ສະພາປະຊາຊົນແຂວງຈຳປາສັກ ຮັບຮອງເອົາທ່ານ ສົມບູນ ເຮືອງວົງສາ ແລະ ທ່ານ ໂສມ ບຸດຕະກຸນ ເປັນຮອງເຈົ້າແຂວງ

663

ກອງປະຊຸມສະພາປະຊາຊົນແຂວງ ເທື່ອທີ 10 ຊຸດທີ I ທີ່ໄຂຂຶ້ນແລະດໍາເນີນໃນຄັ້ງວັນທີ 30-31 ທັນວາ 2020ຜ່ານມາ ໄດ້ພິຈາລະນາ ຮັບຮອງເອົາຕໍາແໜ່ງເຈົ້າແຂວງ,ຮອງເຈົ້າແຂວງ ແລະ ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງຈຳປາສັກ.

ທ່ານ ວິໄລວົງ ບຸດດາຄໍາ

ໃນນັ້ນຮັບຮອງເອົາທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເປັນເຈົ້າແຂວງໆຈໍາປາສັກ.ຮັບຮອງເອົາການ ແຕ່ງຕັ້ງ ຮອງເຈົ້າແຂວງຈຳປາສັກ 2ທ່ານຄື:ທ່ານ ສົມບູນ ເຮືອງວົງສາ ແລະ ທ່ານ ໂສມ ບຸດຕະກຸນ

ພິຈາລະນາຮັບຮອງເອົາການ ແຕ່ງຕັ້ງ ຫົວໜ້າຫ້ອງວ່າການ, ຫົວໜ້າພະແນກ ແລະ ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ຈຳນວນ 19 ທ່ານ; ຍິງ 1 ທ່ານ ດັ່ງມີລາຍຊື່ນີ້:
ທ່ານ ປະດິດ ວັນນະລັດສະໜີ ເປັນ ປະທານອົງການກວດກາລັດແຂວງ.
ທ່ານ ພົຈວ ສຸໄກ ພິມມະສານ ເປັນ ຫົວໜ້າກອງບັນຊາການທະຫານແຂວງ
ທ່ານ ພັອ ຖາວອນ ບຸນກອງພິມ ເປັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ.
ທ່ານ ບົວທອງ ສຸວັນນະສານ ເປັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ທ່ານ ຄໍາຕັນ ຊົມພັນດອນ ເປັນ ຫົວໜ້າພະແນກພາຍໃນແຂວງ.


ທ່ານ ນາງ ແສງສຸວັນ ຊຸຍພະສິດ ເປັນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ.
ທ່ານ ອຸດົມສັກ ດີວິໄຊ ເປັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທ່ານ ປອ ສຸກສະຫວັນ ວິໄລວົງ ເປັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.
ທ່ານ ປອ ວັນນະໄຊ ຊາດຕະກຸນ ເປັນ ຫົວໜ້າຫ້ອງວ່າການແຂວງ.
ທ່ານ ດຣ ວຽງສີ ສຸພັກດີ ເປັນ ຫົວໜ້າພະແນກສາທາລະນະສຸກແຂວງ.


ທ່ານ ຈັນທະວີສຸກ ວັນສີລິ ເປັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ
ທ່ານ ແກ້ວ ສີລິສະຫວັດ ເປັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ.
ທ່ານ ຈັນທະບູນ ສີປະເສີດ ເປັນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ.
ທ່ານ ບຸນຄົງ ພັນວົງສາ ເປັນ ຫົວໜ້າພະແນກຍຸຕິທຳແຂວງ.
ທ່ານ ວິໄລ ແກ້ວມະນີໄລ ເປັນຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານແຂວງ.
ທ່ານ ປອ ສຸກກະເສີມ ສີຫານຸວົງ ເປັນ ຫົວໜ້າພະແນກການເງິນແຂວງ.


ທ່ານ ປອ ບຸນຍະເດດ ທອງສະຫວັນ ເປັນ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ.
ທ່ານ ວັນນະສັກ ຊາດຕະກຸນ ເປັນ ຫົວໜ້າພະແນກການຕ່າງປະເທດແຂວງ
ທ່ານ ອະພິວັດ ສົມບູນຂັນ ເປັນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ.

ເກດສະໜາ ແກ້ວສຸວັນນະແສງ