ທະນາຄານຮ່ວມທຸລະກິດລາວ-ຫວຽດ ຮ່ວມໃຈຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ 2 ເມືອງແຂວງສະຫວັນນະເຂດ

203

ໃນວັນເສົາທີ 31 ຕຸລາ 2020 ຜ່ານມາ, ທະນາຄານຮ່ວມທຸລະກິດລາວ-ຫວຽດພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສອງຄອນ ແລະ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ລວມມູນຄ່າທັງໝົດ 100 ລ້ານກີບ.
ສໍາລັບເມືອງສອງຄອນໄດ້ມີພິທີມອບຢູ່ 2 ຈຸດຄື: ບ້ານທ່າຂາມລຽນ ແລະ ບ້ານລະຫານໍ້າ; ສ່ວນເມືອງຊົນນະບູລີ ໄດ້ມີພິທີມອບຢູ່ທີ່ວັດບ້ານກອງປະທຸມວັນ.


ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ຫົວໜ່ວຍທຸລະກິດທີ່ເປັນລູກຄ້າຂອງທະນາຄານກໍເຂົ້າຮ່ວມ.


ສຳລັບເຄື່ອງອຸປະໂພກ-ບໍລິໂພກຂອງທະນາຄານຮ່ວມທຸລະກິດລາວ-ຫວຽດທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ຫມີ່ໄວໆ, ປາກະປ໋ອງ, ເຂົ້າໜົມ ແລະ ອື່ນໆ ລວມມູນຄ່າທັງໝົດ 100 ລ້ານກີບ. ນອກນັ້ນ, ຍັງມີເຄື່ອງຊ່ວຍເຫຼືອທີ່ລະດົມຈາກລູກຄ້າຕື່ມອີກຈຳນວນໜຶ່ງ ເປັນຕົ້ນແມ່ນ: ບໍລິສັດ ມະນິຍົມ ໂອໂຕກຣຸບ, ເຊັບໂຣເລັດ, ໂຮງງານວີເຄເຄ ອຸດສາຫະກໍາ ຈໍາກັດ, V EXCELLENCE RESIDENCE ແລະ ບໍລິສັດ ນິວຈະເລີນ.


ໂອກາດນີ້, ທ່ານ ພັອ ລໍາຄູນ ວິລະວົງ ເຈົ້າເມືອງສອງຄອນໄດ້ລາຍງານສະພາບນ້ຳຖ້ວມ ໃຫ້ຮູ້ວ່າ: ເຮືອນປະ ຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ 2.628 ຄອບຄົວ 15.493 ຄົນ; ເນື້ອທີ່ທຳການຜະລິດເສຍຫາຍ 5.416ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ 1 ແຫ່ງ, ລະບົບຊົນລະປະທານ 9 ແຫ່ງ, ສະຖານີຈັກສູບ ນ້ຳ 9 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 17 ໂຕ. ນອກຈາກນັ້ນ, ຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງຄື: ເສັ້ນທາງເສຍຫາຍຫຼາຍກວ່າ 10 ເສັ້ນ, ໂຮງຮຽນຢຸດການຮຽນການສອນຊົ່ວຄາວ 12 ແຫ່ງ, ສຸກສາລາ 2 ແຫ່ງ, ນໍ້າສ້າງນໍ້າບາດານ 401 ໜ່ວຍ ແລະ ນໍ້າສ້າງທໍ່ 18 ໜ່ວຍ.


ທ່ານ ສຸວິໄລ ຫລວງຊະລາດ ເຈົ້າເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ເມືອງຊົນນະບູລີໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 15 ບ້ານ 4.436 ຫຼັງຄາເຮືອນ; ເນື້ອທີ່ຖືກຖ້ວມ 7.288 ເຮັກຕາ, ເນື້ອທີ່ສວນປູກພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 128 ໂຕ, ໂຮງຮຽນຖືກຖ້ວມ 27 ແຫ່ງ, ສຸກສາລາ 8 ເຂດ, ວັດ 13 ວັດ, ນໍ້າສ້າງ-ນໍ້າບາດານ 402 ໜ່ວຍ ແລະ ເສັ້ນທາງເສຍຫາຍ 12 ເສັ້ນ.


ໃນຕອນທ້າຍ, ທ່ານເຈົ້າເມືອງສອງຄອນ ແລະ ເຈົ້າເມືອງຊົນນະບູລີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທະນາຄານຮ່ວມທຸລະກິດລາວຫວຽດ ທີ່ມີນໍ້າໃຈຊ່ວຍເຫຼືອປະຊາຊົນທີ່ປະສົບໄພຄັ້ງນີ້ ແລະ ໄດ້ອວຍ ພອນໃຫ້ການດໍາເນີນທຸລະກິດຂອງທະນາຄານມີຜົນກໍາໄລຂຶ້ນໄປເລື້ອຍໆ.

.