ມາໃໝ່! ເຊັນສັນຍາສ້າງໂຄງການສົ່ງເສີມລ້ຽງງົວ ແລະ ລ້ຽງໄກ່ ມູນຄ່າ 1,2 ລ້ານກວ່າໂດລາສະຫະລັດ

216

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບອົງການນົມດີເພື່ອລາວ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກໂນໂລຊີດ້ານກະສິກໍາ, ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ມູນຄ່າ 1.210.000 ໂດລາສະຫະລັດ.

ໃນວັນທີ 3 ພະຈິກ 2020 ທີ່ຫ້ອງປະຊຸມໂຮງແຮມແລນມາກ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ, ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຕາງໜ້າເຊັນບົດບັນທຶກຝ່າຍພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກ ກປ ນວ ແລະ ຕາງໜ້າອົງການນົມດີເພື່ອລາວ ໂດຍທ່ານ ເຈວອນ ລີ ຫົວໜ້າອົງການນົມດີເພື່ອລາວ.

ໃນພິທີ ທ່ານ ສີສະຫວັດ ສິນທະວີ ຮອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຈຸດປະສົງຫຼັກຂອງໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ແມ່ນເພື່ອສົ່ງເສີມເຕັກໂນໂລຊີດ້ານກະສິກໍາ ການລ້ຽງໄກ່ ແລະ ງົວນົມເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ ໂດຍກິດຈະກໍາຫຼັກແມ່ນເຝິກອົບຮົມເຕັກນິກວິຊາການດ້ານກະສິກໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ; ສົ່ງເສີມການຄົ້ນຄວ້າເພື່ອພັດທະນາຄຸນນະພາບຂອງສິນຄ້າກະສິກໍາ; ຍົກລະດັບການສຶກສາໃຫ້ແກ່ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ; ຊຸກຍູ້ສົ່ງເສີມກຸ່ມ ແລະ ສະຫະກອນໃຫ້ມີການແຂ່ງຂັນໃນການຜະລິດຂອງຊາວກະສິກອນ ເພື່ອໃຫ້ມີຄວາມເຂັ້ມແຂງພາຍໃນ.

ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າເປັນເງິນ 1.210.000ໂດລາສະຫະລັດ, ຕັ້ງຢູ່ເຂດບ້ານດົງບັງ, ບ້ານນາພອກ ແລະ ບ້ານຫ້ວຍຈ້ຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈະຈັດຕັ້ງປະຕິບັດເປັນເວລາ 4ປີ ນັບແຕ່ນີ້ເຖິງ ເດືອນ ສິງຫາ 2024.

ແນວໃດກໍ່ຕາມ ຄາດຄະເນຜົນໄດ້ຮັບຈາກໂຄງການດັ່ງກ່າວ ແມ່ນຈະສາມາດສ້າງໄດ້ຄອບຄົວຕົວແບບດ້ານການລ້ຽງງົວນົມ ຈໍານວນ 10 ຄອບຄົວ ແລະ ລ້ຽງໄກ່ 65 ຄອບຄົວ ຢູ່ໃນເຂດຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ຈະສ້າງຜະລິດຕະພັນກະສິກໍາທີ່ເປັນເອກະລັກຂອງເຂດນີ້ ແລະ ສາມາດແຂ່ງຂັນກັບສິນຄ້າປະເພດດຽວກັນ; ຂະນະດຽວກັນ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຈະມີບ່ອນຄົ້ນຄວ້າ ແລະ ທົດລອງການລ້ຽງສັດ, ເປັນບ່ອນຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ພ້ອມນີ້ຍັງໄດ້ຍົກລະດັບຄວາມຮູ້ ແລະ ການສຶກສາໃຫ້ກັບນັກວິຊາການລາວ.