Yearly Archives: 2021

ເຊັນສັນຍາກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ (ວຽກປັບປຸງບໍ່ບາດານ, ໂຮງງານເກົ່າ, ວາງສາຍທໍ່ສົ່ງນໍ້າດິບ ແລະ ກໍ່ສ້າງອ່າງເກັບນໍ້າສູງ) ເມືອງປາກຊັນ ແຂວງບໍລິຄຳໄຊ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດ DM ຈໍາກັດຜູ້ດຽວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ...

ສຳມະນາການເຂົ້າຫາແຫຼ່ງທຶນ ແລະເຂົ້າເຖິງຕະຫຼາດຂອງຂະແໜງກະສິກຳ

ກົມສົ່ງເສີມການຄ້າ, ກະຊວງອຸດສະຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມງານສຳມະນາ ພາຍໃຕ້ຫົວຂໍ້ ການເຂົ້າຫາແຫຼ່ງທຶນຂອງຂະແໜງກະສິກຳ ແລະ ການເຂົ້າເຖິງຕະຫຼາດໃນຮ້ານສະດວກຊື້ ຂຶ້ນໃນວັນທີ 30 ທັນວາ 2020 ຢູ່ທີ່ສູນການຄ້າລາວ-ໄອ ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວຈັດຂຶ້ນ ເພື່ອເປັນການຊອກຫາຊ່ອງທາງໃນການຈຳໜ່າຍສິນຄ້າ ແລະ ການປັບປຸງສິນຄ້າໃຫ້ແທດເໝາະຕາມຄວາມຕ້ອງການຂອງຕະຫຼາດ ໂດຍການບັນຍາຍຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ...

ບໍລິສັດ ສະຕາຟິນເທັກ ຈັບມື ພຣູເດັນໂຊລ໌ ລາວ ໃຫ້ບໍລິການຊຳລະປະກັນໄພຜ່ານ ຢູມັນນີ

ບໍລິສັດ ສະຕາຟິນເທັກ ໄດ້ຮ່ວມມືກັບ ພຣູເດັນໂຊລ໌ ລາວ ໃຫ້ບໍລິການຊຳລະປະກັນໄພຜ່ານ ຢູມັນນີ ເພື່ອເປັນການພັດທະນາຊ່ອງທາງການຊໍາລະເງິນຮູບແບບໃໝ່ ໂດຍສະເພາະການຈ່າຍຄ່າທໍານຽມປະກັນໄພຊີວິດ, ອຳນວຍຄວາມສະດວກສະບາຍຍິ່ງຂຶ້ນໃຫ້ແກ່ລູກຄ້າທັງສອງຝ່າຍ. ໃນວັນທີ 30 ທັນວາ 2020 ທີ່ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາ ການໃຫ້ບໍລິການຊຳລະຄ່າທໍານຽມປະກັນໄພ ຂອງ ພຣູເດັນໂຊລ໌ ລາວ ຈຳກັດ ໂດຍຜ່ານບໍລິການ...

ມາຮູ້ຈັກກັບ ໂຕ່ໂຕ້ ຊາຍໜຸ່ມທີ່ໜ້າຕາເປັນເອກະລັກ ໂດດເດັ່ນ

ທີມຂ່າວເສດຖະກິດ-ການຄ້າ ໄດ້ມີໂອກາດສຳພາດກັບ ໂຕ່ໂຕ້ ພອນປະສົງ ດາລາສະວົງ ຊາຍທີ່ມີຮູບຮ່າງ ແລະ ໜ້າຕາທີ່ຫຼາຍຄົນກໍຢາກຮູ້ວ່າ ຊາຍຄົນນີ້ ເປັນລູກຊອດ ປະເທດໃດ ສະນັ້ນ ທີມຂ່າວຂອງພວກເຮົາກໍບໍ່ລໍຊ້າ ຈະພາທ່ານໄປຮູ້ຈັກກັບເຂົາຄົນນີ້ກັນເລີຍ. ▶ໂຕ່ໂຕ້ ໄດ້ກ້າວເຂົ້າມາສູ່ວົງການຊາຍແບບໄດ້ແນວໃດ ແລະ ເປັນຫຍັງຄືຢາກເປັນນາຍແບບ?: ກ່ອນທີ່ ໂຕ່ໂຕ້ ຈະມາເປັນຊາຍແບບ ໄດ້ມີໂອກາດຮູ້ຈັກກັບຊ່າງພາບຄົນໜຶ່ງ ເພິ່ນໄດ້ຊວນໄປຖ່າຍຮູບ ເມື່ອ 7 ປີທີ່ແລ້ວ...

ບົດຮຽນຂອງຄົນເກັ່ງ ຈົບອັກສອນສາດ ໃບປະກາດແດງ ມຊ

ເວົ້າເຖິງການຮຽນໃຜໆກໍຢາກຮຽນເກັ່ງ ແຕ່ເສັ້ນທາງສູ່ເປົ້າໝາຍການເປັນນັກຮຽນເກັ່ງກໍມີຫຼາຍສິ່ງກ່ຽວຂ້ອງ ເໝືອນເປັນບົດທົດສອບແຫ່ງຄວາມສໍາເລັດ ແລະ ແນ່ນອນຄວາມກ່ຽວພັນອັນທໍາອິດທີ່ໃຜໆລ້ວນຮູ້ດີນັ້ນກໍຄື: ພອນສະຫວັນ (ເກັ່ງໂດຍກໍາເນີດ) ແລະ ພອນສະແຫວງ (ເກັ່ງໄດ້ເພາະຄວາມພະຍາຍາມ). ຜ່ານມາຫຼາຍໆຄົນກໍບອກວ່າ: ວິທີການຮຽນ ແລະ ການບໍລິຫານເວລາ ມີຄວາມສໍາຄັນຫຼາຍ ຕໍ່ການຮຽນຮູ້ ແລະ ການພັດທະນາຕົນເອງ ທັງເປັນແມ່ແບບສົ່ງຜົນເຖິງການດໍາລົງຊີວິດ ກໍຄືການປະກອບອາຊີບໃນອະນາຄົດ. ແນວໃດກໍຕາມມື້ນີ້ເຮົາມາທໍາຄວາມຮູ້ຈັກ ແລະ ເບິ່ງບົດຮຽນຂອງຍິງສາວນັກສຶກສາຄົນນີ້ກັນດີກວ່າ ເຂົາມີແບບແຜນ ຫຼື...

ພະແນກ ອຄ ແຂວງສະຫວັນນະເຂດມອບໃບຍ້ອງຍໍ ໃຫ້ບໍລິສັດທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງ

ໃນຕອນເຊົ້າຂອງວັນທີ 24 ທັນວາ 2020 ນີ້, ພະແນກອຸດສາຫະກໍາ ແລະການຄ້າ ແຂວງ (ອຄ) ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງພາຍໃນ ແລະຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ກໍາມະການພັກແຂວງ ຫົວໜ້າພະແນກ ອຄ ແຂວງ, ມີບັນ ດາຕົວແທນຈາກບໍລິສັດທີ່ໄດ້ຮັບການຍ້ອງຍໍ ແລະພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ. ໂອກາດນີ້, ທ່ານ...

ແຂວງໄຊສົມບູນ ປຶກສາຫາລືກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ

ໃນຕອນເຊົ້າຂອງວັນທີ 29 ທັນວາຜ່ານມາ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ ຢູ່ 2 ເມືອງ ຄື: ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໂດຍການເປັນປະທານ ຂອງທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ. ທ່ານ ທອງດໍາ ຂຸນອຸດົມ...

ຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາສະຫຼູບວຽກງານປີ 2020-2021

ວັນທີ 26 ທັນວາ 2020ນີ້ຢູ່ທີ່ຮ້ານນັດພົບໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2020 ວາງແຜນປີ 2021 ຂອງຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາ ໂດຍການເປັນປະທານ ທ່ານ ອາລຸນ ລໍຄຳໂຫຼຍ ປະທານຄະນະເຜົ່າໄຕ໋ດຳ, ເຂົ້າຮ່ວມມີທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ,ມີປະທານເຜົ່າພາຍໃນແຂວງເຂົ້າຮ່ວມ. ທ່ານ ບຸນຮ່ວມ ຫຼ້າດວງສີ ຮອງປະທານຄະນະເຜົ່າໄຕ໋ດຳໃຫ້ຮູ້ວ່າ:ໃນໜຶ່ງປີຜ່ານມາຄະນະເຜົ່າແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ນຳພາການເມືອງແນວຄິດຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວເມືອງເຮັດໃຫ້ປະຊາຊົນຢູ່ແຕ່ລະເມືອງແຕ່ລະບ້ານມີຄວາມສະຫງົບອຸ່ນອ່ຽນເປັນເຈົ້າການໃນການປະຕິບັດລະບຽບກົດໝາຍບ້ານເມືອງໄດ້ດີ, ເປັນເຈົ້າການໃນການທໍາມາຫາກິນແບບຊື່ສັດສຸດຈະລິດມີການແຂ່ງຂັນກັນຜະລິດເປັນສິນຄ້ານັບມື້ຫຼາຍຂຶ້ນ. ທົ່ວແຂວງຫຼວງນໍ້າທາມີເຜົ່າໄຕ໋ດຳ...

ເມືອງເຊບັ້ງໄຟປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ສິດນຳໃຊ້ທີ່ດິນ

ເມື່ອບໍ່ດົນມານີ້ ຢູ່ສະໂມສອນ ບ້ານ ຖໍ້າລາຍ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ ໄດ້ເປີດກອງປະຊຸມເຄື່ອນໄຫວ ປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ ສິດນຳໃຊ້ທີ່ດິນ ຕາມປະເພດດິນຂອງປະຊາຊົນ ທີ່ອາໄສຢູ່ໃນເຂດ 3 ປະເພດປ່າ ເມືອງ ເຊບັ້ງໄຟ ຄື : ບ້ານກົກຕ້ອງ ແລະ ບ້ານ...

ສໍາເລັດການວາງລາງລົດໄຟ ແຕ່ນະຄອນຫຼວງ ວຽງຈັນ-ຫຼວງພະບາງ ຍາວ 240 ກິໂລແມັດ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດວາງລາງລົດໄຟ ແຕ່ນະຄອນຫຼວງວຽງຈັນຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ ເຊິ່ງຄາດວ່າການວາງລາງທັງໝົດ ຈະໃຫ້ສຳເລັດໃນເດືອນພຶດສະພາປີ 2021 ຕາມຂ່າວຈາກ CRI ໃຫ້ຮູ້ວ່າ: ໃນວັນທີ 29 ທັນວານີ້ ທີ່ນະຄອນຫຼວງພະບາງໄດ້ມີພິທີສະເຫຼີມສະຫຼອງຜົນການວາງລາງລົດໄຟແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!