ແຕ່ງຕັ້ງ ທ່ານ ສົມຈິດ ຈັນທະວົງ ແລະ ທ່ານ ເພັດພິໄຊ ສູນວິໄລ ຂຶ້ນເປັນຮອງເຈົ້າແຂວງໄຊຍະບູລີ

318

ໃນຕອນບ່າຍຂອງວັນທີ 2 ພະຈິກ ປີນີ້ ທີ່ຫ້ອງປະຊຸມ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ໄຊຍະບູລີ ໄດ້ຈັດ ພິທີ ມອບ-ຮັບໜ້າທີ່ ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າພະແນກການເງິນແຂວງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາການນໍາຂອງແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ຈັນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ 7 ສະບັບ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າໃໝ່, ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງ ໄຊຍະບູລີ, ວ່າດ້ວຍການແຕ່ງຕັ້ງ ຫົວໜ້າພະແນກການເງິນ ແລະ ມະຕິຂອງຄະນະປະຈໍາພັກແຂວງ 1 ສະບັບ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຄະນະຈັດຕັ້ງແຂວງ.


ເຈົ້າແຂວງ ໄຊຍະບູລີ ຕົກລົງ: ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ, ພ້ອມທັງແຕ່ງຕັ້ງໃຫ້ເປັນຮອງເຈົ້າແຂວງ. ແຕ່ງຕັ້ງ ທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ເປັນຮອງເຈົ້າແຂວງ.

ຍົກຍ້າຍ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ຫົວໜ້າພະແນກການເງິນແຂວງ ໄປຮັບໜ້າທີ່ໃໝ່ຢູ່ຄະນະຈັດຕັ້ງແຂວງ, ພ້ອມທັງແຕ່ງຕັ້ງເປັນຫົວໜ້າຄະນະຈັດຕັ້ງແຂວງ; ຍົກຍ້ານ ທ່ານ ວັນດາວ ແວດທະນັດສີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ບໍ່ແຕນ ໄປຮັບໜ້າທີ່ໃໝ່ຢູ່ ພະແນກການເງິນແຂວງ, ພ້ອມທັງແຕ່ງຕັ້ງເປັນຫົວໜ້າພະແນກການເງິນແຂວງ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງເປັນເຈົ້າການນໍາພາປະຕິບັດ ບັນດາແນວທາງນະໂຍບາຍລະບຽບຂອງພັກ, ກົດໝາຍຂອງລັດ, ຮໍ່າຮຽນນໍາມະຫາຊົນ, ລົງເລິກໃກ້ຊິດຕິດແທດ ແລະ ນໍາພາເຮັດວຽກຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ, ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບທາງການເມືອງໃຫ້ສູງຂຶ້ນ, ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້, ຄວາມສາມາດ , ເພື່ອເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ມີທັດສະນະມະຫາຊົນຢ່າງແທ້ຈິງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດລວມ ຂອງມະຫາຊົນ, ນໍາພາມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ມີສ່ວນຮ່ວມ ໃນວຽກງານຕ່າງໆ, ສືບຕໍ່ສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ຕິດພັນກັບການສ້າງແຜນບໍາລຸງ ສ້າງພະນັກງານນໍາພາ- ຄຸ້ມຄອງ ໃຫ້ເປັນລະບົບຕໍ່ເນື່ອງ ນັບແຕ່ຮາກຖານບ້ານຂຶ້ນມາ ໂດຍເລັ່ງໃສ່ສ້າງພະນັກງານໜຸ່ມນ້ອຍ, ເພດ ແລະ ເຜົ່າ ຜູ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ດີ ເພື່ອສືບທອດປ່ຽນ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ