ເອເອັຟຊີ ປະກາດຍົກເລີກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຢູ 16 ແລະ ຢູ 19

155

ສະຫະພັນບານເຕະອາຊີ ( AFC ) ປະກາດຢ່າງເປັນທາງການ ເມື່ອວັນທີ 25 ມັງກອນ 2021 ວ່າ: ຍົກເລີກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ( AFC U-16 Championship Bahrain 2020 ) ແລະ ຮຸ່ນອາຍຸບໍ່ເກີນ 19 ປີ ( AFC U-19 Championship Uzbekistan 2020 ) ທີ່ຈະຈັດຂຶ້ນໃນປີ 2021 ເນື່ອງຈາກການລະບາດຂອງ ໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ ຈິ່ງບໍ່ສາມາດຈັດການແຂ່ງຂັນໄດ້.

ນອກນັ້ນ, ສະຫະພັນບານເຕະນາໆຊາດ ( FIFA ) ແມ່ນໄດ້ປະກາດຍົກເລີກ ການແຂ່ງຂັນບານເຕະຊາຍຊີງແຊັມໂລກ ຮຸ່ນອາຍຸ 17 ປີ 2021 ( FIFA U-17 in 2021 ) ແລະ ການແຂ່ງຂັນບານເຕະຊາຍຊີງແຊັມ ຮຸ່ນອາຍຸ 20 ປີ 2021 ( U-20 World Cups in 2021 )

ສ່ວນລາຍການແຂ່ງຂັນບານເຕະຍິງ ແມ່ນຍັງດໍາເນີນຕໍ່ໄປ ແຕ່ຈະມີການປ່ຽນແປງວັນເວລາການແຂ່ງຂັນດັ່ງນີ້:
– ການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ 2022 ຮອບຄັດເລືອກ ຮອບທີ 1 ລະຫວ່າງ ວັນທີ 14-22 ສິງຫາ 2021.
– ການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ 2022 ຮອບຄັດເລືອກ ຮອບທີ 1 ລະຫວ່າງວັນທີ 18-26 ກັນຍາ 2021.