ສິ່ງທີ່ອາດຈະໄດ້ຂາຍດີໃນລະດູໜາວທີ່ຈະມາເຖິງນີ້

258

ດັ່ງທີ່ໄດ້ນຳສະເໜີໄປກ່ອນໜ້ານີ້ 4 ສິນຄ້າ ຫຼື ສິ່ງທີ່ຈະໄດ້ຂາຍດີໃນລະດູໜາວຈະມາເຖິງ, ມາມື້ນີ້ຄໍລຳຊື້ໄດ້ – ຂາຍໝານ ຈະນຳສະເໜີຕໍ່ ຈາກລາຍການໃນສະບັບວັນທີ 27 ຕຸລາ ຄື:

  1. ຖົງຕີນແຟຊັນ: ປົກກະຕິໃນລະດູຮ້ອນຖ້າໃສ່ຖົງຕີນກໍຈະເປັນຖົງຕີນທຳມະດາ ແຕ່ໃນລະດູໜາວມັນຕ້ອງພິເສດໜ້ອຍໜຶ່ງ ເຊິ່ງເຮົາຈະເຫັນຖົງຕີນສີສັນແປກໆ ບາງຄູ່ກໍເປັນຖົງຍາວຕາມກະແສທີ່ນິຍົມໃສ່ກັນ.

  2. ເສື້ອຜ້າແຟຊັນລະດູໜາວ: ແຟຊັນລະດູໜາວມີຫຍັງແດ່ ເລີ່ມຈາກເສື້ອຜ້າຫຼາຍສີ ບາງເທື່ອກໍເປັນເສື້ອກັນໜາວແບບມາພ້ອມຖົງມື, ຖົງຕີນ, ໝວກ, ຜ້າພັນຄໍ, ແວ່ນຕາ ແລະ ບໍ່ແມ່ນພຽງແຕ່ຜູ້ໃຫຍ່ ທີ່ໃຊ້ແຟຊັນໃນລະດູໜາວ ເດັກນ້ອຍກໍມີຄືກັນ ໂດຍພໍ່ແມ່ກໍຢາກໃຫ້ລູກຫຼານຕົນເອງໄດ້ໃສ່ຊຸດທີ່ໜ້າຮັກ.

  1. ຜ້າຫົ່ມ: ທຸກເຮືອນມີຜ້າຫົ່ມຢູ່ແລ້ວ ແຕ່ພໍເຂົ້າລະດູໜາວຄວາມຕ້ອງການຜ້າຫົ່ມຈະມີຫຼາຍຂຶ້ນ ບໍ່ນັບລວມກັບທີ່ເຮົາໄປຄົ້ນໃນຕູ້ເສື້ອຜ້າ ແລະ ຂົນເອົາຜ້າຫົ່ມອອກມາໃຊ້ຫຼາຍຂຶ້ນ ແຕ່ບາງຄັ້ງການຊື້ຜ້າຫົ່ມທີ່ເພີ່ມຫຼາຍຂຶ້ນ ສ່ວນໜຶ່ງກໍເພື່ອຊື້ເປັນຂອງຂວັນຂອງຝາກໃຫ້ກັບພີ່ນ້ອງ ລວມທັງພາກເອກະຊົນສ່ວນໃຫຍ່ມັກຈະມີການຈັດກິດຈຳກຳສົ່ງມອບຜ້າຫົ່ມໃຫ້ກັບຜູ້ປະສົບໄພອາກາດໜາວ ກໍຈະເຮັດໃຫ້ຜ້າຫົ່ມກາຍເປັນສິນຄ້າຂາຍດີໃນລະດູໜາວ.

  2. ເສື່ອນອນ: ກ່ຽວຂ້ອງກັບການທ່ອງທ່ຽວທີ່ເຮົາຕ້ອງມີອຸປະກອນກັນໜາວພ້ອມ ໂດຍເສື່ອນອນຂະໜາດນ້ອຍກໍເປັນໜຶ່ງໃນສິ່ງສຳຄັນສຳລັບການທ່ອງທ່ຽວທີ່ຕ້ອງມີ ໂດຍສະເພາະຄົນທີ່ເລືອກທ່ອງທ່ຽວແບບກາງເຕັນ, ນອນເບິ່ງດາວຕາມສະຖານທີ່ທ່ອງທ່ຽວ ເຮັດໃຫ້ເສື່ອນອນກາຍເປັນສິນຄ້າທີ່ໜ້າສົນໃຈໃນໄລຍະລະດູໜາວ.

  3. ລິບສະຕິກມັນ: ສິນຄ້າປະເພດລິບສະຕິກມັນທັງຫຼາຍ ທີ່ປົກກະຕິໜຸ່ມ – ສາວກໍຈະມີລິບສະຕິກເປັນຂອງຕົວເອງຢູ່ແລ້ວ ແຕ່ໃນລະດູໜາວອາດຈະເປັນໄລຍະທີ່ເຈົ້າຂອງເຄື່ອງສຳອາງຈະເອົາລິບສະຕິກອອກມາວາງຂາຍຫຼາຍຂຶ້ນ ເພື່ອປ້ອງກັນສົບ – ປາກແຕກ, ການຂາຍສິນຄ້າຕາມລະດູ ຫຼື ຕາມກະແສ ສິ່ງສຳຄັນທີ່ຕ້ອງຄຳນຶງຢູ່ສະເໝີລະດູໜາວເຮົາຄາດເດົາບໍ່ໄດ້ ບາງຄັ້ງມາກໍໄປໄວ. ສະນັ້ນ, ສິນຄ້າທີ່ຊື້ມາສະຕ໊ອກໄວ້ຖ້າຍັງຂາຍບໍ່ໝົດກໍຈະກາຍເປັນຕົ້ນທຶນຈົມຢູ່ກັບທີ່, ດັ່ງນັ້ນຄວນວາງແຜນໃນການບໍລິຫານໃຫ້ດີ.