ການສ້ອມແປງເສັ້ນທາງ PR 6308 ຄືບໜ້າແລ້ວ 75% ຄາດຈະໃຫ້ສໍາເລັດ ຕົ້ນເດືອນກຸມພານີ້

129

ໃນວັນທີ 22 ມັງກອນ 2021 ທີ່ຜ່ານມາ, ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະ, ພ້ອມບັນດາຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ ພະນັກງານວິຊາການກ່ຽວຂ້ອງ, ລົງຕິດຕາມກວດກາໂຄງການສ້ອອມແປງເສັ້ນທາງ PR 6308 ແຕ່ທາງແຍກເສັ້ນທາງ ເລກທີ 13 ໃຕ້ ບ້ານມະນີລາດ ເມືອງໄຊບູລີ ຫາ ຊາຍແດນເມືອງອາດສະພອນແຂວງສະຫວັນນະເຂດ.

ໃນໂອກາດດັ່ງກ່າວ ທ່ານ ວັນໄຊ ສີປັດໄຈ ຫົວໜ້າຫ້ອງການໂຍທາແລະ ຂົນສົ່ງເມືອງ ລາຍງານໃຫ້ຮູ້ວ່າ: ໂຄງການສ້ອມແປງເສັ້ນທາງ PR 6308 ນີ້ ແມ່ນບໍລິສັດ ວັນວິໄລ ກໍ່ສ້າງຂົວທາງ ຈໍາກັດ ເປັນຜູ້ຮັບເໝົາ, ໂດຍໜ້າວຽກຫຼັກໆ ກໍ່ແມ່ນການຢຽບອັດໂລແໜ້ນ, ກວາດ ແລະ ປັບໜ້າທາງ, ຖົມດິນບາງຈຸດທີ່ເປັນໂບກເປັນຂຸມ, ເອົາລົດເກດສອງຂ້າງທາງໃຫ້ເປັນຄອງລະບາຍນໍ້າ, ເຊິ່ງມີຄວາມຍາວ 23 ກິໂລແມັດ, ແຕ່ທາງແຍກທາງເລກທີ 13 ໃຕ້ບ້ານມະນີລາດ ຫາ ຊາຍແດນເມືອງອາດສະພອນແຂວງສະຫວັນນະເຂດ, ລວມມູນຄ່າໃນການກໍ່ສ້າງທັງໝົດ 1,199 ລ້ານກວ່າກີບ; ໂຄງການດັ່ງກ່າວແມ່ນໄດ້ລິເລີ່ມລົງມືຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ມັງກອນ 2021, ມາຮອດປັດຈຸບັນນີ້ ແມ່ນສໍາເລັດໄປແລ້ວ 75 % ແລະຄາດວ່າຈະສໍາເລັດໃນຕົ້ນເດືອນກຸມພາ 2021 ນີ້.

ໂອກາດດຽວກັນ, ທ່ານ ອ່ອນລໍາພັນ ບົວສີແກ້ວ ກ່າວວ່າ: ເສັ້ນທາງPR 6308 ແຫ່ງນີ້, ເປັນເສັ້ນທາງທີ່ມີຄວາມສໍາຄັນຫຼາຍເປັນເສັ້ນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານເມືອງຕໍ່ເມືອງ, ໂດຍສະເພາະກໍ່ແມ່ນເມືອງໄຊບູລີ ກັບ ເມືອງອາດສະພອນ ແລະ ເປັນເສັ້ນທາງຈຸດສຸມທີ່ຕ້ອງໄດ້ເລັ່ງໃສ່ເພື່ອພັດທະນາລະບົບພື້ນຖານໂຄງລາງ, ເສັ້ນທາງດັ່ງກ່າວນີ້ເປັນເສັ້ນທາງທີ່ມີການແລກປ່ຽນສິນຄ້າທີ່ຫຼາກຫຼາຍ, ສະນັ້ນ ເພື່ອໃຫ້ມີຄວາມສະດວກສະບາຍໃນການໄປມາຫາຊູ່ທາງການນໍາຂັ້ນເທິງກໍ່ຄືການນໍາຂັ້ນເມືອງ ແລະທຸກພາກສ່ວນກໍ່ໄດ້ສຸມທຶນຮອນໃສ່, ໂດຍສະເພາະທຶນແມ່ນເປັນທຶນຮ່ວງຕ້ານແລ້ງຕ້ານຖ້ວມຂອງແຂວງ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ອໍານາດນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຊາວຄ້າຂາຍຮັບຮູ້ນໍາກັນວ່າ, ເຖິງແມ່ນເສັ້ນທາງອາດສິບໍ່ໄດ້ຮັບຄຸນນະພາບມາດຕະຖານປານໃດກໍ່ຕາມ ແຕ່ກໍ່ໃຊ້ງົບປະມານທີ່ຂັ້ນເທີງມອບໃຫ້ ແລະຈົ່ງຊ່ວຍກັນປົວແປງປັບປຸງ ເພື່ອນໍາໃຊ້ໄດ້ຕະຫຼອດການ, ພ້ອມດຽວກັນນີ້, ກໍ່ຍັງເປັນການສ້າງຂະບວນການຂັບນັບຮັບຕ້ອນຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ສະຫວັນນະເຂດ ແລະຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ທີ່ມາ: ວິທະຍຸກະຈາຍສຽງສະຫວັນນະເຂດ