ລມຕ ກະຊວງສຶກສາ ສົ່ງສານອວຍພອນຄູທົ່ວປະເທດ

413

ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 26 ປີ (ວັນທີ 7 ຕຸລາ 1994-ວັນທີ 7 ຕຸລາ 2020), ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູ-ອາຈານ ໃນຂອບເຂດທົ່ວປະເທດຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ.

ພາບປະກອບຂ່າວເທົ່ານັ້ນ

ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ. ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາ ລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ເມື່ອທົບທວນເບິ່ງແລ້ວ ຈະເຫັນວ່າພາລະໜ້າທີ່ຂອງຄູ ແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫລາຍ ໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກິລາ ໂດຍສະເພາະແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງ. ສຳລັບການສະເຫລີມສະຫລອງວັນຄູແຫ່ງຊາດ ປີ 2020 ນີ້ ສອດຄ່ອງກັບວັນຄູສາກົນ ຄືວັນທີ 5 ຕຸລາ 2020 ຊຶ່ງປີນີ້ໃສ່ຫົວຂໍ້ວ່າ “ຄູເປັນຜູ້ນຳພາຜ່ານຜ່າວິກິດ ພິຊິດອະນາຄົດທີ່ກ້າວໜ້າ”.

ອົງການອຸຍແນັສໂກເວົ້າວ່າ ວັນຄູສາກົນປີນີ້ ເປັນໂອກາດສະເຫລີມສະຫລອງຜົນງານການສິດສອນຂອງຄູໃນທົ່ວໂລກ, ເປັນໂອກາດສັງລວມບັນດາຜົນສຳເລັດ ທີ່ປະຕິບັດໄດ້ດີໃນປີຜ່ານມາ ແລະ ເພີ່ມຄວາມເອົາໃຈໃສ່ໃນການຮັບຟັງຄຳຄິດເຫັນຂອງຄູ ຜູ້ຊຶ່ງເປັນຫົວໃຈແຫ່ງຄວາມສຳເລັດຂອງເປົ້າໝາຍການສຶກສາໃນທົ່ວໂລກ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບ ສປປ ລາວ ຂອງພວກເຮົາ ໃນໄລຍະ 26 ປີ ທີ່ຜ່ານມາ ເຖິງວ່າສະພາບເສດຖະກິດ ໄດ້ພົບກັບຄວາມຫຍຸ້ງຍາກຫລາຍປະການ ສະເພາະປີນີ້ ພັດມີການລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງມີຜົນກະທົບໂດຍກົງຕໍ່ການຈັດການຮຽນ-ການສອນ. ແຕ່ດ້ວຍຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ຕໍ່ການປະຕິບັດໜ້າທີ່ການສອນຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາໄດ້ຂະຫຍາຍຕົວ ນັບແຕ່ສູນກາງຮອດທ້ອງຖິ່ນ.

ຕາໜ່າງການສຶກສາໄດ້ຂະຫຍາຍໄປທົ່ວປະເທດ, ເຂດຫ່າງໄກສອກຫລີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ. ຄູ-ອາຈານ ຫລາຍໆຄົນກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາ ຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

ພາບປະກອບຂ່າວເທົ່ານັ້ນ

ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູ-ອາຈານ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບ ໃຈມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫລືອຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາ ຂອງປະ ເທດເຮົາໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ ດີຂຶ້ນເປັນກ້າວໆ. ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານ ການປະກອບສ່ວນຂອງຄູ-ອາຈານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະ ເທດ ໂດຍສະເພາະແມ່ນການກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ/ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນຈົນຮອດມະຫາວິທະຍາໄລ.

ພາບປະກອບຂ່າວເທົ່ານັ້ນ

ໃນປະຫວັດແຫ່ງການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດຊາດ ບໍ່ວ່າຍຸກໃດສະໄໝໃດ ມັນຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດ ທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໄສ, ມີຄຸນສົມບັດທີ່ໜັກແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູ-ອາຈານ ຂອງພວກເຮົາທີ່ຢູ່ຕາມສະ ຖານການສຶກສາໃນໂຮງຮຽນ, ນອກໂຮງຮຽນ ແລະ ຕາມອັດຕະຍາໄສ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງ ໃຫ້ກ້າວທັນການປ່ຽນແປງຂອງສາກົນກວ່າເວລາໃດໝົດ.

ທາງດ້ານຄວາມຮູ້: ຈະຕ້ອງໄດ້ຄົ້ນຄວ້າລົງເລິກ ວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະເພາະ ຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມ ສາມາດປະສົມປະສານແຫລ່ງການຮຽນຮູ້ ທີ່ມີຢ່າງຫລາກຫລາຍໃນປັດຈຸບັນ ໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ ແລະ ນັກສຶກສາ. ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ (ICT Literacy), ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ (Soft Skills), ຮູ້ນຳໃຊ້ພາສາຕ່າງປະເທດ ແລະ ອື່ນໆ.

ທາງດ້ານຄວາມສາມາດ: ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດ ທີ່ພັກ-ລັດມອບໝາຍໃຫ້ສຳເລັດ, ມີຄຸນນະພາບ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊັ່ນ: ຜັນຂະຫຍາຍຈິດໃຈ 3 ລັກສະ ນະ ແລະ 5 ຫລັກມູນຂອງຂະແໜງສຶກສາ ແລະ ກິລາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດ ທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມທີ່ດີ ໃນສະຖານການສຶກສາ ໃຫ້ເປັນຮູບປະທຳ.

ທາງດ້ານຄຸນສົມບັດ: ຄູລາວໃນສັດຕະວັດທີ 21 ນີ້, ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ, ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ. ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ນີ້ ຍັງໄດ້ເພີ່ມຄວາມທ້າທາຍໃໝ່ ຕໍ່ຂະແໜງການສຶກສາ ແລະ ກິລາ ກວ່າເວລາໃດໃດໝົດ. ພຽງແຕ່ລຳພັງຄູ ກໍບໍ່ສາມາດຮັບມືກັບການປ່ຽນແປງນີ້, ທົ່ວສັງຄົມຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບຄູ. ໂດຍສະເພາະແມ່ນໃນການປ້ອງກັນ ແລະ ຄວບຄຸມການລະບາດໂຄວິດ-19 ໃຫ້ທັນການ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູໃນການສອນທາງໄກ-ອອນລາຍ, ສົ່ງເສີມການເປີດຮຽນຄືນໃຫ້ມີຄວາມປອດໄພ ແລະ ຮັບປະກັນວ່າ ນັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ ຈະໄດ້ຮັບການບຳລຸງຄືນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາເພື່ອນໆ ຄູ-ອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.