ຮອງນາຍົກ ນຳທີມແພດໝໍ ສັກວັກແຊັງປ້ອງກັນໂຄວິດ-19 ໂດຍຄາດໝົດປີ ຈະສັກໃຫ້ປະຊາຊົນທົ່ວໄປໃຫ້ໄດ້1,5 ລ້ານຄົນ(ມີວິດີໂອ)

183

ໃນວັນທີ 27 ມັງກອນ 2021 ທີ່ໂຮງໝໍ ມິດຕະພາບ ໄດ້ຈັດພິທີການສັກວັກແຊັງຫລືວັກຊີນກັນໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ເປັນກຸ່ມສ່ຽຽງສູງ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ; ມີອໍານວຍການ, ຮອງອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍພະນັກງານແພດໝໍຜູ້ທີ່ຈະເຂົ້າຮັບການສັກວັກຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກແຊັງທີ່ໃຊ້ສັກໃນມື້ນີ້ກໍແມ່ນວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນຈຳນວນ 2.000 ໂດສ໌ ຊື່ວັກແຊັງ Vero cell ຈາກບໍລິສັດ Sinopharm.

ໃນມື້ນີ້ເພື່ອນໍາໃຊ້ວັກແຊັງທີ່ມີໃຫ້ເກີດປະໂຫຍດອັນສູງສຸດກັບແພດໝໍທີ່ມີຄວາມສ່ຽງສູງ ຈຶ່ງໄດ້ຈັດຕັ້ງການສັກຂຶ້ນຢູ່ໃນສະຖານທີ່ແຫ່ງນີ້. ຄາດວ່າປີທຳອິດ 2021 ນີ້ ສປປລາວເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ຄາດວ່າເດືອນມີນາ ວັກແຊັງກໍຈະເຂົ້າມາເຖິງລາວເຮົາ ແລະ ກໍຈະມີທະຍອຍເຂົ້າມາເລື້ອຍໆ ຮອດປີ 2023 ຈະໃຫ້ກວມໄດ້ 70%. ທັ້ງນີ້, ຄາດຄະເນຄວາມຕ້ອງການຊື້ວັກຊີນ ແລະ ງົບປະມານໃນການຈັດຕັ້ງປະຕິບັດແຕ່ ປີ 2021 ຫາ 2023 ຕົກຢູ່ປະມານ 174,726,826 ໂດລາສະຫະລັດ ກວມເອົາ 70% ຂອງປະຊາກອນ.

ໂອກາດດັ່ງກ່າວ ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ໂອ້ລົມຕໍ່ພະນັກງານແພດໝໍ ໂດຍມີບາງຕອນກ່າວວ່າ: ຂໍຊົມເຊີຍພະນັກງານແພດໝໍ ທີ່ມີຄວາມຕັ້ງໃຈສູງໃນການເປັນນັກຮົບເສື້ອຂາວ ຕໍ່ສູ້ກັບໂຄວິດ-19 ໂດຍບໍ່ມີພູມຄູ້ມກັນ ແຕ່ກໍເຮັດໜ້າທີ່ຢ່າງເຕັມທີ່, ເຖິງແມ່ນວ່າປະເທດເຮົາບໍ່ມີການລະບາດຮຸນແຮງແຕ່ກໍ່ມີການປ້ອງກັນໄດ້ດີຕະຫຼອດມາ ແຕ່ບໍ່ແມ່ນເຮັດພຽງເທົ່ານີ້ ພວກເຮົາຍັງຕ້ອງສືບຕໍ່ເຮັດໜ້າທີ່ນີ້ອີກຍາວນານ.

ແນວໃດກໍຕາມ ພັກ-ລັດ ຍາມໃດກໍ່ຊອກທຸກສິ່ງທຸກຢ່າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍ ໃຫ້ມີຄວາມໝັ້ນໃຈໃນການຈະປິ່ນປົວຄົນເຈັບ ໂດຍໄດ້ເອົາໃຈໃສ່ພະຍາຍາມຕື່ມ ໃນການມອບນະໂຍບາຍໃຫ້ທົ່ວເຖິງທັງຢູ່ສູນກາງ ແລະ ທ້ອງຖິ່ນ ແຕ່ກໍຕ້ອງຄ່ອຍເປັນໄປຕາມຂັ້ນຕອນ.

ວີດີໂອ