Monthly Archives: January, 2021

ກົມຄຸ້ມຄອງແຮງງານ ຈັບມື ເອັສເອັສ ເນຊັນແນວ ເຊັນສັນຍາເພື່ອວຽກງານຄວາມປອດໄພແຮງງານ

ເພື່ອສົ່ງເສີມການມີສ່ວນຮ່ວມນໍາກັນລະຫວ່າງກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດເອັສເອັສ ອິນເຕີເນຊັນແນວ ຈໍາກັດຜູ້ດຽວ ເຂົ້າໃນການພັດທະນາວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ ສປປ ລາວ. ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ໄດ້ມີພິທີເຊັນສັນຍາ ການຮ່ວມມືດ້ານວິຊາການ ກ່ຽວກັບວຽກງານຄວາມປອດໄພແຮງງານ ລະຫວ່າງບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ...

ຈີນ ປະກາດຊ້ອມຮົບໃນເລຈີນໃຕ້ ໃຫ້ຫຼີກລຽງເຂົ້າອ່າວຕັງເກ໋ຍ 27-30 ມັງກອນນີ້

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການຈີນໄດ້ປະກາດວ່າ ຈະຊ້ອມຮົບໃນທະເລຈີນໃຕ້ໃນລະຫວ່າງວັນທີ 27-30 ມັງກອນຈະເຖິງນີ້ ຈຶ່ງເຕືອນເຮືອ ໃຫ້ຫຼີກລຽງເຂົ້າໄປໃນພື້ນທີ່ອ່າວຕັງເກ໋ຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງມະຫາສະໝຸດເຫຼີຍໂຈວ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ. ທັງນີ້ ເມື່ອວັນຈັນຜ່ານມາ ຈີນໄດ້ຍື່ນໜັງສືຄັດຄ້ານສະຫະລັດອາເມຣິກາທີ່ມັກສົ່ງເຮືອບັນທຸກ ແລະ ເຮືອບິນເຂົ້າມາເຂດທະເລຈີນໃຕ້ ເຊິ່ງເປັນໜຶ່ງໃນເສັ້ນທາງສັນຈອນທາງທະເລທີ່ມີການຂົນສົ່ງສິນຄ້າທີ່ມີມູນຄ່າຫຼາຍລ້ານລ້ານໂດລາສະຫະລັດຕໍ່ປີ ໂດຍຈີນລະບຸວ່າ ການກະທຳຂອງອາເມຣິກາ ເປັນການສະແດງອຳນາດ ເຊິ່ງຈະບໍ່ໄດ້ຊ່ວຍໃຫ້ເກີດສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດ. ກ່ອນໜ້ານີ້ ຂະບວນເຮືອບັນທຸກເຮືອບິນຂອງອາເມຣິກາ ນຳໂດຍກຳປັ່ນຢູເອສເອສທີໂອດໍຣ໌ ຣູສເວລຕ໌ ໄດ້ແລ່ນເຂົ້າໄປຍັງນ່ານນ້ຳທະເລຈີນໃຕ້...

ວາງສີລາລຶກ ເລີ່ມສ້າງໂຮງໝໍຊຸມຊົນໃຫ້ເມືອງຄົງເຊໂດນ

ໃນວັນທີ 26 ມັງກອນ 2021ນີ້ ຢູ່ທີ່ຫ້ອງຮັບຮອງພິເສດສະໂມສອນຂອງແຂວງສາລະວັນທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ປີເຕີ ເຮມ໋ອນ (Dr. Peter M. Haymond) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ...

ຄາດຄະເນງົບຊື້ວັກແຊັງປ້ອງກັນໂຄວິດ-19 ປະມານ 174ລ້ານກວ່າໂດລາ

ລັດຖະບານຕັ້ງເປົ້າ ປີ 2021 ສປປ ລາວ ຕ້ອງສັກວັກແຊັງໃຫ້ໄດ້ 1,5ລ້ານຄົນ ແລະ ໃນປີ 2023 ໃຫ້ປະຕິບັດໄດ້ກວມ 70%ຂອງປະຊາກອນ, ແຕ່ທັ້ງນີ້ ຕ້ອງໃຊ້ງົບປະມານໃນການຊື້ວັກແຊັງປ້ອງກັນໂຄວິດ-19 ແລະ ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ ຕົກຢູ່ປະມານ 174ລ້ານກວ່າໂດລາສະຫະລັດ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນໂອກາດຮ່ວມພິທີສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ມີຄວາມສ່ຽງສູງ...

ຮອງນາຍົກ ເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຢູ່ພາຍໃນແຂວງຄຳມ່ວນ ໃນລະຫວ່າງວັນທີ 22 - 23 ມັງກອນ 2021 ໂດຍມີການນຳຂອງ ແຂວງ, ເມືອງ ແລະ ບັນດາພະແນກການຮ່ວມຕິດຕາມ. ໂອກາດດັ່ງກ່າວ,...

ຂ່າວດີ! 26 ມັງກອນ ບໍ່ພົບຜູ້ຕິກເຊື້ອໂຄວິດ-19 ແຕ່ຮຽກຮ້ອງທຸກຄົນປະຕິບັດມາດຕະການໃຫ້ເຂັ້ມງວດ

ວັນທີ 26 ມັງກອນ 2021 ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ແຕ່ທຸກຄົນຕ້ອງສືບຕໍ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກໃຫ້ເຂັ້ມງວດ; ສ່ວນຜູ້ຕິດເຊື້ອກໍລະນີ 42,43 ແລະ 44 ແມ່ຍັງສືບຕໍ່ປິ່ນປົວຕິດຕາມອາການຢູ່ໂຮງໝໍ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ...

Moodbeam ສາຍຮັດຂໍ້ມືທີ່ຈະເຮັດໃຫ້ ຜູ້ບໍລິຫານຮັບຮູ້ອາລົມໄດ້

Moodbeam ມີໜ້າຕາຄ້າຍສາຍຮັດຂໍ້ມືແບບຊິລິໂຄນ ( Silicone ) ທີ່ວາງຂາຍຕາມຕະຫຼາດໃນປັດຈຸບັນ ເຊິ່ງສາຍຮັດຂໍ້ມືເຫຼົ່ານັ້ນສ້າງມາເພື່ອວັດອັດຕາການເຕັ້ນຂອງຫົວໃຈ ເມື່ອອອກກຳລັງກາຍ ຫຼື ກວດສອບສະພາບຮ່າງກາຍ. ແຕ່ສຳລັບສາຍຮັດຂໍ້ມື Moodbeam ເຮັດໜ້າທີ່ຕ່າງອອກໄປຈາກສາຍຮັດຂໍ້ມືແບບເກົ່າໆ ເພາະ Moodbeam ສ້າງມາເພື່ອໃຫ້ເຈົ້ານາຍ ຫຼື ຜູ້ບໍລິຫານ ສາມາດຕິດຕາມສະພາວະທາງອາລົມຂອງພະນັກງານໄດ້. ສຳລັບຂັ້ນຕອນການ ໃຊ້ງານພຽງແຕ່ດາວ ໂຫຼດແອັບພລິເຄຊັນ Moodbeam ກໍສາມາດເຊື່ອມຕໍ່ໄດ້ທັນທີ ຫຼື ຈະໃຊ້ງານໃນເວັບໄຊກໍໄດ້...

ຂ່າວດີສຸດ ສຳລັບຜູ້ລ້ຽງງົວຕະຫຼາດຈີນຈະຮັບຊື້ປີລະ 4 ແສນໂຕສັນຍາ 30 ປີ

ນັບເປັນຂ່າວທີ່ໜ້າຍິນດີສຸດໆສຳລັບຊາວກະສິກອນຜູ້ລ້ຽງງົວ ແລະຜູ້ກຳລັງຄິດຈະລ້ຽງງົວເປັນສິນຄ້າ ເນື່ອງຈາກທາງຕະຫຼາດ ສປ ຈີນ ທີ່ມີພົນລະເມືອງຫຼາຍ ມີຄວາມຕ້ອງການບໍລິໂພກສູງເປີດໃຈຈະຮັບຊື້ງົວຈາກລາວຫຼາຍເຖິງ 4 ແສນໂຕຕໍ່ປີເປັນເວລາຍາວນານເຖິງ 30 ປີ, ຕອນນີ້ກຳລັງຢູ່ໃນຂັ້ນຕອນການລິເລີ່ມໂຄງການ ດ້ວຍການສ້າງຕັ້ງບໍລິສັດທີ່ຈະອຳນວຍຄວາມສະດວກແກ່ຂະບວນການລ້ຽງນັບແຕ່ແນວພັນຮອດຂັ້ນຕອນການລ້ຽງ ແລະການຈັດສົ່ງສູ່ປາຍທາງ. ຊິ່ງໃນວັນທີ 26 ມັງກອນ 2021 ນີ້ ກະຊວງປ້ອງກັນປະເທດ (ກປທ) ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ...

ຈີນເປີດຕົວ JingOS ຄ້າຍຄື iPadOS ທັງໜ້າຕາ ແລະ ຟີເຈີການໃຊ້ງານ

ເຖິງວ່າ Apple ເປີດຕົວ ແລະ ພັດທະນາ iPadOS ພ້ອມຟີເຈີໃໝ່ໆ ເຊິ່ງຫຼ້າສຸດບໍລິສັດໃນຈີນໄດ້ເປີດຕົວ JingOS ຕົວໃໝ່ທີ່ມີພື້ນຖານເປັນ Linux ໂດຍຕົວໜ້າຕາ ແລະ ພື້ນຖານການໃຊ້ງານນັ້ນຄ້າຍຄືກັບ iPadOS. JingOS ຖືກພັດທະນາຂຶ້ນໂດຍແນວຄິດທີ່ຈະປັບປຸງພື້ນຖານການເຮັດວຽກ ໂດຍລວມຂອງແທັບເລັດ ເຊິ່ງທີມພັດທະນາທີ່ຢູ່ເບື້ອງຫຼັງ JingOS ນີ້ ຈະໄດ້ຮັບແຮງບັນດານໃຈຈາກ Apple – iPadOS...

ຊັດເຈນ! ກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ແມ່ນຕາມນີ້ເລີຍ

ປັດຈຸບັນ ເຖິງແມ່ນວ່າ ວັກແຊັງປ້ອງກັນໂຄວິດ-19 ຈະເຂົ້າເຖິງ ສປປ ລາວ ແລ້ວ ແຕ່ດ້ວຍຈໍານວນວັກແຊັງທີ່ມີຈໍາກັດ ລັດຖະບານ ຈຶ່ງໄດ້ກໍານົດແຈ້ງບັນດາກຸ່ມເປົ້າໝາຍ ຫຼື ເງື່ອນໄຂຂອງປະຊາກອນຜູ້ທີ່ຈະໄດ້ຮັບວັກແຊັງ ໂດຍຈັດລຽງຕາມລະດັບຄວາມສ່ຽງສູງລົງມາຕາມລໍາດັບ. ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມພິທີສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ພະນັກງານແພດໝໍບຸກຄົນທີ່ເປັນກຸ່ມສ່ຽງສູງ ເມື່ອວັນທີ 27 ມັງກອນ...
- Advertisment -
Slide
Slide

Most Read

error: Content is protected !!