ສາວມິດຕາ ປະກາດອໍາລາວົງການບານສົ່ງ ຫຼັງພາກອງທັບຄວ້າແຊັມ

314

ສາວ ມິດຕາ ວັດທະນາ ນັກກີລາບານສົ່ງຍິງລາວ ທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນວົງການ ຕະຫຼອດ 10 ກວ່າປີປະກາດອໍາລາການເປັນນັກກີລາບານສົ່ງຢ່າງເປັນທາງການ ຫຼັງຈາກທີ່ພາກອງທັບປະຊາຊົນລາວ ຄວ້າແຊັມບານສົ່ງທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2020 ລະຫວ່າງວັນທີ 19-26 ທັນວາ 2020.

ສາວມິດຕາ ກາຍເປັນນັກກີບານສົ່ງຕົວຫຼັກຂອງ ທີມກອງທັບປະຊາຊົນລາວ ພາທີມທະລຸເຂົ້າເຖິງຮອບຊີງຊະນະເລີດໃນລາຍການທົ່ວປະເທດ ເມື່ອອາທິດທີ່ຜ່າມາ ພົບກັບ ທີມນ້ອງໃໝ່ BLACK GOLD ເຊິ່ງເປັນ ກອງທັບ ທີ່ຫຼິ້ນໄດ້ຢ່າງໂດດເດັ່ນເອົາຊະນະໄປຂາດລອຍ 3-0 ເຊັດ 25-18, 25-19 ແລະ 25-13 ປ້ອງກັນແຊັມໄດ້ສໍາເລັດ.

ມິດຕາ ວັດທະນາ ໃຫ້ສໍາພາດຫຼັງພາທີມຄວ້າແຊັມ ວ່າ: ມີຄວາມຮູ້ສຶກພູມໃຈຫຼາຍທີ່ສຸດທີ່ພາ ກອງທັບ ຮັກສາແຊັມໄວ້ໄດ້ອີກ 1 ປີ ແລະ ກໍຕ້ອງຂໍຂອບໃຈຂັ້ນເທິງທີ່ໃຫ້ການສະໜັບສະໜູນ ແລະ ສຸມໃສ່ທີມບານສົ່ງຍິງຂອງ ກອງທັບ ໃນການເຂົ້າຮ່ວມແຂ່ງຂັນມາໂດຍຕະຫຼອດ.

“ ປີນີ້ເປັນປີສຸດທ້າຍຂອງຂ້ອຍທີ່ຈະລົງແຂ່ງຂັນບານສົ່ງ ຫຼັງຈາກທີ່ເລີ່ມຫຼິ້ນໃຫ້ທີມແຂວງສະຫວັນນະເຂດ ໃນປີ 2008 ແລະ ໄດ້ຮັບໃຊ້ ທີມຊາດລາວ ໃນປີ 2009 ທີ່ ສປປ ລາວ ເປັນເຈົ້າພາບ ກ່ອນທີ່ຈະໄດ້ຮັບໃຊ້ ທີມກອງທັບປະຊາຊົນລາວ ມາດົນພໍສົມຄວນເຖິງ 12. ມາຮອດມື້ນີ້ຂ້ອຍຂໍຢຸດການເປັນນັກກີລາບານສົ່ງ ເນື່ອງຈາກມີບັນຫາດ້ານສະພາບຮ່າງກາຍ ແລະ ອີກຢ່າງກໍເພື່ອເປີດໂອກາດໃຫ້ກັບຮຸ່ນນ້ອງເຂົ້າມາສານຕໍ່, ເຂົ້າມາຊ້ອມ ແລະ ຕັ້ງໃຈໃນການຝຶກຊ້ອມກີລາບານສົ່ງໃຫ້ປະສົບຜົນສໍາເລັດ ເພາະວ່າກີລາແມ່ນໃຫ້ຫຼາຍສິ່ງກັບຕົວຂ້ອຍເອງ ທັງໜ້າທີ່ການງານ ແລະ ໂອກາດຕ່າງໆ ສຸດທ້າຍກໍຕ້ອງຂໍຂອບໃຈຂັ້ນເທິງ ແລະ ຜູ້ສະໜັບສະໜູນ ລວມເຖິງແຟນບານສົ່ງທຸກໆຄົນທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ ”, ມິດຕາ ກ່າວ.

ມິດຕາ ວັດທະຍາ ປັດຈຸບັນແມ່ນອາຍຸ 30 ປີເກີດທີ່ບ້ານນາແກ ນະຄອນໄກສອນ ແຂວງສະຫວັນນະເຂດ ປະຈໍາການຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ ເລີ່ມຫຼິ້ນບານສົ່ງ ແລະ ຕິດທີມປະສົມແຂວງສະຫວັນນະເຂດປີ 2008 ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ ທີ່ແຂວງຈຳປາສັກເປັນເຈົ້າພາບ ກ່ອນທີ່ປີ 2009 ຕິດທີມຊາດຊຸດຊີເກມລາວເປັນເຈົ້າພາບ.

ຈົນຮອດປີ 2011 ຫຼິ້ນໃຫ້ກັບ ກອງທັບປະຊາຊົນລາວ ພາທີມຄວ້າຫຼຽນຄຳ ປະເພດບານສົ່ງໃນຮົ່ມ ແລະ ຫຼຽນເງິນປະເພດບານສົ່ງຫາດຊາຍ ໃນງານກີລາແຫ່ງຊາດ ທີ່ແຂວງຫຼວງພະບາງເປັນເຈົ້າພາບ ແລະ ປີ 2014 ເຂົ້າຮ່ວມແຂ່ງຂັນກີລາແຫ່ງຊາດແຂວງອຸດົມໄຊ ເປັນເຈົ້າພາບ ກໍພາ ກອງທັບປະຊາຊົນລາວຍາດໄດ້ຫຽນຄຳ. ນອກນັ້ນ, ໃນປີ 2016 ກໍຍັງໄດ້ເຂົ້າຮ່ວມງານ ກິລາມະຫາໄລທົ່ວປະເທດ ຄັ້ງທີ 1 ພາທີມຍາດໄດ້ຫຼຽນຄໍາ, ສ່ວນ ຜົນງານໃນການແຂ່ງຂັນບານສົ່ງລາຍການລະດັບຊີງຂັນ ທົ່ວປະເທດ ໄດ້ແຊັມງານປະຈຳປີ ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ 3 ປີ ແລະ ໄດ້ແຊັມງານ ຊີງຂັນສະຫະພັນບານສົ່ງແຫ່ງຊາດລາວ 3 ປີລຽນຕິດ ໃນການຫຼິ້ນໃຫ້ກັບ ກອງທັບປະຊາຊົນລາວ.
ຂ່າວ: ຄໍາສອນ, ຮູບ: Lao Volleyball Federation