ເຊັນສັນຍາຮ່ວມມືດ້ານວິຊາການ ວຽກງານຄວາມປອດໄພແຮງງານ

128

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ເຊັນສັນຍາກັບບໍລິສັດເອັສເອັສ ອິນເຕີເນຊັນແນວ ຈໍາກັດຜູ້ດຽວ ເພື່ອສົ່ງເສີມການມີສ່ວນຮ່ວມນໍາກັນ ເຂົ້າໃນການພັດທະນາວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ ສປປ ລາວ.

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ໄດ້ຈັດພິທີເຊັນສັນຍາການຮ່ວມມືດ້ານວິຊາການວຽກງານ ຄວາມປອດໄພແຮງງານ ລະຫວ່າງ ບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ກັບ ກົມຄຸ້ມຄອງແຮງງານທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ในภาพอาจจะมี 17 คน, ผู้คนกำลังยืน

ທ່ານ ວິບູນ ສິດທິມໍລະດາ ກ່າວວ່າ: ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນມີຄວາມສຳຄັນຫຼາຍ ທັງເປັນຄຸນຄ່າ ແລະ ທ່າແຮງຂອງການບໍລິຫານຄວາມປອດໄພໃນການຄຸ້ມຄອງຄວາມສ່ຽງປ້ອງກັນອັນຕະລາຍ ບໍ່ໃຫ້ກາຍເປັນອຸບັດເຫດທີ່ອາດຈະສົ່ງຜົນໃຫ້ເກີດມີການບາດເຈັບຈົນໄປເຖິງຂັ້ນເສຍຊີວິດໃນສະຖານທີ່ເຮັດວຽກຕ່າງໆ ຜ່ານມາທາງບໍລິສັດໄດ້ລິເລີ່ມຂົນຂວາຍສົ່ງເສີມຄວາມເຂົ້າໃຈທາງດ້ານຄວາມປອດໄພ.

ທ່່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ວຽກງານກ່ຽວກັບຄວາມປອດໄພແຮງງານ ແມ່ນການເຮັດໃຫ້ຄວາມສ່ຽງທີ່ຈະເກີດອຸບັດເຫດແຮງງານຈາກການເຮັດວຽກໜ້ອຍລົງ, ສ່ຽງທີ່ຈະເປັນພະຍາດຈາກການເຮັດວຽກໜ້ອຍລົງ ໂດຍມີວິທີການປ້ອງກັນທີ່ດີເທົ່າທີ່ຈະດີໄດ້ ເນື່ອງຈາກໃນທົ່ວໂລກມີຜູ້ອອກແຮງງານເສຍຊີວິດຈາກຄວາມບໍ່ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວນີ້ ຈໍານວນ 2 ຫາ 3 ລ້ານຄົນ, ເຮັດໃຫ້ ຈີດີພີ ຂອງໂລກ ເສຍຫາຍເຖິງ 4% ແລະ ພາລະທາງສັງຄົມເພີ່ມຂຶ້ນເປັນຈໍານວນຫຼາຍຈາກການເບິ່ງແຍງດູແລຜູ້ພິການ ຫຼື ເສຍອົງຄະ ຈາກອຸບັດເຫດ ແລະ ການເປັນພະຍາດອາຊີບ.

ในภาพอาจจะมี 13 คน, ผู้คนกำลังยืน และสถานที่ในร่ม

ສປປ ລາວ ກໍາລັງຈະຫຼຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ, ກໍາລັງສູ້ຊົນ ຫຼື ຫັນເປັນປະເທດອຸດສາຫະກໍາທັນສະໄໝ ແລະ ເປົ້າໝາຍອື່ນແຫ່ງສະຫັດສະວັດ ເປັນຕົ້ນແມ່ນການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ. ສະນັ້ນ, ໃນປີ 2012 ກະຊວງ ຮສສ ຮ່ວມກັບອົງການສາມຝ່າຍ ຈຶ່ງໄດ້ສະເໜີ ແລະ ລັດຖະບານໄດ້ປະກາດໃຊ້ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ. ເນື້ອໃນໂດຍລວມຂອງດໍາລັດປະກອບມີ 3 ບັນຫາທີ່ຢາກຈັດສັນ ຫຼື ຈັດລະບຽບກ່ຽວກັບວຽກງານດັ່ງກ່າວ ເຊັ່ນ: (1) ການບໍລິຫານວຽກຄວາມປອດໄພ ແລະ ສຸຂະພາບແຮງງານ; (2) ການບໍລິການວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ (3) ການຄຸ້ມຄອງ, ກວດກາວຽກແຮງງານຄວາມປອດໄພ ແລະ ສຸຂະພາບແຮງງານ.