ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາ ປະຊາຊົນ ນວ ອັດລົງດ້ວຍຜົນສຳເລັດອັນງົດງາມ

210

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄດ້ປິດລົງດ້ວຍສໍາເລັດ ໃນວັນທີ 30 ທັນວາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ.

ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄດ້ດໍາເນີນມາແຕ່ວັນທີ 28 ຫາ 30 ທັນວາ 2020 ເປັນເວລາ 3 ວັນເຕັມ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນແລະ ມີເນື້ອໃນເລິກເຊິ່ງD ບັນດາທ່ານຜູ້ແທນ ໄດ້ສຸມທຸກສະຕິປັນຍາໃນການຄົ້ນຄວ້າ,ປະກອບຄວາມຄິດເຫັນຢ່າງມີເຫດຜົນ, ກົງໄປກົງມາ, ມີຄວາມເປັນເອກະພາບສູງໃນການຄົ້ນຄວ້າ,ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

1) ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນການ ປີ 2021;

2) ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021;

3) ໄດ້ຮັບຟັງການທາບທາມ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນ ຫຼວງວຽງຈັນ (2021-2025);

4) ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບປະຈຳພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປີ 2019 ຂອງນະຄອນຫຼວງ;

5) ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2021 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງ;

6) ໄດ້ພິຈາລະນາ ແລະ ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ປີ 2020 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ I, ແຜນການເຖິງກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການ ປະຈຳປີ 2021 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II;

7) ໄດ້ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດນະຄອນຫຼວງ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ນະຄອນຫຼວງ;

8) ໄດ້ຮັບຟັງການຊີ້ແຈງບັນຫາສໍາຄັນ ຂອງອົງການປົກຄອງນະຄອນຫຼວງວຽງຈັນຕື່ມອີກ.

[ ຂ່າວ-ພາບ: ສັນຕິ+ພອນປະດິດ ]