ເຊກອງ ທີມທໍາອິດເດີນທາງຮອດນະຄອນຫຼວງ ນໍາໂດຍ ດາວຍິງສູງສຸດລາວລີກ 2 ກັບ ດາວເດັ່ນຢູ19

207

ສຸລິຈັນ ພະສະແຫວງ ກອງໜ້າດາວເດັ່ນ ເຈົ້າຂອງ 2 ລາງວັນຢ່າງ ດາວຍິງສູງສຸດ ແລະ ນັກເຕະດີເດັ່ນ ໃນລາວລີກ 2 ລະດູການ 2020 ກັບ ໂຕລີ່ ບິວລາຊົງ ດາວເດັ່ນທີ່ແຈ້ງເກີດໃນປີນີ້ດ້ວຍການຕິດ 1 ໃນ 30 ນັກເຕະທີມຊາດລາວ ຢູ 19 ຊຸດປີ 2020 ຮ່ວມກັບ ທັບນັກເຕະແຂວງເຊກອງ ເດີນທາງມາຮອດ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ ເພື່ອກຽມລົງແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບລະຫວ່າງວັນທີ 6-21 ພະຈິກ 2020.

ເຊິ່ງ ທີມແຂວງເຊກອງ ຖືເປັນທີມທໍາອິດທີ່ເດີນທາງມາຮອດ ນະຄອນຫຼວງວຽງຈັນ ເຊິ່ງໃນວັນທີ 3 ພະຈິກ 2020 ໄດ້ພາກັນລົງຊ້ອມທີ່ສະໜາມສັບພະວິຊາ ນໍາໂດຍ 2 ນັກເຕະດາວເດັ່ນຢ່າງ ສຸລິຈັນ ແລະ ໂຕລີ ໂດຍທັງສອງໃຫ້ສໍາພາດດັ່ງຄລິບລຸ່ມນີ້:

ສໍາລັບ ແຂວງເຊກອງ ຖືເປັນທີມທີ່ຢູ່ສາຍ ຂ ຮ່ວມກັບ ຈໍາປາສັກ, ອຸດົມໄຊ, ວຽງຈັນ ແລະ ຜົ້ງສາລີ.