ສາລະວັນ ອະຄາເດມີ ໄປບໍ່ເຖິງຝັນຈອດຮອບ 8 ທີມບານເຕະຊີງຂັນ ສຕລ ທີ່ຈໍາປາສັກ

149

ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ເສຍໃຫ້ກັບ BT.Vapi ໄປຫວຸດຫວິດ 1-2 ເຮັດໃຫ້ຢຸດທີ່ຮອບ 8 ທີມສຸດທ້າຍໄປຢ່າງໜ້າເສຍດາຍ ໃນການແຂ່ງຂັນບານເຕະຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 26 ມັງກອນ 2021.

ທີມບານເຕະ ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ຖືກຈັບຢູ່ສາຍ B ຮ່ວມກັບ ປາກຊ່ອງ, ປາກເຊ ຢູໄນເຕັດ ແລະ ເສັດຄົດ ເອັຟຊີ ເຊິ່ງ ສາລະວັນ ອະຄາເດມີ ສ້າງຜົນງານໂດດເດັ່ນລົງສະໜາມ 3 ນັດສາມາດຊະນະໄດ້ 2 ແລະ ສະເໝີ 1 ນັດມີ 7 ຄະແນນ ທີມນໍາກຸ່ມ B ຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະແຊັມກຸ່ມໄປພົບກັບ ອັນດັບ 2 ຂອງສາຍ A ຢ່າງທີມ BT.Vapi ທີມຈາກແຂວງສາລະວັນ ເຊັ່ນດຽວກັນ.

ຜ່ານການແຂ່ງຂັນປາກົດວ່າ BT.Vapi ເອົາຊະນະ ສາລະວັນ ອະຄາເດມີ ໄປຫວຸດຫວິດ 2-1 ເຮັດໃຫ້ BT.Vapi ຜ່ານເຂົ້າຮອບ 4 ທີມສຸດທ້າຍເປັນທີມທີ 2 ຕໍ່ຈາກ ໄອດີຊີ ເຊກອງ, ສ່ວນ ສາລະວັນ ອະຄາເດມີ ຈອດທີຮອບ 8 ທີມສຸດທ້າຍ ເຊັ່ນດຽວກັບ ປາກຊ່ອງ.

ຫຼັງຈົບການແຂ່ງຂັນ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກ ສາລະວັນ ອະຄາເດມີ ຮຸ່ນອາຍຸບໍ່ເກີນ 15 ປີ ເປີດເຜີຍວ່າ: ສະໂມສອນ ພວກເຮົາມີເປົ້າໝາຍທີ່ຊັດເຈນວ່າ ພວກເຮົາຈະຕ້ອງສ້າງນັກກີລາ ສາລະວັນ ໃຫ້ໄປຮອດທີມຊາດໃຫ້ໄດ້ ເຊິ່ງລາຍການນີ້ແມ່ນຕັ້ງເປົ້າເຂົ້າຮອບ 4 ທີມສຸດທ້າຍ ແຕ່ໃນມື້ການແຂ່ງຂັນຕົວຈິງ ມັນເປັນຄ່ຳຄືນທີ່ແສນລຳບາກ ສຳລັບພວກເຮົາ, ແຕ່ບໍ່ແມ່ນເວລາທີ່ຈະໂທດໃຫ້ໃຜຜູ້ໃດຜູ້ໜຶ່ງ, ລູກທີມທຸກຄົນເຮັດຕາມຄຳສັ່ງຄູຝືກ ຖ້າຈະມີຄົນທີ່ຕ້ອງຮັບຜິດຊອບ ກໍຄວນຈະແມ່ນຄູຝືກຜູ້ນຳທີມ. ຢ່າງໃດກໍຕາມ ພວກເຮົາຈະບໍຢຸດການພັດທະນາພຽງສ່ຳນີ້, ພວກເຮົາຕ້ອງສືບຕໍ່ເດີນທາງ ຕາມອຸດົມການທີ່ວາງໄວ້ຢ່າງຕັ້ງໝັ້ນ, ຂອບໃຈທຸກຄົນ ທີ່ມາຮ່ວມລົດເມສາຍນີ້ ແລະ ມື້ໜຶ່ງພວກເຮົາຕ້ອງໄປຮອດເປົ້າໝາຍໃຫ້ໄດ້.

ສໍາລັບ ຮອບ 4 ທີມສຸດທ້າຍຈະແຂ່ງຂັນໃນວັນທີ 29 ມັງກອນ 2021 ດັ່ງນີ້:
-ໄອດີຊີ ເຊກອງ ພົບກັບ ຟຣາຍເດ ເວລາ 13:30 ໂມງ
-ວາປີ BT.Club ພົບ ປາດ໋ອງ ເອັຟເອ ເວລາ 15:30 ໂມງ
ຂ່າວ: ຄໍາສອນ; ຮູບຈາກ: ບຸນຖາວອນ ຄົນສ້າງພາບ