ຜົນສຳຫຼວດຊີ້ ໄບເດັນມີຄະແນນນິຍົມນຳ ແຕ່ທຣຳມີໂອກາດແຊງໂຄ້ງສຸດທ້າຍ

127

ຜົນສຳຫຼວດລະບຸວ່າ ປະທານາທິບໍດີ ໂດນັລ ທຣຳ ມີໂອກາດແຊງໂຄ້ງສຸດທ້າຍ ຊະນະ ໂຈ ໄບເດັນ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດອາເມຣິກາ, ຂະນະທີ່ນັກວິເຄາະເຜີຍ ມາດຕະການຄວບຄຸມພະຍາດໂຄວິດ-19 ດຶງຄະແນນນິຍົມ ທຣຳ ຫຼຸດລົງ.


ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນຊາວອາເມຣິກາ ຊີ້ວ່າ: ຂະນະນີ້ ທ່ານ ໂຈ ໄບເດັນ ມີຄະແນນນິຍົມນຳ ທຣຳ 8-9% ແຕ່ກໍມີຄວາມເປັນໄປໄດ້ທີ່ ທຣຳຈະພິກເອົາຊະນະການເລືອກຕັ້ງຄັ້ງນີ້ໄດ້, ຫຼ້າສຸດ ເມື່ອວັນທີ 1 ພະຈິກຜ່ານມາ ທັງ ທຣຳ ແລະ ໄບເດັນ ໄດ້ລົງຫາສຽງທີ່ ລັດສະວິງສະເຕທ ເຊິ່ງເປັນລັດທີ່ທັງສອງພັກມີຄະແນນນິຍົມສູສີກັນທີ່ສຸດອີກລັດໜຶ່ງ ເຊິ່ງຕ່າງຄົນຕ່າງວິພາກວິຈານຈຸດອ່ອນເຊິ່ງກັນ ແລະ ກັນ ໂດຍ ທຣຳໄດ້ ຊູນະໂຍບາຍຫຼັກວ່າ ຈະເຂົ້າມາຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ ແລະ ເລັ່ງພັດທະນາວັກແຊັງປ້ອງກັນໂຄວິດ-19, ພ້ອມທັງກ່າວວິຈານພັກເດໂມແຄຣັດ ກ່ຽວກັບບັງຄັບໃຫ້ເວັ້ນໄລຍະຫ່າງໃນການມາຟັງການຫາສຽງຂອງ ລາວ.


ໃນຂະທີ່ ໂຈ ໄບເດັນ ໄດ້ວິພາກວິຈານ ທຣຳ ໃນການຮັບມືກັບກາດແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຊາວອາເມຣິກາວ່າງງານເປັນຈຳນວນຫຼວງຫຼາຍ ລວມທັງຕາມໂຮງໝໍຕ່າງໆກໍເຕັມໄປດ້ວຍຜູ້ຕິດເຊື້ອ ເຊິ່ງທຣຳຄວນຈະຍົກມືຍອມຈຳນົນທີ່ຈະແກ້ວິກິດໂຄວິດ ແລະ ພັກເດໂມແຄຣັດ ພ້ອມອາສາເຂົ້າມາແກ້ໄຂ ໃຫ້ກັບສູ່ສະພາວະປົກກະຕິໂດຍໄວ.


ແນວໃດກໍຕາມ ຜົນສຳຫຼວດຊີ້ວ່າ ຄວາມຄິດເຫັນຂອງປະຊາຊົນຜູ້ມີສິດເລືອກຕັ້ງ ໂດຍສະເພາະລັດໃດທີ່ມີຜູ້ຕິດເຊື້ອໂຄວິດສູງ ເຊິ່ງເລືອກຕັ້ງຄັ້ງຜ່ານມາ ພວກເຂົາເລືອກ ທຣຳ ແຕ່ຄັ້ງນີ້ ພວກເຂົາໄດ້ປ່ຽນໃຈຈະເລືອກ ໄບເດັນ ສູງເຖິງ 45-50%.


ແນວໃດກໍຕາມຜົນສຳຫຼວດຍັງວິເຄາະວ່າ ເຖິງວ່າຂະນະນີ້ ຄະແນນິຍົມຂອງ ໂຈ ໄບເດັນ ຈະດີກວ່າ ແຕ່ໃນໂຄ້ງສຸດທ້າຍ ທຣຳ ໄດ້ອອກແຮງລົງຫາສຽງຢ່າງຕໍ່ເນື່ອງ ເຊິ່ງສິ່ງດັ່ງກ່າວນັ້ນ ບໍ່ແນ່ນອນສະເໝີໄປ ຮອດມື້ເລືອກຕັ້ງໃນວັນ 3 ພະຈິກນີ້ ພວກເຂົາປ່ຽນໃຈມາເລືອກ ທຣຳກໍເປັນໄດ້ ເນື່ອງຈາກວ່າ ການເລືອກຕັ້ງຄັ້ງຜ່ານມາກໍມີບົດຮຽນໃຫ້ເຫັນແລ້ວ ໂດຍ ທຣຳ ມີຄະແນນນິຍົມຕາມຫຼັງຄູ່ແຂ່ງມາຕະຫຼອດ ແຕ່ຮອດມື້ເລືອກຕັ້ງ ລາວ ພິກກັບມາຊະນະແບບເຫຼືອເຊື່ອ ຫັກປາກກາຜົນສຳຫຼວດທຸກສຳນັກ.