Monthly Archives: October, 2020

ຄວາມເປັນມາ ວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 )

ວັນຄູແຫ່ງຊາດປີນີ້ ກໍຈະໜູນວຽນມາບັນຈົບ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020) ເປັນວັນສຳຄັນໜຶ່ງທີ່ຄົນລາວໃນທົ່ວປະເທດ ໄດ້ລະນຶກເຖິງຄຸນງາມຄວາມດີຂອງຄູໃນຂອບເຂດທົ່ວປະເທດ ພ້ອມຫວນຄືນມູນເຊື້ອຂອງນາຍຄູຄຳ ຄູຜູ້ທຳອິດທີ່ມີນໍ້າໃຈເສຍສະຫຼະ ແລະ ເປັນຄູທີ່ອຸທິດຕົນເພື່ອການສິດສອນ ໃນສະໄໝຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ໄດ້ສິດສອນໃຫ້ລູກຫຼານຄົນລາວຮູ້ຈັກຮັກຊາດ ພ້ອມທັ້ງເຮັດໃຫ້ ມວນມະນຸດໄດ້ດໍາເນີນການພັດທະນາຕົນເອງໃຫ້ມີຄວາມກ້າວຫນ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ...

ລມຕ ກະຊວງສຶກສາ ສົ່ງສານອວຍພອນຄູທົ່ວປະເທດ

ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 26 ປີ (ວັນທີ 7 ຕຸລາ 1994-ວັນທີ 7 ຕຸລາ 2020), ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູ-ອາຈານ...

8 ເຕັກນິກການຂາຍເສື້ອຜ້າແຟຊັນໃຫ້ປະສົບຜົນສຳເລັດ

ສິນຄ້າ “ ເສື້ອຜ້າແຟຊັນ ” ອາດຈະເບິ່ງເປັນສິນຄ້າຍອດນິຍົມທີ່ສາມາດຂາຍໄດ້ຢູ່ຕະຫຼອດ ແລະ ແນ່ນອນວ່າສິນຄ້າຊະນິດໃດທີ່ມີຄວາມຕ້ອງການສູງຍ່ອມມີຄູ່ແຂ່ງຫຼາຍ. ຄໍລຳ “ ຊື້ໄດ້ຂາຍໝານ ” ມື້ນີ້ຈະມາແນະນຳວິທີການຂາຍເສື້ອຜ້າແຟຊັນສຳລັບຜູ້ທຸລະກິດຂະໜາດນ້ອຍ ຫຼື ຜູ້ທີ່ຄິດຢາກຈະເລີ່ມທຸລະກິດວ່າມີແນວທາງແນວໃດທີ່ຈະເຮັດໃຫ້ປະສົບຄວາມສຳເລັດມີດັ່ງລຸ່ມນີ້: ພ້ອມທີ່ຈະທຸ່ມເທ: ດັ່ງທີ່ຮູ້ກັນດີຢູ່ແລ້ວວ່າກະແສຂອງແຟຊັນມີການປ່ຽນແປງຢູ່ຕະຫຼອດເວລາ, ດັ່ງນັ້ນການທຸ່ມເທສ້າງຄວາມແຕກຕ່າງ ຫຼື ການສຶກສາກະແສເພື່ອຫາສິນຄ້າມາຂາຍເປັນສິ່ງຈຳເປັນທີ່ຜູ້ຂາຍຄວນເອົາໃຈໃສ່ເປັນອັນດັບທຳອິດ. ...

ເຜີຍແຜ່ລະບຽບກົດໝາຍດ້ານການຄຸ້ມຄອງສິ່ງແວດລ້ອມ ໃຫ້ຫົວໜ່ວຍທຸລະກິດເມືອງວັງວຽງ

ວັນທີ 1 ຕຸລາ 2020 ທີ່ຫ້ອງປະຊຸມສູນຝຶກອົບຮົມຜູ້ບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ, ຈັດກອງປະຊຸມສຳມະນາເຜີຍແຜ່ລະບຽບກົດໝາຍດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ລະບຽບການຕ່າງໆຂອງບັນດາພະແນກການ ກ່ຽວກັບການອອກອະນຸຍາດ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆໃຫ້ກັບຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ໂຄງການລົງທຶນ ແລະ ຫົວໜ່ວຍກິດຈະການຕ່າງໆ, ເປັນປະທານຂອງ ທ່ານ ກວຽນທອງ ເທບທິດາ ຮອງເຈົ້າເມືອງວັງວຽງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ...

ຕະຫຼາດສາມັກຄີໄຊ ຮັບນາມມະຍົດເປັນຕະຫຼາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ

ຫ້ອງການຈັດສັນຕະຫຼາດສາມັກຄີໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີເປີດຕະຫຼາດສາມັກຄີໄຊ ເປັນຕະຫຼາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ ຂຶ້ນໃນທ້າຍເດືອນຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ມີ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍຫົວໜ້າບໍລິຫານຕະຫຼາດສາມັກຄີໄຊເຂົ້າຮ່ວມ. ໂອກາດນີ້, ຜູ້ຕາງໜ້າເຈົ້າຂອງຕະຫຼາດໄດ້ລາຍງານວ່າ: ຕະຫຼາດສາມັກຄີໄຊ...

ປູກຢາງພາລາ ພາຄອບຄົວພົ້ນທຸກ

ປະຕິບັດຕາມແນວທາງນະໂຍບາຍຂອງພັກ ກໍຄືການຊີ້ນຳໆພາຂອງອົງຄະນະພັກເມືອງໝື່ນ ແຂວງວຽງຈັນ ໃນການສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນໄດ້ສ້າງສາພັດທະນາເສດຖະກິດຕາມແລວເສດຖະກິດຂອງແຂວງ ແນໃສ່ສ້າງເມືອງໝື່ນໃຫ້ເປັນເມືອງພັດທະນາຮອບດ້ານ ໂດຍເນັ້ນໃສ່ການພັດທະນາວຽກງານໃນຂົງເຂດກະສິກຳ ຕິດພັນກັບການປູກໄມ້ອຸດສາຫະກຳເປັນສິນຄ້າຂອງປະຊົນ ເຊິ່ງໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າສຸມທຶນຮອນໃສ່ວຽກງານຟື້ນຟູປ່າໄມ້ ເພື່ອທົດແທນປ່າໄມ້ທີ່ຖືກທໍາລາຍໃຫ້ກັບຄືນມີຄວາມອຸດົມສົມບູນ, ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມ ຕິດຕາມຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ, ບໍລິສັດໃຫ້ມີສ່ວນຮ່ວມໃນການປູກໄມ້ ເຊິ່ງມີຫຼາຍຄອບຄົວຜະລິດເປັນສິນຄ້າທີ່ມີຜົນສໍາເລັດ. ເປັນຕົ້ນແມ່ນຄອບຄົວຂອງ ທ່ານ ຈູເຈ່ຍຫາ ໜໍຕູ້ ອາຍຸ 46...

ປູກພືດຜັກອິນຊີຂາຍ ສ້າງລາຍຮັບຫຼາຍກວ່າ 50 ລ້ານກີບຕໍ່ປີ

ລຸງ ບຸນຍອດ ແກ້ວສະຫວັນ ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ໃນຄອບຄົວຂອງເພິ່ນມີສະມາຊິກຢູ່ນຳກັນທັງໝົດ 5 ຄົນ ຍິງ 3 ຄົນ, ມີແຮງງານຕົ້ນຕໍ 2 ຄົນ ຍິງ 1 ຄົນ ເມື່ອກ່ອນແມ່ນໄດ້ອາໄສຢູ່ບ້ານລ້ອງອໍ້ ເມືອງຊຽງເງິນ ໂດຍໄດ້ຢຶດຖືເອົາອາຊີບເຮັດໄຮ່ປູກເຂົ້າ, ຖົ່ວດິນ, ມັນດ້າງ, ສາລີ, ໝາກພຸກ, ໝາກກະທັນ...

ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເກືອບ 7 ພັນຄົນ ເສຍຊີວິດແລ້ວ 12 ຄົນ

ສະຖານະການການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງເພີ່ມຂຶ້ນທຸກມື້. ຫຼ້າສຸດວັນທີ 4 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມ 17 ຄົນ ລວມຕິດເຊື້ອສະສົມເກືອບ 7 ພັນຄົນ ແລະ ເສຍຊີວິດແລ້ວ 12 ຄົນ. ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ມາຮອດວັນທີ 4 ຕຸລາ 2020 ມີລາຍງານກ່ຽວກັບຜູ້ຕິດເຊື້ອໃນທົ່ວປະເທດ...

ສະຫຼອງງານກາເຟລາວ ເພື່ອກະຕຸ້ນຍອດຂາຍ

ປະເທດເຮົາກໍານົດເອົາວັນທີ 1 ຕຸລາຂອງທຸກໆປີ ເປັນວັນກາເຟລາວ ເພື່ອສະເຫຼີມສະຫຼອງຊຸກຍູ້, ໂຄສະນາ. ປັດຈຸບັນຢູ່ ສປປ ລາວມີເນື້ອທີ່ປູກກາເຟທັງໝົດ ປະມານ 1 ແສນເຮັກຕາ, ຜົນຜະລິດປະມານ 1 ແສນກວ່າໂຕນຕໍ່ປີ ແລະ ມີລາຍຮັບຈາກການຂາຍກາເຟ ປະມານ 100 ລ້ານໂດລາຕໍ່ປີ. ວັນທີ 3 ຕຸລາ 2020 ສະພາອຸດສາຫະກໍາ...

ສະເໜີ 7 ທາງເລືອກລາຄາໄຟຟ້າສໍາລັບພາກທີ່ຢູ່ອາໄສ

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການກ່ຽວຂ້ອງຈັດກອງປະຊຸມເສວະນາ ເພື່ອຕອບຄໍາຖາມທີ່ສັງຄົມມີຄວາມສົນໃຈໃນໄລຍະຜ່ານມາ ກ່ຽວກັບວຽກງານໄຟຟ້າ, ການປັບປຸງໂຄງສ້າງ ແລະ ນະໂຍບາຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ - 19 ພ້ອມສະເໜີ 7 ທາງເລືອກໃຫ້ແກ່ພາກທີ່ຢູ່ອາໄສເພື່ອຫາລາຄາທີ່ເໝາະສົມ ສົ່ງເສີມໃຫ້ມີການນໍາໃຊ້ເຂົ້າໃນການດໍາເນີນທຸລະກິດພາຍໃນ. ວັນທີ 5 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຮ່າງບົດສຶກສາລາຄາໄຟຟ້າສະບັບປັບປຸງໃໝ່...
- Advertisment -
Slide
Slide

Most Read

error: Content is protected !!