ເພື່ອຕອບສະໜອງຄວາມຕ້ອງການດ້ານການຜະລິດ ແລະ ການດຳລົງຊີວິດທີ່ເໝາະສົມ ເສີມສ້າງດ້ານສັກກະຍະພາບ ແລະ ບັນລຸຈຸດປະສົງການຄວບຄຸມຕົ້ນທຶນ ແລະ ຍົກລະດັບປະສິດທິພາບ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ປະກາດຮັບສະໝັກຜູ້ເຂົ້າຄັດເລືອກຜູ້ສະໜອງເຟີນີເຈີ ແລະ ທີ່ຢູ່ອາໄສ ດັ່ງລາຍລະອຽດໃນໃບປະກາດລຸ່ມນີ້:
ການຈັດຊື້ເຟີນິເຈີ ສໍານັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ
(ເອກະສານເລກທີ: ZLTL-JJ-01)
ເພື່ອຕອບສະໜອງ ຄວາມຕ້ອງການດ້ານການຜະລິດ ແລະ ການດຳລົງຊີວິດທີ່ເໝາະສົມ, ເສີມສ້າງດ້ານສັກກະຍະພາບ ແລະ ບັນລຸຈຸດປະສົງຂອງການຄວບຄຸມຕົ້ນທຶນ ແລະ ຍົກລະດັບປະສິດທິພາບ, ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ, ປະກາດຮັບສະໝັກເຂົ້າຄັດລືອກ ຜູ້ສະໜອງເຟີນິເຈີຮັບໃຊ້ຫ້ອງການ ແລະ ທີ່ຢູ່ອາໄສ.
I. ຂໍ້ມູນຫຍໍ້ ແລະ ຂອບເຂດຄວາມຕ້ອງການ
ສໍານັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຕັ້ງຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ, ສໍານັກງານໃຫຍ່ບໍລິສັດ ປະກອບດ້ວຍອາຄານສໍານັກງານໃຫຍ່, ອາຄານອະເນກປະ ສົງ, ຫໍພັກພະນັກງານ ແລະ ໂຮງອາຫານ. ອາຄານຫ້ອງການສໍານັກງານໃຫ່ຍເປັນອາຄາ 7 ຊັ້ນ ເນື້ອທີ່ທັງໝົດ 13.843 ຕາແມັດ; ອາຄານອະເນກປະສົງ ເນື້ອທີ່ 1.636 ຕາແມັດ; ຫໍພັກພະນັກງານ 4 ຊັ້ນ ຈໍານວນ 2 ຫຼັງ ລວມເນື້ອທີ່ທັງໝົດ 5.952 ຕາແມັດ; ໂຮງອາຫານ 2 ຊັ້ນ ເນື້ອທີ່ທັງໝົດ 1.571 ຕາແມັດ. ນອກຈາກນີ້ຍັງມີເຟີນິເຈີຫ້ອງການ ແລະ ເຟນິເຈີທີ່ຢູ່ອາໄສ ສໍາລັບສະຖານີ ແລະ ຫໍພັກດ່ຽວ ຕະຫຼອດແລວທາງທີ່ຈະມີໃນຕໍ່ໜ້າ.
ພາຍຫຼັງຜົນການປະເມີນຕີລາຄາ ຜູ້ສະໝັກໃນການສະໜອງເຟີນິເຈີອອກມາແລ້ວ, ທາງບໍລິສັດຈະເດີນການຈັດຊື້ ກັບບັນດາຜູ້ສະໜອງໃນບັນຊີລາຍຊື່ທີ່ຜ່ານການຄັດເລືອກ.
II. ເງື່ອນໄຂຜູ້ເຂົ້າສະໝັກ
ຜູ້ເຂົ້າສະໝັກເພື່ອຄັດເລືອກຄວນປະກອບມີບັນດາເງື່ອນໄຂດັ່ງລຸ່ມນີ້:
ຂອບເຂດດໍາເນີນທຸລະກິດ: ຜູ້ສະໝັກຕ້ອງມີຄວາມສາມາດຮັບຜິດຊອບທາງແພ່ງ ຢ່າງເອກະລາດ ແລະ ເປັນນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ທີ່ໄດ້ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍຢູ່ ສປປ ລາວ; ມີໃບທະບຽນວິສາຫະກິດໃນຂົງເຂດກ່ຽວຂ້ອງທີ່ອອກໃຫ້ໂດຍເຈົ້າໜ້າທີ່ອຸດສາຫະກໍາການຄ້າຂອງລັດ; ມີຄວາມສາມາດໃນການອອກແບບພາຍໃນ, ອອກແບບເຟີນິເຈີ ແລະ ຄວາມສາມາດໃນການໃຫ້ບໍລິການບໍາລຸງຮັກສາຫຼັງການຂາຍ.
ຜົນງານຜ່ານມາ: ຕ້ອງມີມູນຄ່າການສະໜອງສິນຄ້າເຟີນິເຈີຫ້ອງການ, ເຟີນິເຈີທີ່ຢູ່ອາໄສ ພາຍໃນ 5 ປີ ບໍ່ຕໍ່າກວ່າ 500 ລ້ານກີບ (ຫຼືສະກຸນຕ່າງປະເທດທີ່ມີມູນຄ່າເທົ່າກັນ), ຜົນງານຜ່ານມາຕ້ອງມີສໍາເນົາສັນຍາຊື້-ຂາຍ ຢັ້ງຢືນ.
ດ້ານການເງິນ: ຕ້ອງມີລະບົບບັນຊີທີ່ຄົບຖ້ວນໝັ້ນຄົງ ແລະ ມີສະພາບການເງິນທີ່ດີ; ທຶນຈົດທະບຽນບໍ່ຕໍ່າກ່ວາ 100 ລ້ານກີບ (ຫຼືສະກຸນຕ່າງປະເທດທີ່ມີມູນຄ່າເທົ່າກັນ).
ເງື່ອນໄຂອື່ນ: ການປະກາດສະໝັກຄັ້ງນີ້ ຮັບຜູ້ສະໝັກທີ່ເປັນຕົວແທນຈໍາໜ່າຍ ແລະ ບໍລິສັດໂຄງການ (SPV).
III. ຂໍ້ແນະນໍາ
– ບັນດາຜູ້ສະໝັກ ຕ້ອງອ່ານລາຍລະອຽດເນື້ອໃນການປະກາດໃຫ້ຖີ່ຖ້ວນ “ເງື່ອນໄຂຜູ້ເຂົ້າສະໝັກ” ຂ້າງເທິງເປັນເງື່ອນໄຂຄັດເລືອກຜ່ານ, ຜູ້ທີ່ບໍ່ໄດ້ປະກອບຄົບຕາມເງື່ອນໄຂ ແລະ ບໍ່ມີມູນຄວາມຈິງ, ເອກະ ສານສະເໜີບໍ່ຄົບຖ້ວນຈະບໍ່ໄດ້ຮັບການພິຈາລະນາ.
– ການປະກາດຄັ້ງນີ້ເປັນການປະເມີນຕີລາຄາຜູ້ເຂົ້າສະໝັກ, ຈະບໍ່ດໍາເນີນການປະມູນເປີດກວ້າງ.
– ພາກສ່ວນທີ່ຜ່ານເຂົ້າຮອບຄັດເລືອກຈະໄດ້ເຂົ້າຮ່ວມຂັ້ນຕອນຕໍ່ໄປໃນການຈັດຊື້.
– ຜູ້ທີ່ຍື່ນເອກະສານສະໝັກຈະຖືວ່າ ເຫັນຕໍ່ວິທີ ແລະ ຂັ້ນຕອນການຈັດຊື້ ໃນຄັ້ງນີ້.
IV. ລາຍການເອກະສານ
ລາຍລະອຽດເບິ່ງທີ່ 《 ເອກະສານຍື່ນສະໝັກ ການຄັດເລືອກຜູ້ສະໜອງເຟີນິເຈີຫ້ອງການ ແລະ ທີ່ຢູ່ອາໄສ ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ》.
V. ກໍານົດເວລາ
1. ຊ່ອງທາງການປະກາດ
ການຄັດເລືອກຄັ້ງນີ້ຈະປະກາດທາງໜັງສືພິມ ວຽງຈັນທາມ ແລະ ເສດຖະກິດການຄ້າ, ເວລາປະກາດ ວັນທີ 03 ເດືອນ 01 ຫາ ວັນທີ 05 ເດືອນ 01 ປີ 2021.
2. ການຂໍໜັງສືສະໝັກ
ໃຫ້ປະສານຂໍໜັງສືແບບຟອມສະໝັກ, ເອກະສານສະໝັກ ໄດ້ຟຣີ ທີ່ ບໍລິສັດທາງລົດໄຟລາວ-ຈີນ (ຄັດຕິດຜູ້ປະສານງານ).
3. ການສົ່ງໜັງສືສະໝັກ
ເວລາ ແລະ ສະຖານທີ່ກໍານົດສົ່ງເອກະສານສະໝັກ:
ສົ່ງ file ເອກະສານຄຸນວຸດທີ ທີ່ກ່ຽວຂ້ອງ ແລະ ໂບຊົວ ບໍລິສັດ ມາຍັງທີ່ຢູ່ E-mail ບໍລິສັດ ທາງລົດໄຟລາວ-ຈີນ ຫຼື ສົ່ງສະບັບເຈ້ຍມາຍັງຫ້ອງການ ບໍລິສັດ ທາງລົດໄຟລາວ-ຈີນ
ເວລາປິດຮັບໜັງສືສະໝັກຮອດເວລາ 09:30 ຂອງວັນທີ 15 ເດືອນ 01 ປີ 2021
ຖ້າກາຍເວລາແລ້ວບໍ່ສົ່ງໜັງສືສະໝັກຖືວ່າສະລະສິດເອງ
VI. ແບບຟອມເອກະສານ
ຜູ້ສະໝັກຕ້ອງ ຂຽນໜັງສືສະໝັກຕາມແບບຟອມ ແລະ Format ອັນດຽວກັນ 《ເອກະສານຍື່ນສະໝັກ ການຄັດເລືອກຜູ້ສະໜອງເຟີນິເຈີຫ້ອງການ ແລະ ທີ່ຢູ່ອາໄສ ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ》, ລາຍລະອຽດເບິ່ງ Format ແບບຟອມການສະໝັກ.
VII. ຊ່ອງທາງຕິດຕໍ່ຕິດຕໍ່:
ທ່ານ ຈະຊຸ່ຍ ທັນສະຫວັດ ເບີໂທ 020 55100918;E-mail: tansavath@lcrc.ltd ທີ່ຢູ່: ວຽງຈັນເຊັນເຕີ ຊັ້ນ 6, ບໍລິສັດ ທາງລົດໄຟລາວ-ຈີນ, ພະແນກສັງລວມ ຫ້ອງ 6016 ວັນທີ 28 ທັນວາ 2020
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ