ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເກືອບ 7 ພັນຄົນ ເສຍຊີວິດແລ້ວ 12 ຄົນ

103

ສະຖານະການການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງເພີ່ມຂຶ້ນທຸກມື້. ຫຼ້າສຸດວັນທີ 4 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມ 17 ຄົນ ລວມຕິດເຊື້ອສະສົມເກືອບ 7 ພັນຄົນ ແລະ ເສຍຊີວິດແລ້ວ 12 ຄົນ.

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ມາຮອດວັນທີ 4 ຕຸລາ 2020 ມີລາຍງານກ່ຽວກັບຜູ້ຕິດເຊື້ອໃນທົ່ວປະເທດ ທັງໝົດ 17 ຄົນ ແລະ ບໍ່ມີຜູ້ເສຍຊີວິດ. ນັບແຕ່ວັນທີ 1 ມັງກອນ 2020 ຫາ 4 ຕຸລາ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 6.925 ຄົນ ໃນ 18 ແຂວງທົ່ວປະເທດ. ໃນນີ້, ແຂວງທີ່ຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ມີ 1.594 ຄົນ, ຮອງລົງມາແມ່ນ ບໍລິຄຳໄຊ 769 ຄົນ, ບໍ່ແກ້ວ 688 ກໍລະນີ ແລະ ແຂວງ ວຽງຈັນ 669 ກໍລະນີ. ສ່ວນຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ສະສົມມີທັງໝົດ 12 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງ ຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ.

ສະນັ້ນ, ເພື່ອທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈໃນການປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳ, ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວໃຫ້ທັນການ, ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບ ໄຊ www.covid19.gov.la,  ເຟສບຸ໊ກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.