8 ເຕັກນິກການຂາຍເສື້ອຜ້າແຟຊັນໃຫ້ປະສົບຜົນສຳເລັດ

132

ສິນຄ້າ “ ເສື້ອຜ້າແຟຊັນ ” ອາດຈະເບິ່ງເປັນສິນຄ້າຍອດນິຍົມທີ່ສາມາດຂາຍໄດ້ຢູ່ຕະຫຼອດ ແລະ ແນ່ນອນວ່າສິນຄ້າຊະນິດໃດທີ່ມີຄວາມຕ້ອງການສູງຍ່ອມມີຄູ່ແຂ່ງຫຼາຍ.

ຄໍລຳ “ ຊື້ໄດ້ຂາຍໝານ ” ມື້ນີ້ຈະມາແນະນຳວິທີການຂາຍເສື້ອຜ້າແຟຊັນສຳລັບຜູ້ທຸລະກິດຂະໜາດນ້ອຍ ຫຼື ຜູ້ທີ່ຄິດຢາກຈະເລີ່ມທຸລະກິດວ່າມີແນວທາງແນວໃດທີ່ຈະເຮັດໃຫ້ປະສົບຄວາມສຳເລັດມີດັ່ງລຸ່ມນີ້:

  1. ພ້ອມທີ່ຈະທຸ່ມເທ: ດັ່ງທີ່ຮູ້ກັນດີຢູ່ແລ້ວວ່າກະແສຂອງແຟຊັນມີການປ່ຽນແປງຢູ່ຕະຫຼອດເວລາ, ດັ່ງນັ້ນການທຸ່ມເທສ້າງຄວາມແຕກຕ່າງ ຫຼື ການສຶກສາກະແສເພື່ອຫາສິນຄ້າມາຂາຍເປັນສິ່ງຈຳເປັນທີ່ຜູ້ຂາຍຄວນເອົາໃຈໃສ່ເປັນອັນດັບທຳອິດ.
  2. ສ້າງເອກະລັກສະເພາະ: ນອກຈາກເລື່ອງຂອງການຕາມກະແສແລ້ວ ການສ້າງຄວາມເປັນເອກກະລັກກໍຈະຊ່ວຍໃຫ້ທ່ານຢູ່ເໜືອຄູ່ແຂ່ງໄດ້ ການຊອກຫາຈຸດຕ່າງທີ່ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຈະຊ່ວຍເພີ່ມໂອກາດໃຫ້ກັບສິນຄ້າໄດ້ດີ ແຕ່ຢ່າລືມທີ່ຈະພັດທະນາມັນຢູ່ຕະຫຼອດເວລາ.
  3. ເນັ້ນຄຸນນະພາບ: ເຖິງແມ່ນກະແສຂອງເສື້ອຜ້າແຟຊັນຈະມີການປ່ຽນແປງຢູ່ຕະຫຼອດເວລາ ເຮັດໃຫ້ຜູ້ບໍລິໂພກຊອກຫາສິ່ງໃໝ່ຢູ່ສະເໝີ ແຕ່ຢ່າລືມວ່າຜູ້ບໍລິໂພກກໍມັກສິນຄ້າທີ່ມີຄຸນນະພາບດີ ເຖິງຈະລາຄາບໍ່ແພງ ຖ້າເຮົາສາມາດຫາສິນຄ້າທີ່ດີມີຄຸນນະພາບໃຫ້ລູກຄ້າໄດ້ ກໍຈະຊ່ວຍມັດໃຈລູກຄ້າໄດ້ນຳອີກ.
  4. ມີກຸ່ມເປົ້າໝາຍທີ່ຊັດເຈນ: ການຂາຍເສື້ອຜ້າແຟຊັນຄວນເລືອກກຸ່ມລູກຄ້າໃຫ້ຊັດເຈນ ເຊິ່ງມີຢູ່ຫຼາຍກຸ່ມ ເຊັ່ນ: ກຸ່ມຄົນຕຸ້ຍ, ຄົນໄວເຮັດວຽກເປັນຕົ້ນ ບໍ່ຄວນຂາຍສິນຄ້າປົນກັນໄປ ເພາະຈະເຮັດໃຫ້ລູກຄ້າເກີດພາບຈຳທີ່ສັບສົນ ອີກທັງຜູ້ຂາຍເອງຍັງສາມາດຄວບຄຸມງົບລົງທຶນໄດ້ດີກວ່າການຂາຍເສື້ອຜ້າທີ່ມີຄວາມຫຼາກຫຼາຍ.
  5. ທີ່ຕັ້ງດີມີໄຊໄປກວ່າເຄິ່ງ: ສະຖານທີ່ຕັ້ງເປັນສິ່ງທຳອິດທີ່ຜູ້ຂາຍເສື້ອຜ້າແຟຊັນຄວນຈະພິຈາລະນາເປັນອັນດັບທຳອິດ ເຊິ່ງແຕ່ລະສະຖານທີ່ກໍຈະມີກຸ່ມລູກຄ້າເປົ້າໝາຍບໍ່ຄືກັນ. ສະນັ້ນ, ຕ້ອງຮູ້ກ່ອນວ່າສິນຄ້າຂອງທ່ານນັ້ນເໝາະກັບລູກຄ້າແບບໃດ, ມີກຳລັງຊື້ເທົ່າໃດ, ລູກຄ້າສາມາດເຂົ້າເຖິງສິນຄ້າໄດ້ງ່າຍ ຫຼື ບໍ່ ແລະ ທີ່ສຳຄັນຄວນຫາສະຖານທີ່ທີ່ມີຜູ້ຄົນຫຼາກຫຼາຍ ເພື່ອເປັນການເພີ່ມໂອກາດທາງການຂາຍ.
  6. ມີຊ່ອງທາງການຂາຍຫຼາຍ ກວ່າໜຶ່ງທາງ: ປັດຈຸບັນຈະເປັນຍຸກແຫ່ງການຄ້າຂາຍອອນລາຍ ແຕ່ທ່ານຈະໝັ້ນໃຈໄດ້ແນວໃດວ່າລູກຄ້າຈະພົບເຫັນຮ້ານຂອງທ່ານ ເພາະຄູ່ແຂ່ງມີຫຼາຍເຫຼືອເກີນ ຖ້າຫວັງເພິ່ງພາແຕ່ຂາຍທາງອອນລາຍພຽງຢ່າງດຽວ ທ່ານອາດຈະຕົກຢູ່ໃນຄວາມຍາກລຳບາກໄດ້, ການມີໜ້າຮ້ານຈະຍິ່ງສ້າງຄວາມໜ້າເຊື່ອຖືໃຫ້ກັບທ່ານຫຼາຍຍິ່ງຂຶ້ນ, ຖ້າທ່ານນຳຈຸດເດັ່ນຂອງທັງ 2 ແບບມາປະສົມກັນ ໂອກາດແຫ່ງຄວາມສຳເລັດກໍຢູ່ບໍ່ໄກເກີນທີ່ທ່ານໄປເຖິງ.
  7. ເຂົ້າເຖິງແຫຼ່ງຜະລິດໃຫ້ໄດ້: ຈະຊ່ວຍສົ່ງຜົນດີໃນຫຼາຍດ້ານ ບໍ່ວ່າຈະເປັນການໄດ້ສິນຄ້າຕົ້ນທຶນຕ່ຳ, ສາມາດຄວບຄຸມຄຸນນະພາບ ແລະ ຕົ້ນທຶນໄດ້ ສາມາດອອກແບບເອງໄດ້ຕາມກະແສ ເຊິ່ງໃນໄລຍະຍາວຍ່ອມດີກວ່າການຊື້ມາ – ຂາຍໄປຢ່າງແນ່ນອນ.
  8. ເຮັດໃຫ້ລູກຄ້າປະທັບໃຈ: ການສະແດງຄວາມຈິງໃຈໃນການຂາຍເປັນສິ່ງສຳຄັນທີ່ຜູ້ປະກອບການຄວນຈະເຮັດ ຕົວຢ່າງບໍ່ພະຍາຍາມຂາຍສິນຄ້າທີ່ບໍ່ເໝາະໃຫ້ກັບລູກຄ້າ ມີແນວທາງການຮັບຜິດຊອບຫາກເກີດຂໍ້ຜິດພາດຂຶ້ນກັບສິນຄ້າທີ່ຊື້ຈາກຮ້ານທ່ານ ເຊິ່ງເປັນວິທີການງ່າຍທີ່ຈະຊ່ວຍຊື້ໃຈລູກຄ້າໄດ້ ແລະ ເພີ່ມໂອກາດທີ່ຈະເຮັດໃຫ້ລູກຄ້າກັບມາຊື້ນຳອີກ.

ຂໍ້ມູນຈາກ: smartsme.co.th, ຮຽບຮຽງ: ສັນຕິ