ຜູ້ຊະນະເລີດໃນໂຄງການແຂ່ງຂັນ BCEL One Super User Contest 2020

249

ວັນອາທິດ ທີ 1 ພະຈິກ 2020 ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ( ທຄຕລ ) ໄດ້ຈັດການແຂ່ງຂັນ BCEL One Super User Contest ທີ່ຫໍວັດທະນະທໍາແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການແຂ່ງຂັນຄັ້ງນີ້ໂດຍ ທ່ານ ນາງ ລໍາມອນ ສິມມະໄລວົງ ຮອງກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານ ແຫ່ງ ສປປ ລາວ; ມີຄະນະຜູ້ບໍລິຫານ ແລະ ພະນັກງານ ທຄຕລ ພ້ອມດ້ວຍແຂກທີ່ຖືກເຊີນ, ຜູ້ເຂົ້າຮ່ວມແຂ່ງຂັນ, ມວນຊົນທົ່ວໄປ ແລະ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

BCEL One ເປັນຜະລິດຕະພັນການບໍລິການທະນາຄານຜ່ານມືຖື ຫຼື Mobile Banking ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການ ແຕ່ປີ 2013 ແລະ ໄດ້ມີການພັດທະນາປັບປຸງລະບົບມາແລ້ວ 3 versions ເຊິ່ງໄດ້ອໍານວຍ ຄວາມສະດວກສະບາຍໃຫ້ແກ່ລູກຄ້າໃນການຊໍາລະສະສາງທຸລະກຳທາງດ້ານການເງິນຜ່ານແອັບ BCEL One ທີ່ມີຄວາມສະດວກ ວ່ອງໄວ ປອດໄພ ແລະ ສາມາດກວດສອບໄດ້.

ການຈັດການແຂ່ງຂັນ BCEL One Super User Contest ໃນຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທຳອິດ ເພື່ອເປັນການສ້າງກິດຈະກຳໃຫ້ແກ່ລູກຄ້າຂອງ ທຄຕລ ທັງໝົດ ໄດ້ມີສ່ວນຮ່ວມເຂົ້າໃນການແຂ່ງຂັນທົດສອບຄວາມຮູ້ກ່ຽວກັບການນຳໃຊ້ຜະລິດຕະພັນ BCEL One ຂອງ ທຄຕລ ເຊິ່ງເປັນຜະລິດຕະພັນທີ່ມີການພັດທະນາ ແລະ ປັບປຸງຟັງຊັນການນຳໃຊ້ຂຶ້ນມາໃໝ່ເລື້ອຍໆ ເພື່ອໃຫ້ລູກຄ້າໄດ້ເຂົ້າຮ່ວມຊີງລາງວັນ ມູນຄ່າຫຼາຍກວ່າ 70.000.000 ກີບ ແລະ ໄດ້ເຊັນສັນຍາເປັນ Brand Ambassador ຜະລິດຕະພັນ BCEL One ຂອງ ທຄຕລ ອີກດ້ວຍ.

ໂຄງການແຂ່ງຂັນດັ່ງກ່າວແມ່ນໄດ້ເລີ່ມເປີດໃຫ້ລົງທະບຽນສອບເສັງຕັ້ງແຕ່ຕົ້ນເດືອນມິຖຸນາ ຈົນເຖິງທ້າຍເດືອນສິງຫາ ປີ 2020 ໄດ້ມີຜູ້ລົງທະບຽນສອບເສັງທັງໝົດຫຼາຍກວ່າ 12.000 ຄົນ ແລະ ໄດ້ສໍາເລັດການສອບເສັງອອນລາຍ ຄັ້ງທີ 1 ແລ້ວ ໃນໄລຍະວັນທີ 14/09/2020 – 11/10/2020 ໂດຍແບ່ງອອກເປັນ 4 ງວດ, ສາມາດຄັດເລືອກເອົານັກສອບເສັງ ຈຳນວນ 100 ຄົນ ທີ່ສາມາດສອບເສັງໄດ້ຄະແນນສູງ ແລະ ຮັກສາເວລາໃນການສອບເສັງໄດ້ດີ ເພື່ອສືບຕໍ່ດໍາເນີນການຄັດເລືອກສອບເສັງອອນລາຍ ຄັ້ງທີ 2 ໃນວັນທີ 17/10/2020 ທີ່ຜ່ານມານັ້ນ ໂດຍສາມາດຄັດເລືອກເອົານັກສອບເສັງ ຈຳນວນ 20 ຄົນ ເພື່ອເຂົ້າສອບເສັງຮອບສຸດທ້າຍໃນວັນທີ 1/11/2020. ທັງນີ້, ກໍເພື່ອເປັນການຄຳນັບຮັບຕ້ອນວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 31 ປີ.

ຜ່ານການແຂ່ງຂັນຮອບສຸດທ້າຍ ໃນທີ່ສຸດກໍໄດ້ຜູ້ໂຊກດີທີ່ຊະນະການແຂ່ງຂັນ BCEL One Super User Contest ຈຳນວນ 3 ຄົນ:

ອັນດັບທີ 1 ໄດ້ແກ່: ທ່ານ ນາງ ຈັນທະສອນ ຈັນທະເສນ ອາຍຸ 32 ປີ, ຈາກແຂວງຈໍາປາສັກ.

ອັນດັບທີ 2 ໄດ້ແກ່: ທ່ານ ນາງ ແກ້ວອຸດອນ ໄຊຍະສອນ ອາຍຸ 29 ປີ, ຈາກນະຄອນຫຼວງວຽງຈັນ.

ອັນດັບທີ 3 ໄດ້ແກ່: ທ່ານ ຍຸດທະນາ ໄຊຍະວົງ ອາຍຸ 27 ປີ, ຈາກນະຄອນຫຼວງວຽງຈັນ.

ກິດຈະກຳການແຂ່ງຂັນ BCEL One Super User Contest ໃນຄັ້ງນີ້ ເຖິງວ່າຈະຈັດຂຶ້ນເປັນຄັ້ງທຳອິດ ແຕ່ເຫັນໄດ້ຢ່າງຊັດເຈນວ່າເປັນການແຂ່ງຂັນທີ່ໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກສັງຄົມເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນນັກສຶກສາປັນຍາຊົນຈາກຂອບເຂດທົ່ວປະເທດ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.