ພະຍາກອນອາກາດປະຈຳວັນທີ 03/11/2020 ພາຍຸໄຕ້ຝຸ່ນໂຄນີ ຈະຮອດພາກກາງແລະພາກໃຕ້ຂອງສປປລາວ 5 – 6 ພະຈິກນີ້

183

ພະຍາກອນອາກາດປະຈຳວັນທີ 03/11/2020 ຈາກກົມອຸຕຸນິຍົມ ແລະອຸທົກກະສາດລາຍງານວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ສຳລັບພະຍຸໄຕ້ຝຸ່ນໂຄນີ (GOni) ຫົວທີ 19 ປະຈໍາປີ 2020, ຊຶ່ງໃນເວລາ 08 ໂມງ ຂອງວັນທີ 03 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.9 ອົງສາເໜືອ ແລະ ເສັ້ນແວງທີ 115.3 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງເຂດເມືອງ ດານັງ ຂອງປະເທດ ສສ ຫວຽດນາມໃນວັນທີ 4 – 5 ພະຈິກນີ້ ແລະ ສືບຕໍ່ເຄືອນທີຜ່ານພາກໃຕ້ ຫາ ພາກກາງຂອງ ສປປ ລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ໃນໄລຍະວັນທີ 5 – 6 ພະຈິກນີ້. ດັ່ງນັ້ນຄວນຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

.

.

.