Monthly Archives: January, 2021

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ສະພາບທົ່ວໂລກຍັງໜ້າຫ່ວງ

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອຍັງຢູ່ທີ່ 44 ກໍລະນີ, ສ່ວນຄົນຜູ້ຕິດເຊື້ອນໍ້າເບີ 42, ​43 ແລະ 44 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ຂະນະດຽວກັນ ສະພາບການທົ່ວໂລກກັບນັວໜັກໜ່ວງ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 101ລ້ານກວ່າຄົນ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ...

ເອເອັຟຊີ ປະກາດຍົກເລີກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຢູ 16 ແລະ ຢູ 19

ສະຫະພັນບານເຕະອາຊີ ( AFC ) ປະກາດຢ່າງເປັນທາງການ ເມື່ອວັນທີ 25 ມັງກອນ 2021 ວ່າ: ຍົກເລີກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ( AFC U-16 Championship Bahrain 2020 ) ແລະ ຮຸ່ນອາຍຸບໍ່ເກີນ...

ປາກຽວ ໄດ້ຄູ່ຊົກປີ 2021 ເປັນຮຸ່ນນ້ອງອາຍຸນ້ອຍກວ່າ 20 ປີ

ສື່ຕ່າງປະເທດລາຍງານເມື່ອວັນທີ 26 ມັງກອນ 2021 ວ່າ: ແມນນີ ປາກຽວ ນັກມວຍຊາວຟິລິບປິນ ກຽມຂຶ້ນຊົກກັບ ໄຣອັນ ກາເຊຍ ເຈົ້າຂອງແຊັມສະພາມວຍໂລກ ( WBC ) ໃນປີ 2021 ເປັນທີ່ຮຽບຮ້ອຍແລ້ວ. ຂະນະທີ່ ກາເຊຍ ໂພສຮູບລົງອິນສະຕຣາແກຣມ ພ້ອມທັງຢືນຢັນ ຈະໄດ້ຊົກກັບ ປາກຽວ ໃນປີນີ້ແນ່ນອນ...

ການສ້ອມແປງເສັ້ນທາງ PR 6308 ຄືບໜ້າແລ້ວ 75% ຄາດຈະໃຫ້ສໍາເລັດ ຕົ້ນເດືອນກຸມພານີ້

ໃນວັນທີ 22 ມັງກອນ 2021 ທີ່ຜ່ານມາ, ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະ, ພ້ອມບັນດາຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ ພະນັກງານວິຊາການກ່ຽວຂ້ອງ, ລົງຕິດຕາມກວດກາໂຄງການສ້ອອມແປງເສັ້ນທາງ PR 6308 ແຕ່ທາງແຍກເສັ້ນທາງ ເລກທີ 13 ໃຕ້ ບ້ານມະນີລາດ ເມືອງໄຊບູລີ ຫາ ຊາຍແດນເມືອງອາດສະພອນແຂວງສະຫວັນນະເຂດ. ໃນໂອກາດດັ່ງກ່າວ...

ເຊັນສັນຍາຮ່ວມມືດ້ານວິຊາການ ວຽກງານຄວາມປອດໄພແຮງງານ

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ເຊັນສັນຍາກັບບໍລິສັດເອັສເອັສ ອິນເຕີເນຊັນແນວ ຈໍາກັດຜູ້ດຽວ ເພື່ອສົ່ງເສີມການມີສ່ວນຮ່ວມນໍາກັນ ເຂົ້າໃນການພັດທະນາວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ ສປປ ລາວ. ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ໄດ້ຈັດພິທີເຊັນສັນຍາການຮ່ວມມືດ້ານວິຊາການວຽກງານ ຄວາມປອດໄພແຮງງານ ລະຫວ່າງ ບໍລິສັດ ເອັສເອັສ...

ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະກວດໂຄວິດ-19 ໄດ້ແລ້ວ

ປະຊາຊົນແຂວງສະຫວັນນະເຂດທີ່ມີບັນຫາກ່ຽວກັບໝາກໄຂ່ຫຼັງຈະໄດ້ອຸ່ນໃຈ ແລະມີຄວາມຫວັງເພີ່ມ ພາຍຫຼັງທີ່ໃນອາທິດແລ້ວນີ້ໂຮງໝໍແຂວງສະຫວັນນະເຂດ ໄດ້ເປີດການບໍລິການ ດ້ານວິຊາການກ່ຽວກັບການ ປິ່ນປົວພະຍາດທາງລະບົບຖ່າຍເທ,ໂດຍສະເພາະແມ່ນ ການປິ່ນປົວໄຂ່ຫລັງ ຊຶ່ງແມ່ນ ການບໍລິການແພດພາຍໃນ ໂດຍສະເພາະແມ່ນໄຂ່ຫລັງ ອັກເສບ ແລະກຸ່ມພະຍາດທາງ ໄຂ່ຫລັງຫລືການປິ່ນປົວດ້ວຍ ການຜ່າຕັດ (ໜິ້ວ). ທັງນີ້ພາຍ ຫລັງຄົນເຈັບທີ່ບົ່ງມະຕິເປັນ ໄຂ່ຫລັງຊຸດໂຊມໄລຍະສຸດ ທ້າຍຂັ້ນສີ່ ແລະຂັ້ນຫ້າ ເພື່ອໃຫ້ເຂົາເຈົ້າສາມາດດໍາລົງຊີວິດຕໍ່ ໄປໄດ້, ຊຶ່ງຕາມຫລັກການແລ້ວ ແມ່ນຕ້ອງໄດ້ປູກຖ່າຍໄຂ່ຫລັງ, ແຕ່ຖ້າເງື່ອນໄຂດັ່ງກ່າວນັ້ນ...

ສາລະວັນ ອະຄາເດມີ ໄປບໍ່ເຖິງຝັນຈອດຮອບ 8 ທີມບານເຕະຊີງຂັນ ສຕລ ທີ່ຈໍາປາສັກ

ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ເສຍໃຫ້ກັບ BT.Vapi ໄປຫວຸດຫວິດ 1-2 ເຮັດໃຫ້ຢຸດທີ່ຮອບ 8 ທີມສຸດທ້າຍໄປຢ່າງໜ້າເສຍດາຍ ໃນການແຂ່ງຂັນບານເຕະຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 26 ມັງກອນ 2021. ທີມບານເຕະ ສາລະວັນ...

ຮອງນາຍົກ ນຳທີມແພດໝໍ ສັກວັກແຊັງປ້ອງກັນໂຄວິດ-19 ໂດຍຄາດໝົດປີ ຈະສັກໃຫ້ປະຊາຊົນທົ່ວໄປໃຫ້ໄດ້1,5 ລ້ານຄົນ(ມີວິດີໂອ)

ໃນວັນທີ 27 ມັງກອນ 2021 ທີ່ໂຮງໝໍ ມິດຕະພາບ ໄດ້ຈັດພິທີການສັກວັກແຊັງຫລືວັກຊີນກັນໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ເປັນກຸ່ມສ່ຽຽງສູງ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ; ມີອໍານວຍການ, ຮອງອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍພະນັກງານແພດໝໍຜູ້ທີ່ຈະເຂົ້າຮັບການສັກວັກຊີນ ແລະ...

ໂຕເລກໜ້າເສົ້າ, ປີ 2020 ມີຄົນຕົກງານຫຼາຍເຖິງ 255 ລ້ານຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການແຮງງານລະຫວ່າງປະເທດ (ILO) ເຊິ່ງເປັນອົງກອນໜຶ່ງຂອງ ສະຫະປະຊາຊາດເປີດເຜີຍວ່າ: ປີ 2020 ຜ່ານມາມີຄົນຕົກງານຫຼາຍເຖິງ 255 ລ້ານຄົນ. ນອກຈາກນີ້ ຜົນການສຳຫຼວດຂອງ ILO ຍັງພົບວ່າ ສັດສ່ວນຂອງການເຮັດວຽກເຕັມເວລາທົ່ວໂລກຫຼຸດລົງເຖິງ 8,8% ໃນປີ 2020 ເມື່ອທຽບກັບປີ 2019 ແລະ ເມື່ອທຽບກັບຕົວເລກຂອງການສູນເສຍຊົ່ວໂມງເຮັດວຽກຈາກວິກິດເສດຖະກິດໃນປີ 2009 ກໍສູງກວ່າເກືອບ...

ໄອເອັມເອຟ ເພີ່ມໂຕເລກຄາດການເສດຖະກິດໂລກປີ 2021

ກອງທຶນການເງິນສາກົນ (IMF) ຄາດການວ່າ ເສດຖະກິດໂລກຫົດຕົວ 3,5% ໃນປີ 2020 ເຊິ່ງດີກວ່າຕົວເລກຄາດການໃນເດືອນຕຸລາ 2020 ທີ່ຄາດວ່າ ເສດຖະກິດໂລກຈະຫົດຕົວ 4,4%, ພ້ອມທັງຄາດການວ່າ ເສດຖະກິດໂລກປີ 2021 ຈະຂະຫຍາຍຕົວ 5,5% ເຊິ່ງດີກວ່າຕົວເລກທີ່ຄາດການໄວ້ກ່ອນໜ້ານີ້ທີ່ຄາດວ່າຈະຂະຫຍາຍຕົວ 5,2% ແລະ 4,2% ໃນປີ 2022. ໄອເອັມເອຟລະບຸວ່າ: ການທີ່ຫຼາຍປະເທດອະນຸມັດນຳໃຊ້ວັກແຊັງ...
- Advertisment -
Slide
Slide

Most Read

error: Content is protected !!