ໂຕເລກໜ້າເສົ້າ, ປີ 2020 ມີຄົນຕົກງານຫຼາຍເຖິງ 255 ລ້ານຄົນ

329

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການແຮງງານລະຫວ່າງປະເທດ (ILO) ເຊິ່ງເປັນອົງກອນໜຶ່ງຂອງ ສະຫະປະຊາຊາດເປີດເຜີຍວ່າ: ປີ 2020 ຜ່ານມາມີຄົນຕົກງານຫຼາຍເຖິງ 255 ລ້ານຄົນ. ນອກຈາກນີ້ ຜົນການສຳຫຼວດຂອງ ILO ຍັງພົບວ່າ ສັດສ່ວນຂອງການເຮັດວຽກເຕັມເວລາທົ່ວໂລກຫຼຸດລົງເຖິງ 8,8% ໃນປີ 2020 ເມື່ອທຽບກັບປີ 2019 ແລະ ເມື່ອທຽບກັບຕົວເລກຂອງການສູນເສຍຊົ່ວໂມງເຮັດວຽກຈາກວິກິດເສດຖະກິດໃນປີ 2009 ກໍສູງກວ່າເກືອບ 4 ເທົ່າ.

ທ່ານ ກາຍ ໄຣເດີ ຜູ້ອຳນວຍການໃຫຍ່ ILO ເປີດເຜີຍວ່າ: ວິກິດໂຄວິດຄັ້ງນີ້ ຮຸນແຮງທີ່ສຸດເທົ່າທີ່ຕະຫຼາດແຮງງານເຄີຍປະສົບມາ ນັບຕັ້ງແຕ່ໂລກປະເຊີນກັບເສດຖະກິດຕົກຕ່ຳເມືອປີ 1930 ເປັນຕົ້ນມາ. ທັງນີ້ ກວ່າເຄິ່ງໜຶ່ງຂອງຈຳນວນຊົ່ວໂມງເຮັດວຽກທີ່ຫຼຸດລົງຢ່າງຫຼວງຫຼາຍນັ້ນ ມາຈາກຜູ້ທີ່ມີວຽກເຮັດງານທຳຢູ່ແລ້ວ ແຕ່ຖືກຫຼຸດຊົ່ວໂມງລົງຢ່າງທີ່ບໍ່ເຄີຍມີມາກ່ອນ.