ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ 2 ເມືອງ ແຂວງສະຫວັນນະເຂດ

175

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນ     ຜູ້ທີ່ຖືກຜົນກະທົບຈາກໄພ   ນໍ້າຖ້ວມ ຢູ່ 2 ຈຸດ ຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ ລວມມູນຄ່າທັງໝົດ 100 ລ້ານກີບ.

  • ສໍາລັບຈຸດທີໜຶ່ງ: ທ່ານ ພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່  ເນື້ອທີ່ທຳການຜະລິດຖືກນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ 1 ແຫ່ງ, ລະບົບຊົນລະປະທານ 9 ແຫ່ງ, ສະຖານີຈັກສູບນ້ຳ 9 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 17 ໂຕ. ນອກຈາກນັ້ນ, ກໍຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງ ຄື: ເສັ້ນທາງເສຍຫາຍຫຼາຍກວ່າ 10 ເສັ້ນ, ໂຮງຮຽນຢຸດການຮຽນ – ການສອນຊົ່ວຄາວ 12 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ນໍ້າສ້າງ – ນໍ້າບາດານ 401 ໜ່ວຍ.

  • ສ່ວນຈຸດທີສອງ: ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຊົນນະບູລີ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 15 ບ້ານ, 4.436 ຫຼັງຄາເຮືອນ, ເນື້ອທີ່ຖືກຖ້ວມ 7.288 ເຮັກຕາ, ເນື້ອທີ່ສວນປູກພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 128 ໂຕ, ໂຮງຮຽນຖືກຖ້ວມ 27 ແຫ່ງ, ສຸກສາລາ 8 ເຂດ, ວັດ 13 ວັດ,  ນໍ້າສ້າງ – ນໍ້າບາດານ 402 ໜ່ວຍ ແລະ ເສັ້ນທາງເສຍຫາຍ 12 ເສັ້ນ.

ໂອກາດທີ່ມາຢ້ຽມຢາມຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ປະຊາຊົນທີ່ຖືກຜົນກະທົບເມືອງສອງຄອນ ແລະ ເມືອງຊົນນະບູລີ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ໝີ່ໄວໆ, ປາກະປ໋ອງ, ເຂົ້າໜົມ ແລະ ອື່ນໆ.