ເຜີຍແຜ່ລະບຽບກົດໝາຍດ້ານການຄຸ້ມຄອງສິ່ງແວດລ້ອມ ໃຫ້ຫົວໜ່ວຍທຸລະກິດເມືອງວັງວຽງ

125

ວັນທີ 1 ຕຸລາ 2020 ທີ່ຫ້ອງປະຊຸມສູນຝຶກອົບຮົມຜູ້ບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ, ຈັດກອງປະຊຸມສຳມະນາເຜີຍແຜ່ລະບຽບກົດໝາຍດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ລະບຽບການຕ່າງໆຂອງບັນດາພະແນກການ ກ່ຽວກັບການອອກອະນຸຍາດ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆໃຫ້ກັບຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ໂຄງການລົງທຶນ ແລະ ຫົວໜ່ວຍກິດຈະການຕ່າງໆ, ເປັນປະທານຂອງ ທ່ານ ກວຽນທອງ ເທບທິດາ ຮອງເຈົ້າເມືອງວັງວຽງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ນິຕິກຳກ່ຽວກັບຂະບວນການອອກອະນຸຍາດໃບຢັ້ງຢືນສິ່ງແວດລ້ອມ ແລະ ການຄຸ້ມຄອງວຽກງານສິ່ງແວດລ້ອມຂອງໂຄງການຂັ້ນແຂວງ, ເຜີຍແຜ່ນິຕິກຳກ່ຽວກັບຂະບວນການຕິດຕາມກວດກາວຽກງານສິ່ງແວດລ້ອມໂຄງການຂັ້ນແຂວງ, ເຜີຍແຜ່ນິຕິກຳກ່ຽວກັບຂະບວນການອອກອະນຸຍາດໃບຢັ້ງຢືນສິ່ງແວດລ້ອມ ແລະ ການຄຸ້ມຄອງວຽກງານສິ່ງແວດລ້ອມຂອງໂຄງການຂັ້ນເມືອງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳ ພະແນກແຜນການ ແລະ ການລົງທຶນແຂວງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳພະແນກໂຍທາທິການ ແລະ ຂົ່ນສົງແຂວງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ຽວທ່ຽວແຂວງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ເຜີຍແຜ່ລະບຽບກົດໝາຍ ນິຕິກຳ ຂະແໜງຊັບພະຍາກອນນ້ຳ.

ທ່ານ ບຸນພະຈັນ ບຸນທະລາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ກ່າວວ່າ: ກອງປະຊຸມເພື່ອເຮັດໃຫ້ການດຳເນີນທຸລະກິດໄດ້ປະຕິບັດລະບຽບກົດໝາຍຕາມຂັ້ນຕອນການອອກອະນຸຍາດໃຫ້ເປັນການຄຸ້ມຄອງແບບລວມສູນ ເພື່ອສ້າງຄວາມເປັນເອກະພາບ ແລະ ກຳນົດແນວທາງໃນການຈັດຕັ້ງປະຕິບັດ, ຂະບວນການອອກອະນຸຍາດຂອງບັນດາພະແນກການ, ຫ້ອງການ, ການເກັບຄ່າທໍານຽມ, ຄ່າບໍລິການ, ກຳນົດເວລາໃນການອອກອະນຸຍາດ ແລະ ງົບປະມານຕິດຕາມກວດກາປະຈຳປີ ເຊິ່ງດຳເນີນການຢູ່ໃນປັດຈຸບັນທີ່ຈະນຳມາເຜີຍແຜ່ໃນຄັ້ງນີ້. ພ້ອມນີ້, ຍັງເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດານິຕິກຳຕ່າງໆທີ່ມານຳສະເໜີ ຢ່າງມີປະສິດທິພາບແລະ ມີຜົນສຳເລັດເປັນຢ່າງດີ.

[ ຮູບ – ຂ່າວ: ນັກຂ່າວເມືອງວັງວຽງ ]