ປູກພືດຜັກອິນຊີຂາຍ ສ້າງລາຍຮັບຫຼາຍກວ່າ 50 ລ້ານກີບຕໍ່ປີ

156

ລຸງ ບຸນຍອດ ແກ້ວສະຫວັນ ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ໃນຄອບຄົວຂອງເພິ່ນມີສະມາຊິກຢູ່ນຳກັນທັງໝົດ 5 ຄົນ ຍິງ 3 ຄົນ, ມີແຮງງານຕົ້ນຕໍ 2 ຄົນ ຍິງ 1 ຄົນ ເມື່ອກ່ອນແມ່ນໄດ້ອາໄສຢູ່ບ້ານລ້ອງອໍ້ ເມືອງຊຽງເງິນ ໂດຍໄດ້ຢຶດຖືເອົາອາຊີບເຮັດໄຮ່ປູກເຂົ້າ, ຖົ່ວດິນ, ມັນດ້າງ, ສາລີ, ໝາກພຸກ, ໝາກກະທັນ ແລະ ອື່ນໆ ຢ່າງລະເລັກລະໜ້ອຍເຮັດພໍກິນພາຍໃນຄອບຄົວ.

ເມື່ອເປັນແນວນັ້ນມາຮອດປີ 2005 ຈຶ່ງມີແນວຄິດລິເລີ່ມປູກຜັກເປັນອາຊີບຫຼັກ ໂດຍໃຊ້ເນື້ອທີ່ດິນທີ່ມີຢູ່ປູກແບບປະສົມປະສານ ( ເຄມີ + ຝຸ່ນທຳມະຊາດ ) ຜົນຜະລິດທີ່ໄດ້ກໍບໍ່ສູງປານໃດ ແລະ ການໃຊ້ເຄມີມັນກໍເປັນອັນຕະລາຍຕໍ່ສຸຂະພາບ. ດັ່ງນັ້ນ, ມາຮອດປີ 2012 ຈຶ່ງຕັດສິນໃຈເຂົ້າຮ່ວມໂຄງການປູກພືດແບບປະສົມປະສານ ( ໂຄງການຟາວ ) ເພື່ອເອົາບົດຮຽນມາພັດທະນາໃນການປູກພືດຜັກອິນຊີ ໂດຍໄດ້ບຸກເບີກເນື້ອທີ່ສວນເທື່ອລະເລັກລະໜ້ອຍເບື້ອງຕົ້ນມີພຽງແຕ່ 0,10 ເຮັກຕາ, ຜົນຜະລິດໄດ້ 2 ໂຕນຕໍ່ປີ ສາມາດສ້າງລາຍຮັບໄດ້ 12 ລ້ານຕໍ່ປີ.

ຈົນມາຮອດປີ 2017 ລຸງຍອດ ໄດ້ຂະຫຍາຍເນື້ອທີ່ປູກຈາກ 0,10 ເຮັກຕາ ມາເປັນ 0,50 ເຮັກຕາ ຍ້ອນເຫັນຄວາມດຸໝັ່ນຂອງເພິ່ນ ໃນປີ 2018 ທາງຫ້ອງກະສິກຳ ແລະ ປ່າໄມ້ນະຄອນຫຼວງພະບາງ ໄດ້ສະໜອງອຸປະກອນ ເພື່ອສ້າງເຮືອນຮົ່ມໃນການປູກຜັກອິນຊີໃຫ້ຄອບຄົວຂອງ ທ່ານ ບຸນຍອດ ຈຳນວນ 2 ຫຼັງ, ສາມາດປູກໝູນວຽນກັນໄດ້ຕະຫຼອດປີ ພາຍຫຼັງມີເຮືອນຮົ່ມລາວສາມາດຜະລິດຜັກໄດ້ 7,2 ໂຕນຕໍ່ປີ, ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 51 ລ້ານກວ່າກີບຕໍ່ປີ.

ລຸງຍອດ ໃຫ້ຮູ້ຕື່ມວ່າ: ສຳລັບແນວພັນພືດກໍຊອກຫາແນວພັນທີ່ດີ, ເລືອກຕາມຕະຫຼາດຕ້ອງການບໍລິໂພກ ແລະ ແນວຜັກພື້ນບ້ານຈຳນວນໜຶ່ງ, ແກ່ນພືດທີ່ຈະນຳໄປປູກແມ່ນກ້າເບ້ຍ ປະມານ 25 – 30 ວັນ ແລ້ວຈຶ່ງນຳໄປປູກໃສ່ດິນທີ່ກຽມໄວ້ ດ້ວຍການໄຖ, ຝັກໃຫ້ມຸ່ນ, ແປງເປັນໜານ ພ້ອມໃສ່ຝຸ່ນຊີວະພາບຕາມເຕັກນິກທີ່ໄດ້ຮຽນມາ ແຍກປູກເປັນແຖວ ໄລຍະຫ່າງກັນ 20 x 20 ຊັງຕີແມັດ, ປູກຕໍ່ເນື່ອງເວັ້ນໄລຍະຫ່າງກັນປະມານ 14 ວັນ ແລ້ວຈຶ່ງປູກຕໍ່ ແລະ ສ່ວນການບົວລະບັດແມ່ນໄດ້ເອົາໃຈໃສ່ພວນດິນ, ຫຼົກຫຍ້າ, ໃສ່ຝຸ່ນຊີວະພາບຄື 1 ກິໂລ ໜານຜັກຕໍ່ແມັດ ແລະ ຫົດນ້ຳແຕ່ລະວັນຢ່າງເປັນປົກກະຕິສອງຄັ້ງຕໍ່ວັນ ( ເຊົ້າ – ແລງ ), ຜັກທີ່ນຳມາປູກປະກອບມີຫຼາຍຊະນິດ ເຊັ່ນ: ຜັກສະຫຼັດ, ຜັກກາດນາ, ຜັກກາດຊອມ, ຜັກຫອມ, ຜັກບົ່ວ, ກະລໍ່າປີ, ລ໊ອກເກັດ, ກະຫຼົດ, ບີຣູດ, ໝາກເຂືອ, ໝາກຖົ່ວ ແລະ ຜັກສວນຄົວອື່ນໆອີກຈຳນວນໜຶ່ງ.

ສຳລັບຕະຫຼາດຈຳໜ່າຍແມ່ນມີ 3 ຊ່ອງທາງ ຄື: ແມ່ຄ້າໄປຮັບຊື້ຢູ່ກັບສວນ; ນຳໄປຂາຍເອງຢູ່ຕະຫຼາດກະສິກຳອິນຊີ ( ຕັ້ງຢູ່ພະແນກກະສິກຳ ແລະ ປ່າໄມ້   ແຂວງ ) ອາທິດໜຶ່ງ 2 ຄັ້ງ ຄື: ວັນພຸດ ແລະ ວັນເສົາ, ຂາຍຢູ່ສວນສາທາລະນະລ້ານຊ້າງ ແມ່ນວັນຈັນ ແລະ ວັນສຸກ, ສົ່ງຕາມການສັ່ງຊື້ ເປັນຕົ້ນແມ່ນໃຫ້ຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມພາຍໃນເທສະບານນະຄອນຫຼວງພະບາງ.

ນອກຈາກປູກພືດຜັກສວນຄົວແລ້ວ ຄອບຄົວ ລຸງຍອດ ຍັງໄດ້ປູກໄມ້ໃຫ້ໝາກ ເຊັ່ນ: ໝາກພຸກ, ໝາກມ່ວງ, ໝາກເງາະ, ໝາກກະທັນ ແລະ ອື່ນໆຕື່ມອີກ. ໃນແຜນການຕໍ່ໜ້າ ລຸງມີແຜນຈະຂະຫຍາຍເຮືອນຮົ່ມອີກໜຶ່ງຫຼັງ, ເປີດສວນແຫ່ງນີ້ເປັນສະຖານທີ່ສຶກສາຮຽນຮູ້ຂອງຜູ້ທີ່ສົນໃຈໃນການປູກພືດຜັກອິນຊີຂັ້ນພື້ນຖານ.

[ ເນື້ອໃນໂດຍ: ນົກນ້ອຍເມືອງຊຽງ ]