ແຕ່ງຕັ້ງ ທ່ານ ພັທ ທອງໄຂ ສີຍາລາດ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ

181

ໃນວັນທີ 4 ມັງກອນ ນີ້ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ – ຮັບ ໜ້າທີ່ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ລະຫວ່າງຜູ້ເກົ່າ ກັບ ຜູ້ໃໝ່ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງບໍ່ແກ້ວ, ມີບັນດາແຂກຖືກເຊີນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.


ທ່ານ ສົມບູນ ໄຊສາມາດ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຄຳສັ່ງຂອງນາ ຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ທ່ານ ພັອ ວິດອນ ພຸດດາວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ດຳລັດຂອງນາຍົກລະຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ພັທ ທອງໄຂ ສີຍາລາດ ເປັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ

ຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວວ່າດ້ວຍການແຕ່ງຕັ້ງ ພັອ ບຸນມີ ພາມີໄຊ ເປັນຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວວ່າດ້ວຍການຍົກຍ້າຍ ທ່ານ ໂຈມ ໄຊສົງຄາມ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄປປະຈຳການຢູ່ຫ້ອງວ່າການແຂວງ

ຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳພັດ ພົມມະສິງ ເປັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ແຕ່ງຕັ້ງ ທ່ານ ພອນສີ ນໍ່ມາລີ ເປັນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ແຕ່ງຕັ້ງ ທ່ານ ສົມພອນ ແກ້ວປັນຍາເປັນຮອງຫົວໜ້າພະແນກພະ ລັງງານ ແລະ ບໍ່ແຮ່ແຂວງບໍ່ແກ້ວ.


ຈາກນັ້ນ ໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານທ່ານ ພັອ ວິດອນ ພຸດດາວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຜູ້ເກົ່າ ກັບ ທ່ານທ່ານ ພັທ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ຜູ້ໃໝ່, ທ່ານ ໂຈມ ໄຊສົງຄາມ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຜູ້ເກົ່າ ກັບ ທ່ານ ຄຳພັດ ພົມມະສິງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຜູ້ໃໝ່, ທ່ານ ຄຳແຍງ ຄອນໄຊຍະກິດ ຫົວໜ້າພະແນກພະ ລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ກັບ ທ່ານ ພອນສີ ນໍ່ມາລີ ຫົວໜ້າພະ ແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ໃໝ່ ຢ່າງເປັນທາງການ.


ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງບໍ່ແກ້ວ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາສະຫາຍຕໍ່ຜູ້ທີ່ຖືກແຕ່ງຕັ້ງ ຍົກຍ້າຍຊັບຊ້ອນ ຈົ່ງເປັນເຈົ້າການສືບຕໍ່ຖືກເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນສຳຄັນ, ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ-ລັດນຳພາເປັນໝູ່ຄະນະ,ເຕົ່າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ຈັດຕັ້ງປະຕິບັດວຽກງານຢ່າງມີຄວາມເປັນເອກະພາບ, ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງໃຫ້ໄດ້ຮັບການແກ້ໄຂ ແລະ ເຮັດໃຫ້ໜ້າທີ່ທີ່ມອບໝາຍໃໝ່ ໃຫ້ມີຜົນສຳເລັດອັນໃໝ່ຍິງໃຫຍ່ເກົ່າ.

ຂ່າວ: ສາຍສະໝອນ ແກ້ວວິສິດ ພາບ: ສົມໄຊ ທະຫານແຂວງ