Monthly Archives: November, 2020

ເຊກອງ ທີມທໍາອິດເດີນທາງຮອດນະຄອນຫຼວງ ນໍາໂດຍ ດາວຍິງສູງສຸດລາວລີກ 2 ກັບ ດາວເດັ່ນຢູ19

ສຸລິຈັນ ພະສະແຫວງ ກອງໜ້າດາວເດັ່ນ ເຈົ້າຂອງ 2 ລາງວັນຢ່າງ ດາວຍິງສູງສຸດ ແລະ ນັກເຕະດີເດັ່ນ ໃນລາວລີກ 2 ລະດູການ 2020 ກັບ ໂຕລີ່ ບິວລາຊົງ ດາວເດັ່ນທີ່ແຈ້ງເກີດໃນປີນີ້ດ້ວຍການຕິດ 1 ໃນ 30 ນັກເຕະທີມຊາດລາວ ຢູ 19 ຊຸດປີ...

ມາໃໝ່! ເຊັນສັນຍາສ້າງໂຄງການສົ່ງເສີມລ້ຽງງົວ ແລະ ລ້ຽງໄກ່ ມູນຄ່າ 1,2 ລ້ານກວ່າໂດລາສະຫະລັດ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບອົງການນົມດີເພື່ອລາວ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກໂນໂລຊີດ້ານກະສິກໍາ, ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ມູນຄ່າ 1.210.000 ໂດລາສະຫະລັດ. ໃນວັນທີ 3 ພະຈິກ 2020 ທີ່ຫ້ອງປະຊຸມໂຮງແຮມແລນມາກ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ...

ອຸຕຸອອກແຈ້ງເຕືອນ 4 ແຂວງພາກໃຕ້ ກຽມຮັບມືໄພພະຍຸໝຸນເຂດຮ້ອນໂຄນີ

4 ແຂວງພາກໃຕ້ ກຽມຮັບມືໄພພະຍຸໝຸນເຂດຮ້ອນໂຄນີ (Goni) ໄລຍະວັນທີ 5 ຫາ 6 ພະຈິກນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນໄພພະຍຸໝຸນເຂດຮ້ອນໂຄນີ (Goni) ໄລຍະວັນທີ 5 ຫາ...

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ 2 ເມືອງ ແຂວງສະຫວັນນະເຂດ

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນ     ຜູ້ທີ່ຖືກຜົນກະທົບຈາກໄພ   ນໍ້າຖ້ວມ ຢູ່ 2 ຈຸດ ຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ...

ສິ່ງທີ່ອາດຈະໄດ້ຂາຍດີໃນລະດູໜາວທີ່ຈະມາເຖິງນີ້

ດັ່ງທີ່ໄດ້ນຳສະເໜີໄປກ່ອນໜ້ານີ້ 4 ສິນຄ້າ ຫຼື ສິ່ງທີ່ຈະໄດ້ຂາຍດີໃນລະດູໜາວຈະມາເຖິງ, ມາມື້ນີ້ຄໍລຳຊື້ໄດ້ - ຂາຍໝານ ຈະນຳສະເໜີຕໍ່ ຈາກລາຍການໃນສະບັບວັນທີ 27 ຕຸລາ ຄື: ຖົງຕີນແຟຊັນ: ປົກກະຕິໃນລະດູຮ້ອນຖ້າໃສ່ຖົງຕີນກໍຈະເປັນຖົງຕີນທຳມະດາ ແຕ່ໃນລະດູໜາວມັນຕ້ອງພິເສດໜ້ອຍໜຶ່ງ ເຊິ່ງເຮົາຈະເຫັນຖົງຕີນສີສັນແປກໆ ບາງຄູ່ກໍເປັນຖົງຍາວຕາມກະແສທີ່ນິຍົມໃສ່ກັນ. ເສື້ອຜ້າແຟຊັນລະດູໜາວ: ແຟຊັນລະດູໜາວມີຫຍັງແດ່ ເລີ່ມຈາກເສື້ອຜ້າຫຼາຍສີ ບາງເທື່ອກໍເປັນເສື້ອກັນໜາວແບບມາພ້ອມຖົງມື, ຖົງຕີນ, ໝວກ, ຜ້າພັນຄໍ, ແວ່ນຕາ...

ພະຍາກອນອາກາດປະຈຳວັນທີ 03/11/2020 ພາຍຸໄຕ້ຝຸ່ນໂຄນີ ຈະຮອດພາກກາງແລະພາກໃຕ້ຂອງສປປລາວ 5 – 6 ພະຈິກນີ້

ພະຍາກອນອາກາດປະຈຳວັນທີ 03/11/2020 ຈາກກົມອຸຕຸນິຍົມ ແລະອຸທົກກະສາດລາຍງານວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ. ສຳລັບພະຍຸໄຕ້ຝຸ່ນໂຄນີ (GOni) ຫົວທີ 19 ປະຈໍາປີ 2020, ຊຶ່ງໃນເວລາ 08 ໂມງ ຂອງວັນທີ 03 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.9...

ຜົນສຳຫຼວດຊີ້ ໄບເດັນມີຄະແນນນິຍົມນຳ ແຕ່ທຣຳມີໂອກາດແຊງໂຄ້ງສຸດທ້າຍ

ຜົນສຳຫຼວດລະບຸວ່າ ປະທານາທິບໍດີ ໂດນັລ ທຣຳ ມີໂອກາດແຊງໂຄ້ງສຸດທ້າຍ ຊະນະ ໂຈ ໄບເດັນ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດອາເມຣິກາ, ຂະນະທີ່ນັກວິເຄາະເຜີຍ ມາດຕະການຄວບຄຸມພະຍາດໂຄວິດ-19 ດຶງຄະແນນນິຍົມ ທຣຳ ຫຼຸດລົງ. ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນຊາວອາເມຣິກາ ຊີ້ວ່າ: ຂະນະນີ້ ທ່ານ ໂຈ ໄບເດັນ ມີຄະແນນນິຍົມນຳ ທຣຳ 8-9% ແຕ່ກໍມີຄວາມເປັນໄປໄດ້ທີ່...

ແຕ່ງຕັ້ງ ທ່ານ ສົມຈິດ ຈັນທະວົງ ແລະ ທ່ານ ເພັດພິໄຊ ສູນວິໄລ ຂຶ້ນເປັນຮອງເຈົ້າແຂວງໄຊຍະບູລີ

ໃນຕອນບ່າຍຂອງວັນທີ 2 ພະຈິກ ປີນີ້ ທີ່ຫ້ອງປະຊຸມ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ໄຊຍະບູລີ ໄດ້ຈັດ ພິທີ ມອບ-ຮັບໜ້າທີ່ ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າພະແນກການເງິນແຂວງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ...

ທະນາຄານຮ່ວມທຸລະກິດລາວ-ຫວຽດ ຮ່ວມໃຈຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ 2 ເມືອງແຂວງສະຫວັນນະເຂດ

ໃນວັນເສົາທີ 31 ຕຸລາ 2020 ຜ່ານມາ, ທະນາຄານຮ່ວມທຸລະກິດລາວ-ຫວຽດພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສອງຄອນ ແລະ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ລວມມູນຄ່າທັງໝົດ 100 ລ້ານກີບ. ສໍາລັບເມືອງສອງຄອນໄດ້ມີພິທີມອບຢູ່ 2 ຈຸດຄື: ບ້ານທ່າຂາມລຽນ ແລະ ບ້ານລະຫານໍ້າ; ສ່ວນເມືອງຊົນນະບູລີ ໄດ້ມີພິທີມອບຢູ່ທີ່ວັດບ້ານກອງປະທຸມວັນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ...

ຜູ້ຊະນະເລີດໃນໂຄງການແຂ່ງຂັນ BCEL One Super User Contest 2020

ວັນອາທິດ ທີ 1 ພະຈິກ 2020 ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ( ທຄຕລ ) ໄດ້ຈັດການແຂ່ງຂັນ BCEL One Super User Contest ທີ່ຫໍວັດທະນະທໍາແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການແຂ່ງຂັນຄັ້ງນີ້ໂດຍ ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!