຄະແນນໃນການມີສ່ວນຮ່ວມ ແລະ ຄະແນນການເຂົ້າໂຮງຮຽນ.

ในภาพอาจจะมี 1 คน, กำลังยืน และสถานที่กลางแจ้ง

ນອກນັ້ນນ້ອງຍັງເປັນຄົນມັກສະແດງຄວາມຄິດເຫັນ, ມີການສົນທະນາໂອ້ລົມນຳຄູອາຈານ ເມື່ອມີສິ່ງໃດທີ່ຕົນເອງບໍ່ເຂົ້າໃຈກໍຈະມັກຖາມ ແລະ ຮຽນຮູ້ສິ່ງໃໝ່ໆ. ເວລາຮຽນມັກຈະມີສ່ວນຮ່ວມໃນການຖາມ ແລະ ຕອບເຖິງແມ່ນວ່າຄຳຕອບທີ່ເຮົາຕອບໄປນັ້ນຈະຜິດກໍຕາມ ເຮົາກໍຈະຕອບໄປກ່ອນເພາະຈະເປັນການສະແດງຄວາມສາມາດທັງເປັນບົດຮຽນໃຫ້ກັບຕົນເອງໄປນໍາ. ຫຼັງຈາກຮຽນແລ້ວກໍຈະສະຫຼຸບວ່າເຮົາໄດ້ຮຽນຫຍັງແດ່ໃນມື້ນີ້ ແລະ ຖ້າມີວຽກບ້ານແມ່ນຮີບເຮັດທັນທີເພື່ອບໍ່ໃຫ້ລືມ. ນອກຈາກນັ້ນໃກ້ມື້ສອບເສັງກໍຈະມັກສະຫຼຸບບົດຮຽນອີກພ້ອມປະເມີນວ່າ ອາຈານຈະອອກບົດໃດຫາບົດໃດ ຫຼັງຈາກນັ້ນກໍມາອ່ານທໍາຄວາມເຂົ້າໃຈໃຫ້ຫຼາຍທີ່ສຸດ.

ຄຽງຄູ່ກັບວິທີຂອງການຮຽນແລ້ວນ້ອງກໍເປັນຜູ້ໜຶ່ງທີ່ມັກເຮັດວຽກງານອາສາສະໝັກຮັບໃຊ້ຢູ່ໃນສັງຄົມໂດຍໃນປີ 2019 ໄດ້ເຮັດວຽກເປັນ LO ຫຼື ອາສາສະໝັກ ຮັບໃຊ້ງານແລກປ່ຽນວັດທະນະທຳຂອງຊາວໜຸ່ມອາຊຽນຢູ່ ມຊ ແລະ ປີ 2018 ໄດ້ໄປຮ່ວມແລກປ່ຽນໂຄງການຊາວໜຸ່ມຢູ່ປະເທດສິງກະໂປ ແລະ ໂຄງການຕ່າງໆຢູ່ໃນພາຍປະເທດ.