ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ສະພາບທົ່ວໂລກຍັງໜ້າຫ່ວງ

125

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອຍັງຢູ່ທີ່ 44 ກໍລະນີ, ສ່ວນຄົນຜູ້ຕິດເຊື້ອນໍ້າເບີ 42, ​43 ແລະ 44 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ຂະນະດຽວກັນ ສະພາບການທົ່ວໂລກກັບນັວໜັກໜ່ວງ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 101ລ້ານກວ່າຄົນ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 28 ມັງກອນ 2021 ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ: ມາຮອດວັນທີ 28 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 101.365.977 ຄົນ; ເສຍຊິວິດ 2.181.156 ຄົນ ເຊິ່ງກວມເອົາ 2,15 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 73.225.849 ຄົນ ເຊິ່ງກວມເອົາ 72,2 % ຂອງຜູ້ຕິດເຊື້ອທັງໝົດ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 27 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.996 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ໃນວັນທີ 27 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 141 ຄົນ, ໃນນັ້ນ ມີ 66 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 21 ຕົວຢ່າງຈາກແຮງງານລາວມາແຕ່ໄທ ແລະ 54 ຕົວຢ່າງຈາກແຮງງານຈີນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 27 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 27 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 102.473 ຕົວຢ່າງ, ກວດພົບເຊື້ອສະສົມ 44 ຄົນ. ທັ້ງນີ້ ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 3 ຄົນ ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວຕື່ມວ່າ: ຕໍ່ກັບສະພາບການດັ່ງກ່າວ ຂໍຮຽກຮ້ອງໃຫ້ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ໃຫ້ການຮ່ວມມື ໃນການຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ພ້ອມທັງ ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຍົກສູງຄວາມຮັບຜິດຊອບ ສືບຕໍ່ຮ່ວມໃຈກັນປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ.