ໄອເອັມເອຟ ເພີ່ມໂຕເລກຄາດການເສດຖະກິດໂລກປີ 2021

211

ກອງທຶນການເງິນສາກົນ (IMF) ຄາດການວ່າ ເສດຖະກິດໂລກຫົດຕົວ 3,5% ໃນປີ 2020 ເຊິ່ງດີກວ່າຕົວເລກຄາດການໃນເດືອນຕຸລາ 2020 ທີ່ຄາດວ່າ ເສດຖະກິດໂລກຈະຫົດຕົວ 4,4%, ພ້ອມທັງຄາດການວ່າ ເສດຖະກິດໂລກປີ 2021 ຈະຂະຫຍາຍຕົວ 5,5% ເຊິ່ງດີກວ່າຕົວເລກທີ່ຄາດການໄວ້ກ່ອນໜ້ານີ້ທີ່ຄາດວ່າຈະຂະຫຍາຍຕົວ 5,2% ແລະ 4,2% ໃນປີ 2022.

ໄອເອັມເອຟລະບຸວ່າ: ການທີ່ຫຼາຍປະເທດອະນຸມັດນຳໃຊ້ວັກແຊັງ ແລະ ເລັ່ງລົງມືສັກວັກແຊັງປ້ອງກັນໂຄວິດ-19 ໄດ້ເຮັດໃຫ້ໂລກເລີ່ມມີຄວາມຫວັງທີ່ຈະຢຸດຕິການແຜ່ລະບາດຂອງພະຍາດໂຄວິດ-19, ຂະນະດຽວກັນ ສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ປະເທດທີ່ມີເສດຖະກິດຂະໜາດໃຫຍ່ກໍໄດ້ອອກມາດຕະການກະຕຸ້ນເສດຖະກິດຢ່າງຕໍ່ເນື່ອງ ໄດ້ກາຍເປັນແຮງຍູ້ເຮັດໃຫ້ເສດຖະກິດໂລກຟື້ນຕົວ. ຢ່າງໃດກໍຕາມ ໄອເອັມເອຟໄດ້ເຕືອນວ່າ ເສດຖະກິດໂລກຍັງບໍ່ມີຄວາມແນ່ນອນ ເນື່ອງຈາກເກີດການແຜ່ລະບາດຮອບໃໝ່ ບວກກັບການກາຍພັນຂອງພະຍາດໂຄວິດ-19.

ໄອເອັມເອຟ ຍັງຄາດການວ່າ ເສດຖະກິດສະຫະລັດຈະຂະຫຍາຍຕົວ 5,1% ໃນປີນີ້, ຈາກເດີມທີ່ຄາດການວ່າ ຈະຂະຫຍາຍຕົວພຽງ 3,1% ໂດຍໄດ້ແຮງຍູ້ຈາກມາດຕະການກະຕຸ້ນເສດຖະກິດໃນວົງເງິນ 9 ແສນລ້ານໂດລາຂອງລັດຖະບານພາຍໃຕ້ການນຳຂອງອະດີດປະທານາທິບໍດີ ໂດນັລ ທຣຳ ແລະ ຫາກມາດຕະການກະຕຸ້ນເສດຖະກິດຮອບໃໝ່ໃນວົງເງິນ 1,9 ລ້ານລ້ານໂດລາຂອງ ປະທານາທິບໍດີ ໂຈ ໄບເດັນ ຜ່ານການຮັບຮອງຈາກສະພາຄອງເກຣຊ ກໍຈະເຮັດໃຫ້ເສດຖະກິດອາເມຣິກາຂະຫຍາຍຕົວເພີ່ມຂຶ້ນອີກ.

ສ່ວນເສດຖະກິດຈີນຄາດວ່າຈະຂະຫຍາຍຕົວ 8,1% ໃນປີນີ້ ແລະ 5,6% ໃນປີໜ້າ, ຈາກເດີມທີ່ຄາດວ່າຈະຂະຫຍາຍຕົວ 8,2% ແລະ 5,8% ຕາມລຳດັບ, ໃນຂະນະທີ່ເສດຖະກິດອິນເດຍ ຄາດວ່າຈະຂະຫຍາຍຕົວ 11,5% ໃນປີນີ້, ຈາກເດີມຄາດວ່າຈະຂະຫຍາຍຕົວ 8,8%.