ຄວາມເປັນມາ ວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 )

2158

ວັນຄູແຫ່ງຊາດປີນີ້ ກໍຈະໜູນວຽນມາບັນຈົບ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020) ເປັນວັນສຳຄັນໜຶ່ງທີ່ຄົນລາວໃນທົ່ວປະເທດ ໄດ້ລະນຶກເຖິງຄຸນງາມຄວາມດີຂອງຄູໃນຂອບເຂດທົ່ວປະເທດ ພ້ອມຫວນຄືນມູນເຊື້ອຂອງນາຍຄູຄຳ ຄູຜູ້ທຳອິດທີ່ມີນໍ້າໃຈເສຍສະຫຼະ ແລະ ເປັນຄູທີ່ອຸທິດຕົນເພື່ອການສິດສອນ ໃນສະໄໝຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ໄດ້ສິດສອນໃຫ້ລູກຫຼານຄົນລາວຮູ້ຈັກຮັກຊາດ ພ້ອມທັ້ງເຮັດໃຫ້ ມວນມະນຸດໄດ້ດໍາເນີນການພັດທະນາຕົນເອງໃຫ້ມີຄວາມກ້າວຫນ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ສະນັ້ນຈິ່ງຂໍຍົກບັນຫາມາຕັ້ງຂຶ້ນວ່າ: ຄົນແນວໃດຈຶ່ງເອີ້ນວ່າຄູ? ຄໍາວ່າ “ຄູ” ແມ່ນຄໍາເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊິ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການສອນ ແລະ ການຮຽນ.

ສໍາລັບປະເທດລາວເຮົາ ເມື່ອເວົ້າເຖິງການສອນ-ການຮຽນ ຫຼື ເວົ້າລວມແມ່ນການສຶກສາ ຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ ອັງກິດ ແລະ ຝຣັ່ງໃນສະຕະວັດທີ XII (12) ປະຊາຊົນໄດ້ຫັນຈາກການກະສິກໍາກາຍມາຍຶດຖືອາຊີບການຄ້າ, ເກີດມີຕົວເມືອງການຄ້າ ແລະ ຕົວເມືອງອຸດສາຫະກໍາແລ້ວ. ກົງກັນຂ້າມ ຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ XIV(14) ເຈົ້າຟ້າງຸ່ມກະສັດອົງທໍາອິດຂອງລາວພຽງແຕ່ໄດ້ນໍາເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຮາມ ຊຶ່ງຖືວ່າເປັນໂຮງຮຽນແຫ່ງທໍາອິດສໍາລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖິງພໍ່ແມ່ ແລະ ເດັກນ້ອຍລາວ ສູງທີ່ສຸດ ແລະ ແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນ ແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈໍາວັນ, ຂະນົບທໍານຽມຮີດຄອງປະເພນີຕາມຄວາມເຊື່ອຖືມາເປັນການສຶກສາລູກເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊື່ອຖື.

ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼື ເປັນສັງກະລີຢູ່ວັດເພື່ອຮໍ່າຮຽນຂຽນອ່ານ, ຮຽນຮູ້ຫຼັກວິຊາ ແລະ ລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະ ສົ່ງຄວາມຮູ້ເຊັ່ນ: ຈະລິຍະທໍາ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖິງລະບຽບວິໄນຕ່າງໆ ທີ່ພະພຸດທະເຈົ້າໄດ້ກ່າວໄວ້ເປັນຄໍາສອນ, ຮູບການຮຽນການສອນຢູ່ວັດ ເວລານັ້ນແມ່ນບໍ່ທັນໄດ້ກ່າວເຖິງຊັ້ນ ແລະ ລະດັບ ສໍາລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດມາເປັນການຕີເປັນລາຄາເຖິງລະດັບຄວາມຮູ້, ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ ມາເຖິງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນ ພຽງເເຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່ ໃນຈໍານວນດັ່ງກ່າວໄດ້ມີຄົນລາວຊື່ທ້າວຄໍາໄດ້ຮຽນຈົບຫ້ອງທີ 1 (ປ.6).

ປີ ຄ.ສ 1907 ທ້າວຄໍາໄດ້ເຂົ້າຮ່ວມຮັບການອົບຮົມຄູເຊິ່ງຖືວ່າ ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສໍາເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳ ເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ເຫັນອິດທິພົນຂອງພະສົງ ໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກ່ວາເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ, ເຊິ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ ທ້າວ ຄໍາ ກໍ່ເປັນຄູສອນຢູ່ໂຮງຮຽນປະຖົມແຫ່ງນີ້. ຍ້ອນຈິດໃຈຮັກຊາດຂອງນາຍຄູ ຄໍາ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງນາຍຄູ ຄໍາ ໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ໄປເປັນຄູເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ.

-ປີ ຄ.ສ 1913 ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ (ບີເອ ຕັບໂຟແລງ) ລວມມີຄູລາວ 3 ຄົນ.

-ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວນໍາໂດຍນາຍຄູຄໍາໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳໄດ້ຖືກພວກຝຣັ່ງຈັບ ແລະ ນໍາຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງນາຍຄູຄໍາໄດ້ໂຕນອອກຈາກຄຸກແລ້ວຂ້າມແມ່ນ້ໍາຂອງໄປອາໄສຢູ່ນໍາພີ່ນອ້ງທີ່ບາງກອກ (ປະເທດໄທ).

-ປີ ຄ.ສ 1949 ນາຍຄູຄໍາໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາລາມ (ປະເທດໄທ).

-ພາຍຫຼັງປະຊາຊົາລາວໄດ້ລຸກຮື້ຂຶ້ນຍຶດອໍານາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈິ່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂຶ້ນມາ.

-ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກຮານໄດ້ຮັບໄຊຊະນະ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ຮັບການສະຖາປານາຂຶ້ນໃນວັນທີ 2 ທັນວາ 1975.

ເຫດການປະຫວັດສາດດັ່ງກ່າວ ກໍ່ໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູທີ່ມີນ້ໍາໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາມາດ ຊຶ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບກໍ່ສ້າງຢູ່ພາຍໃນປະເທດຢ່າງພຽງພໍເຂົາເຈົ້າເຫຼົ່ານັ້ນໄດ້ນໍາເອົາຄວາມຮູ້ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ.

ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມລະນຶກເຖິງຄຸນງາມຄວາມດີຂອງນາຍຄູຄຳ ແລະ ຄູໃນສັງຄົມ ໄດ້ກາຍເປັນພຶດຕິກໍາໃນຕົວຈິງ ຈຶ່ງເຫັນມີຄວາມຈໍາເປັນຈະຕ້ອງກໍານົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄໍາ, ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທໍາອິດ ແລະ ກໍານົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ ໂດຍວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນມາເຖິງປັດຈຸບັນ ກໍຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020) ສະນັ້ນ, ເມື່ອຮອດວັນທີ 7 ຕຸລາຂອງທຸກໆປີ ບັນດາໂຮງຮຽນຕ່າງໆໃນທົ່ວປະເທດກໍຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູເພື່ອສັນລະເສີນຄຸນງາມຄວາມດີຂອງນາຍຄູຄຳ ແລະ ຄູໃນທົ່ວປະເທດ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກຫຼານ ໃຫ້ກາຍເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ.

ຂອບໃຈຂໍ້ມູນຈາກ: ຫ້ອງການສຶກສາທິການ ແລະ ກິລາ ເມືອງງາ ແຂວງອຸດົມໄຊ