ສະຫຼອງງານກາເຟລາວ ເພື່ອກະຕຸ້ນຍອດຂາຍ

131

ປະເທດເຮົາກໍານົດເອົາວັນທີ 1 ຕຸລາຂອງທຸກໆປີ ເປັນວັນກາເຟລາວ ເພື່ອສະເຫຼີມສະຫຼອງຊຸກຍູ້, ໂຄສະນາ. ປັດຈຸບັນຢູ່ ສປປ ລາວມີເນື້ອທີ່ປູກກາເຟທັງໝົດ ປະມານ 1 ແສນເຮັກຕາ, ຜົນຜະລິດປະມານ 1 ແສນກວ່າໂຕນຕໍ່ປີ ແລະ ມີລາຍຮັບຈາກການຂາຍກາເຟ ປະມານ 100 ລ້ານໂດລາຕໍ່ປີ.

ວັນທີ 3 ຕຸລາ 2020 ສະພາອຸດສາຫະກໍາ ແລະ ການຄ້າ ແຂວງ ຫຼວງພະບາງຮ່ວມກັບກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ຈັດງານສະເຫຼີມສະຫຼອງງານກາເຟລາວ ຢູ່ເຮືອນຈັນນະຄອນຫຼວງພະບາງ ໂດຍມີ ທ່ານ ພວງປາລິສັກ ປຣະວົງວຽງຄຳ ທີ່ປຶກສາລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.

ທ່ານ ຈັນທາ ທິບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ງານກາເຟລາວ ຫຼື ກາເຟບ້ານເຮົາ ໄດ້ມີການສະເຫຼີມສະຫຼອງທຸກໆປີ ໂດຍໄດ້ກຳນົດເອົາວັນທີ 1 ຕຸລາ ຂອງທຸກປີເປັນວັນກາເຟລາວ, ສຳລັບປີນີ້ຈັດຂຶ້ນເປັນຄັ້ງທີ 3 ແລະ ເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ, ການຈັດກິດຈະກໍາກາເຟລາວ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພື່ອຊຸກຍູ້ສົ່ງເສີມ ແລະ ໂຄສະນາກາເຟລາວໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ກາເຟລາວ ແມ່ນພືດທີ່ຕິດພັນກັບວັດທະນະທຳ – ຮີດຄອງປະເພນີ ແຕ່ບູຮານນະການຈົນຮອດປັດຈຸບັນ ແລະ ກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ ຂະບວນການຜະລິດກາເຟລາວແມ່ນໄດ້ຮັບການຊຸກສົ່ງເສີມຢ່າງກວ້າງຂວາງ.

ມາຮອດປັດຈຸບັນມີເນື້ອທີ່ປະມານ 1 ແສນເຮັກຕາ, ຜົນຜະລິດໄດ້ 1 ແສນກວ່າໂຕນຕໍ່ປີ, ໃນນີ້ການຜະລິດກວມເອົາ 90% ແມ່ນຢູ່ພາກກາງ ແລະ ພາກໃຕ້, ສ່ວນພາກເໜືອຂອງລາວແມ່ນກວມເອົາພຽງ 10% ສະເພາະບັນດາແຂວງພາກເໜືອທີ່ມີເງື່ອນໄຂໃນການປູກກາເຟເປັນສິນຄ້າ ແລະ ມີຄຸນນະພາບສູງ, ຜູ້ຜະລິດສ່ວນໃຫຍ່ແມ່ນຊາວກະສິກອນຂະໜາດນ້ອຍ ປະມານ 2 ໝື່ນ 5 ພັນຄອບຄົວ ທີ່ໄດ້ຮັບຜົນປະໂຫຍດ ແລະ ປະມານ 3 ແສນຄົນ ທີ່ໄດ້ອອກແຮງງານ ແລະ ມີລາຍຮັບຈາກການຜະລິດກາເຟ ແລະ ປຸງແຕ່ງກາເຟ. ປັດຈຸບັນກາເຟລາວໄດ້ກາຍເປັນສິນຄ້າສົ່ງອອກ ແລະ ສ້າງລາຍຮັບໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ ທັງເປັນທີ່ຍອມຮັບຈາກຕະຫຼາດພາກພື້ນ ແລະ ສາກົນ.

ທ່ານ ຈັນທາ ທິບພະວົງພັນ ກ່າວຕື່ມອີກວ່າ: ປັດຈຸບັນກາເຟລາວ ໄດ້ຮັບການຊຸກຍູ້ສົ່ງເສີມຈາກລັດຖະບານແບບເປີດກວ້າງ, ເພີ່ມທະວີຮ່ວມມືກັບສາກົນໃນການຜະລິດ – ຈຳໜ່າຍ ແລະ ກາຍເປັນສິນຄ້າຍຸດທະສາດສົ່ງອອກຂອງ ສປປ ລາວ ເຊິ່ງສ້າງລາຍຮັບທີ່ສຳຄັນແກ່ເສດຖະກິດຂອງຊາດ ລວມເຖິງການຈ້າງງານໃນຫຼາກຫຼາຍສາຂາວິຊາຊີບທີ່ກ່ຽວຂ້ອງ ເຊັ່ນ: ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຄ້າຂາຍ ແລະ ອື່ນໆ, ການຈັດກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກອົງການຝຣັ່ງ ເພື່ອການພັດທະນາ ຫຼື ອາເອັຟເດ ( AFD ).

[ ຂ່າວ: ແຫຼ້ ສຸລີນພອນ ]