Yearly Archives: 2021

ມອບ – ຮັບໂຄງການ ປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມສຶກສາ ໃຫ້ 4 ແຂວງ

ໃນຕອນເຊົ້າຂອງວັນທີ 30 ທັນວາ 2020 ຜ່ານມາ, ພະແນກສຶກສາທິການ ແລະ ກີລາ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ - ຮັບໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມສຶກສາໃຫ້ແກ່ 4 ແຂວງພາກກາງ ແລະ ພາກໃຕ້ ທີ່ເດີ່ນໂຮງຮຽນ ມສ ພີນ ເມືອງອຸທຸມພອນ. ເຂົ້າຮ່ວມໃນພິທີມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ...

ສາວມິດຕາ ປະກາດອໍາລາວົງການບານສົ່ງ ຫຼັງພາກອງທັບຄວ້າແຊັມ

ສາວ ມິດຕາ ວັດທະນາ ນັກກີລາບານສົ່ງຍິງລາວ ທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນວົງການ ຕະຫຼອດ 10 ກວ່າປີປະກາດອໍາລາການເປັນນັກກີລາບານສົ່ງຢ່າງເປັນທາງການ ຫຼັງຈາກທີ່ພາກອງທັບປະຊາຊົນລາວ ຄວ້າແຊັມບານສົ່ງທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2020 ລະຫວ່າງວັນທີ 19-26 ທັນວາ 2020. ສາວມິດຕາ ກາຍເປັນນັກກີບານສົ່ງຕົວຫຼັກຂອງ ທີມກອງທັບປະຊາຊົນລາວ ພາທີມທະລຸເຂົ້າເຖິງຮອບຊີງຊະນະເລີດໃນລາຍການທົ່ວປະເທດ ເມື່ອອາທິດທີ່ຜ່າມາ ພົບກັບ ທີມນ້ອງໃໝ່ BLACK...

ລັດຖະມົນຕີກະຊວງ ຖວທ ລົງຢ້ຽມຢາມ ຊຸກຍູ້ ຊາວສວນຊາຍອດປຽງ

ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 3 - 5 ມັງກອນ 2021. ອອກຕ້ອນຮັບໂດຍ ທ່ານ ບຸນຈັນ ສີວົງພັນ ເລຂາຄະນະບໍລິຫານງານພັກແຂວງພ້ອມດ້ວຍຄະນະ...

ພິດໂຄວິດ – 19 ດຶງເສດຖະກິດ ແຂວງຈຳປາສັກ ຂະຫຍາຍຕົວພຽງ 3,63% ໃນປີ 2020

ຜົນກະທົບຈາກການລະບາດຂອງພະຍາດໂຄວິດ - 19 ດຶງເສດຖະກິດ ແຂວງຈຳປາສັກ ໃນປີ 2020 ເຕີບໂຕພຽງ 3,63%. ຢ່າງໃດກໍຕາມ, ການສົ່ງອອກຖືວ່າບັນລຸໄດ້ເກີນແຜນການ 5,5%, ສ່ວນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 2.178 ຕື້ກີບ. ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -...

ແຕ່ງຕັ້ງ ທ່ານ ພັທ ທອງໄຂ ສີຍາລາດ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ

ໃນວັນທີ 4 ມັງກອນ ນີ້ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ - ຮັບ ໜ້າທີ່ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ລະຫວ່າງຜູ້ເກົ່າ ກັບ ຜູ້ໃໝ່ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງທ່ານ ຈອມສີ...

ສະພາປະຊາຊົນແຂວງຈຳປາສັກ ຮັບຮອງເອົາທ່ານ ສົມບູນ ເຮືອງວົງສາ ແລະ ທ່ານ ໂສມ ບຸດຕະກຸນ ເປັນຮອງເຈົ້າແຂວງ

ກອງປະຊຸມສະພາປະຊາຊົນແຂວງ ເທື່ອທີ 10 ຊຸດທີ I ທີ່ໄຂຂຶ້ນແລະດໍາເນີນໃນຄັ້ງວັນທີ 30-31 ທັນວາ 2020ຜ່ານມາ ໄດ້ພິຈາລະນາ ຮັບຮອງເອົາຕໍາແໜ່ງເຈົ້າແຂວງ,ຮອງເຈົ້າແຂວງ ແລະ ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງຈຳປາສັກ. ໃນນັ້ນຮັບຮອງເອົາທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເປັນເຈົ້າແຂວງໆຈໍາປາສັກ.ຮັບຮອງເອົາການ ແຕ່ງຕັ້ງ ຮອງເຈົ້າແຂວງຈຳປາສັກ 2ທ່ານຄື:ທ່ານ ສົມບູນ ເຮືອງວົງສາ...

ປະດັບຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດໃຫ້ທ່ານ ຈັນທອນ ສິດທິໄຊ

ບໍລິສັດ ປີໂຕຣລ້ຽມເທຣດິ້ງ ລາວ ມະຫາຊົນ ໄດ້ຈັດພິທີສະຫຼຸບຜົນງານ 10 ປີ ແລະ ປະດັບຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດໃຫ້ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຂຶ້ນໃນວັນທີ 29 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງເຂັມມະນີ...

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາ ປະຊາຊົນ ນວ ອັດລົງດ້ວຍຜົນສຳເລັດອັນງົດງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄດ້ປິດລົງດ້ວຍສໍາເລັດ ໃນວັນທີ 30 ທັນວາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ...

ປະກາດ: ຮັບສະໝັກເຂົ້າຄັດເລືອກການຈັດຊື້ເຟີນີເຈີ ສຳນັກງານໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ

ເພື່ອຕອບສະໜອງຄວາມຕ້ອງການດ້ານການຜະລິດ ແລະ ການດຳລົງຊີວິດທີ່ເໝາະສົມ ເສີມສ້າງດ້ານສັກກະຍະພາບ ແລະ ບັນລຸຈຸດປະສົງການຄວບຄຸມຕົ້ນທຶນ ແລະ ຍົກລະດັບປະສິດທິພາບ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ປະກາດຮັບສະໝັກຜູ້ເຂົ້າຄັດເລືອກຜູ້ສະໜອງເຟີນີເຈີ ແລະ ທີ່ຢູ່ອາໄສ ດັ່ງລາຍລະອຽດໃນໃບປະກາດລຸ່ມນີ້: ການຈັດຊື້ເຟີນິເຈີ ສໍານັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ (ເອກະສານເລກທີ: ZLTL-JJ-01) ເພື່ອຕອບສະໜອງ ຄວາມຕ້ອງການດ້ານການຜະລິດ ແລະ ການດຳລົງຊີວິດທີ່ເໝາະສົມ, ເສີມສ້າງດ້ານສັກກະຍະພາບ...

7 ໂຄງການຍ່ອຍ ໂຄງການ GMS1ໄດ້ລົງມືກໍ່ສ້າງສຳເລັດ 100%

ໂຄງການ GMS1 ປະກອບດ້ວຍ 7 ໜ້າວຽກ ກວມເອົາ 3 ຕົວເມືອງຂອງ ແຂວງສະຫວັນນະເຂດ ໄດ້ເລີ່ມ ລົງມືຈັດຕັ້ງປະຕິບັດ ແຕ່ປີ 2013 ມາຮອດ ໄດ້ລົງມືກໍ່ສ້າງສຳ ເລັດ 100%; ສ່ວນໜ້າ ວຽກທີ່ຍັງເຫຼືອປະກອບມີ ວຽກປິດສະໜາມຂີ້ເຫຍື້ອເກົ່າ, ວຽກຝຶກອົບຮົມພະນັກງານ ແລະ ຜູ້ເກັບຂີ້ເຫຍື້ອ, ຝຶກອົບຮົມ...
- Advertisment -
Slide
Slide

Most Read

error: Content is protected !!