ສະເໜີ 7 ທາງເລືອກລາຄາໄຟຟ້າສໍາລັບພາກທີ່ຢູ່ອາໄສ

310

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການກ່ຽວຂ້ອງຈັດກອງປະຊຸມເສວະນາ ເພື່ອຕອບຄໍາຖາມທີ່ສັງຄົມມີຄວາມສົນໃຈໃນໄລຍະຜ່ານມາ ກ່ຽວກັບວຽກງານໄຟຟ້າ, ການປັບປຸງໂຄງສ້າງ ແລະ ນະໂຍບາຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ – 19 ພ້ອມສະເໜີ 7 ທາງເລືອກໃຫ້ແກ່ພາກທີ່ຢູ່ອາໄສເພື່ອຫາລາຄາທີ່ເໝາະສົມ ສົ່ງເສີມໃຫ້ມີການນໍາໃຊ້ເຂົ້າໃນການດໍາເນີນທຸລະກິດພາຍໃນ.

ວັນທີ 5 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຮ່າງບົດສຶກສາລາຄາໄຟຟ້າສະບັບປັບປຸງໃໝ່ ( ແບບວົງ ກວ້າງ ) ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍສະພາແຫ່ງຊາດ; ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ; ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ); ທ່ານ ພູເພັດ ແກ້ວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຕາງໜ້າພາກທຸລະກິດ, ຄູ – ອາຈານ, ນັກຮຽນ – ນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ດາວວົງ ພອນແກ້ວ ໃຫ້ກຽດຂຶ້ນກ່າວເປີດງານໂດຍມີບາງຕອນ ກ່າວວ່າ: ການຈັດກອງປະຊຸມກ່ຽວກັບປະເດັນນີ້ກໍຄືລາຄາໄຟຟ້າລາວ ແມ່ນເຄີຍມີມາແລ້ວກ່ອນໜ້ານີ້ບໍ່ດົນ ແຕ່ຄັ້ງນີ້ຖືເປັນການເປີດກວ້າງຂຶ້ນຮັບຟັງຫຼາຍຄໍາເຫັນຈາກຫຼາຍພາກສ່ວນ. ທັງນີ້, ກໍມີຈຸດປະສົງເພື່ອຢາກໃຫ້ປະຊາຊົນລາວເຮັດການຜະລິດເປັນສິນຄ້າເພີ່ມຂຶ້ນ ຈະແມ່ນລະດັບຈຸລະພາກຂະໜາດນ້ອຍ ຫຼື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ຢາກໃຫ້ມີການນໍາໃຊ້ໄຟຟ້າໃນປະເທດໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການສົ່ງອອກວັດຖຸດິບທີ່ບໍ່ໄດ້ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫຼາຍເທົ່າ ແລະ ກໍເພື່ອໃຫ້ລັດວິສາຫະກິດໄຟຟ້າລາວສາມາດສືບຕໍ່ດໍາເນີນທຸລະກິດໃຫ້ມີຜົນກໍາໄລ ຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບແກ່ຜູ້ຊົມໃຊ້.

ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຜ່ານບົດສັງລວມການປັບປຸງໂຄງສ້າງລາຄາໄຟຟ້າ 2021 – 2025 ໂດຍມີເນື້ອໃນບາງຕອນສະເໜີ 7 ທາງເລືອກແກ່ພາກທີ່ຢູ່ອາໄສວ່າ:

ທາງເລືອກທີ 1 ປະຕິບັດຕາມຫົວໜ່ວຍລາຄາໄຟປະເພດທີ່ຢູ່ອາໄສສະບັບເກົ່າ ທີ່ປະຕິບັດແຕ່ເດືອນກໍລະກົດ 2016 ເຖິງ ເມສາ 2019 ເຊິ່ງໄດ້ຈັດແບ່ງຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ໂດຍບໍ່ປັບຂຶ້ນລາຄາໃໝ່.

ທາງເລືອກທີ 2 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອນ ດ້ວຍລາຄາ 710 ກີບ; ສໍາລັບຜູ້ທີ່ໃຊ້ໄຟຕໍ່າກວ່າ 150 kwh/ເດືອນ ແມ່ນຈະໄດ້ຈ່າຍ 355 ກີບ/kwh ສ່ວນຕ່າງແມ່ນລັດຖະບານດຸນດ່ຽງໃຫ້.

ທາງເລືອກທີ 3 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອດ້ວຍລາຄາ 710 ກີບ/kwh ແລະ ລັດຖະບານມີນະໂຍບາຍໃຫ້ປະຊາຊົນຜູ້ໃຊ້ໄຟຕໍ່າກວ່າ 100 kwh/ເດືອນ ໃນລາຄາ 355 ກີບ/kwh ແລະ ຜູ້ຊົມໃຊ້ໄຟໃນລະຫວ່າງ 101 – 200 kwh/ເດືອນ ໃນລາຄາ 532,5 ກີບ/kwh.

ທາງເລືອກທີ 4 ຈັດແບ່ງຜູ້ຊົມໃຊ້ເປັນ 3 ກຸ່ມ, ສໍາລັບຜູ້ທີ່ໃຊ້ໄຟ 0 – 200 kwh/ເດືອນ ຈະໄດ້ຈ່າຍລາຄາ 420 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟ 201 – 500 kwh/ເດືອນ ຈະໄດ້ຈ່າຍລາຄາ 630 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟຫຼາຍກວ່າ 500 kwh/ເດືອນ ເທົ່າກັບ 840 ກີບ/kwh.

ທາງເລືອກທີ 5 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ກຸ່ມ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ.

ທາງເລືອກທີ 6 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ ຄືກັບທາງເລືອກທີ 5 ພຽງແຕ່ຫຼຸດລາຄາລົງ 5%.

ທາງເລືອກທີ 7 ການຄິດໄລ່ປະສົມປະສານລະຫວ່າງຮູບແບບການດັດສົມສະເລ່ຍ ( Telescopic ) ແລະ ວິທີການມີຫຼາຍຂັ້ນຄິດໄລ່ແບບລາຄາດຽວ ( Non Telescopic ) ໝາຍຄວາມວ່າຜູ້ທີ່ຊົມໃຊ້ໄຟຕໍ່າກວ່າ 500 kwh ແມ່ນຄິດໄລ່ລາຄາແບບເກົ່າ, ສ່ວນຜູ້ຊົມໃຊ້ໄຟຫຼາຍກວ່າ 500 kwh ຂຶ້ນໄປ ແມ່ນນໍາໃຊ້ລາຄາສະເລ່ຍ 880 ກີບ/kwh.

ຂະນະດຽວກັນ, ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ໃຫ້ທັດສະນະວ່າ: ເວົ້າເລື່ອງໂຄງສ້າງລາຄາໄຟຟ້າຖືເປັນສິ່ງທີ່ສໍາຄັນທີ່ເປັນປັດໄຈເຮັດໃຫ້ລາຄາໄຟຟ້າສູງ ເຊິ່ງມັນກະທົບທັງໝົດຕໍ່ພາກທຸລະກິດ ໂດຍສະເພາະອຸດສາຫະກໍາທ່ອງທ່ຽວທັງຮ້ານອາຫານ, ໂຮງແຮມ, ຊາວກະສິກອນ. ດັ່ງນັ້ນ, ສິ່ງສໍາຄັນແມ່ນຕ້ອງຫາໂຄງສ້າງລາຄາ ຫຼື ບ່ອນອີງລາຄາທີ່ເໝາະສົມໃນການຄິດໄລ່ ແລະ ຫາກມີເວທີເສວະນາທີ່ລົງເລິກກວ່ານີ້ອີກຈະເປັນການດີ ເພື່ອໃຫ້ມີນັກຄົ້ນຄວ້າ, ນັກເສດຖະສາດ ມາວິເຄາະວິໄຈເຖິງສາເຫດຄັກແນ່. ແນວໃດກໍຕາມ, ເຊື່ອວ່າຫາກລາຄາໄຟຟ້າຍັງສູງແບບນີ້ ເຮັດແນວໃດຕົ້ນທຶນການຜະລິດຂອງພາກທຸລະກິດລາວກໍຍັງຈະສູງຢູ່.