ຕະຫຼາດສາມັກຄີໄຊ ຮັບນາມມະຍົດເປັນຕະຫຼາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ

325

ຫ້ອງການຈັດສັນຕະຫຼາດສາມັກຄີໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີເປີດຕະຫຼາດສາມັກຄີໄຊ ເປັນຕະຫຼາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ ຂຶ້ນໃນທ້າຍເດືອນຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ມີ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍຫົວໜ້າບໍລິຫານຕະຫຼາດສາມັກຄີໄຊເຂົ້າຮ່ວມ.

ໂອກາດນີ້, ຜູ້ຕາງໜ້າເຈົ້າຂອງຕະຫຼາດໄດ້ລາຍງານວ່າ: ຕະຫຼາດສາມັກຄີໄຊ ຕັ້ງຢູ່ບ້ານດົງດວນ ເປັນຕະຫຼາດປະເພດກາງ ໂດຍຂຶ້ນກັບການຄຸ້ມຄອງຂອງຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ, ສ້າງຕັ້ງຂຶ້ນໃນປີ 1998 ມີມູນຄ່າການກໍ່ສ້າງທັງໝົດ 3 ຕື້ 192 ລ້ານກວ່າກີບ ປະກອບມີອາຄານໃຫຍ່ 1 ຫຼັງ, ມີໂຕະວາງຂາຍສິນຄ້າຂະໜາດ 1 x ×1,5 ແມັດ ຈໍານວນ 300 ໂຕະ ແລະ ໄດ້ແບ່ງເຂດບໍລິການຄືເຂດຈໍາໜ່າຍເຄື່ອງອຸປະໂພກ ແລະ ເຂດຈໍາໜ່າຍເຄື່ອງບໍລິໂພກ, ໄລຍະຜ່ານມາໂດຍໄດ້ຮັບການແນະນຳຈາກພາກສ່ວນກ່ຽວຂ້ອງ ປັບປຸງຕາມເນື້ອໃນມາດຖານ ແລະ ເງື່ອນໄຂຂອງການສ້າງຕະຫຼາດມາດຖານທີ່ຂັ້ນເທິງກຳນົດໄວ້ ເປັນຕົ້ນ ຄວາມປອດໄພ, ຄວາມສະອາດ ໄດ້ແກ້ໄຂຮ່ອງຄອງ, ນ້ຳອັ່ງຂັງ, ຄວາມເປິເປື້ອນ, ມີບ່ອນກຳຈັດຂີ້ເຫຍື້ອ ແລະ ມີປະເພດສິນຄ້າທີ່ມາວາງຂາຍປະເພດເຄື່ອງອຸປະໂພກ ແລະ ບໍລິໂພກ, ມີຈຸດບໍລິການວັດແທກ – ຊັ່ງຜອງສິນຄ້າ 4 ຈຸດ ໂດຍໄດ້ຜ່ານການກວດກາມາດຕະຖານ, ມີຈຸດການກວດກາຄຸນນະພາບອາຫານສົດ, ຄຸນນະພາບສິນຄ້າ, ສຸຂະນາໄມພືດ ແລະ ສັດ ແລະ ມີລະບົບປ້ອງກັນອັກຄີໄພ.

ທ່ານ ຄຳສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ ໄດ້ຕາງໜ້າຄະນະກຳມະການຄຸ້ມຄອງຈັດສັນຕະຫຼາດ ຜ່ານຂໍ້ຕົກລົງເລກທີ 420/ຈນ.ກສ ແລະ ລາຍງານຜົນການລົງກວດກາຕະຫຼາດ ເພື່ອສ້າງເປັນຕະຫຼາດມາດຕະຖານ, ຈາກນັ້ນວິຊາການຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍໄດ້ຂຶ້ນຜ່ານໃບຢັ້ງຢືນຕະຫຼາດມາດຕະຖານ ເລກທີ 0666/ອຄ.ກຄພນ ວ່າດ້ວຍການມອບໃບຢັ້ງຢືນມາດຕະຖານໃຫ້ຕະຫຼາດສາມັກຄີໄຊ ເປັນຕະຫຼາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ.

( ຂໍ້ມູນ: ວິທະຍຸສະຫວັນນະເຂດ )