7 ໂຄງການຍ່ອຍ ໂຄງການ GMS1ໄດ້ລົງມືກໍ່ສ້າງສຳເລັດ 100%

220

ໂຄງການ GMS1 ປະກອບດ້ວຍ 7 ໜ້າວຽກ ກວມເອົາ 3 ຕົວເມືອງຂອງ ແຂວງສະຫວັນນະເຂດ ໄດ້ເລີ່ມ ລົງມືຈັດຕັ້ງປະຕິບັດ ແຕ່ປີ 2013 ມາຮອດ ໄດ້ລົງມືກໍ່ສ້າງສຳ ເລັດ 100%; ສ່ວນໜ້າ ວຽກທີ່ຍັງເຫຼືອປະກອບມີ ວຽກປິດສະໜາມຂີ້ເຫຍື້ອເກົ່າ, ວຽກຝຶກອົບຮົມພະນັກງານ ແລະ ຜູ້ເກັບຂີ້ເຫຍື້ອ, ຝຶກອົບຮົມ ການນຳໃຊ້ກົນຈັກ.

ຄະນະຊີ້ນຳໂຄງການ (PSC) ໄດ້ຈັດກອງປະຊຸມເພື່ອສະຫຼຸບລາຍງານການຈັດ ຕັ້ງປະຕິບັດປະຈຳປີ 2020 ແລະວາງແຜນການໃນປີ 2021 ສຳລັບໂຄງການພັດ ທະນາຕົວເມືອງຕາມແລວ ເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ເງິນກູ້ຍືມເລກທີ 2931 ແລະເງິນຊ່ວຍເຫຼືອລ້າເລກທີ 0313/0314(ໂຄງການ GMS1) ຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.

ກອງປະຊຸມມີຂຶ້ນ ພາຍໃຕ້ການເປັນປະ ທານຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະຊີ້ນຳໂຄງການຂັ້ນແຂວງ, ມີທ່ານ ນາງ ມະນີຈັນ ຊະນະນິຄົມ ຕາງໜ້າ ກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາທ່ານຄະນະຊີ້ນຳໂຄງການ, ພະແນກ ຍທຂ ແຂວງ, ຫ້ອງການປະສານງານ, ຄະນະຄຸ້ມຄອງໂຄງການ, ທີ່ປຶກສາໂຄງການ, ການນຳເມືອງ ເຊໂປນ, ເມືອງພີນ, ນະຄອນ ໄກສອນ ພົມວິຫານ, ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງຂອງ ໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ກ່າວວ່າ: ໃນກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດໂຄງການ GMS1 ແລະນຳບັນຫາທີ່ຍັງຄ້າງຄາ ມາປຶກສາຫາລື ເພຶ່ອຫາຊ່ອງ ທາງແກ້ໄຂ ທັງນີ້ກໍເພື່ອເຮັດ ໃຫ້ວຽກໂຄງການດຳເນີນໄປ ຕາມແຜນການ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.

ໂຄງການດັ່ງກ່າວໄດ້ເລີ່ມ ລົງມືແຕ່ປີ 2013 ມາຮອດ ປັດຈຸບັນນີ້ເຫັນວ່າ 7 ໂຄງ ການຍ່ອຍໄດ້ລົງມືກໍ່ສ້າງສຳເລັດ 100% ແລະ ຢູ່ໃນໄລຍະຄໍ້າປະກັນ 1 ປີ, ເມື່ອ 7 ໂຄງການຍ່ອຍນີ້ສໍາເລັດມັນ ໄດ້ເຮັດໃຫ້ຕົວເມືອງມີຄວາມສວຍງາມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈະລາຈອນໄປມາຫາສູ່ ແລະ ສົ່ງເສີມທ່ອງທ່ຽວພາຍໃນແຂວງ, ທ່ານຮອງເຈົ້າແຂວງກ່າວ.

ຈາກນັ້ນທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການ GMS1 ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການ GMS1 ເປັນ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ມີມູນຄ່າທັງໝົດ 47.740.000 ໂດລາ, ໜ້າວຽກ ທີ່ປະຕິບັດລວມມີ 7 ໜ້າວຽກ, ກວມເອົາໃນ 3 ຕົວເມືອງຂອງ ແຂວງສະຫວັນນະເຂດຄື: ນະຄອນໄກສອນພົມວິຫານ, ເທສະບານເມືອງພີນ ແລະ ບ້ານແດນສະຫວັນເມືອງເຊໂປນ. ມາຮອດປະຈຸບັນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ ສຳເລັດແລ້ວ 100%; ແຜນການພັດທະນາ ຂີດຄວາມສາມາດບຸກຄະລາກອນສຳເລັດ 91,14%, ການຈັດຕັ້ງປະຕິບັດໂຄງການຍ່ອຍສຳເລັດ 100%.

ສ່ວນໜ້າວຽກທີ່ຍັງເຫຼືອປະກອບມີ ວຽກປິດສະໜາມຂີ້ເຫຍື້ອເກົ່າ, ວຽກຝຶກອົບຮົມພະນັກງານ ແລະ ຜູ້ເກັບຂີ້ເຫຍື້ອ, ຝຶກອົບຮົມ ການນຳໃຊ້ກົນຈັກ ແລະ ອຸປະກອນຕ່າງໆ, ຜູ້ຄຸ້ມຄອງ ແລະ ບໍລິຫານສະໜາມຂີ້ເຫຍື້ອແມ່ນ ຍັງບໍ່ທັນໄດ້ຖືກແຕ່ງຕັ້ງເທື່ອ, ສຳລັບບັນຫາທີ່ນຳສະເໜີ ແລະ ປຶກສາຫາລືປະກອບມີ: ວຽກຄຸ້ມຄອງ ແລະ ບໍລິຫານ ສວນສາທາລະນະແຄມຂອງ-ສວນສາທາລະນະໄກສອນ ພົມວິຫານ, ວຽກຄຸ້ມຄອງ ແລະ ບໍລິຫານສະຖານີປ້ຳດູດນ້ຳຫ້ວຍລົງກົງ; ວຽກຄຸ້ມຄອງ ແລະ ບໍລິຫານໜອງບຳບັດ ນ້ຳເປື້ອນຫ້ວຍລົງກົງ ແລະ ການປ່ອຍນ້ຳເປື້ອນຂອງ ຮ້ານອາຫານ “ຮ້ານຊີ້ນດາດ” ຊຶ່ງເອກະຊົນໄດ້ສຳປະທານ ສາລາຊົມວິວແຄມຂອງ ແລະ ໄດ້ປ່ອຍນ້ຳໃຊ້-ນ້ຳເປື້ອນລົງ ພື້ນອາຄານ ຊຶ່ງອາດເຮັດໃຫ້ ນຳໄປສູ່ການໄຫຼໜີຂອງຊັ້ນຊາຍທີ່ຖົມໄວ້ ແລະ ອາດເຮັດໃຫ້ພື້ນຂອງສວນສາທາລະນະ ແລະ ສະຫຼົບກັນເຈື່ອນອາດຍຸບຕົວ ແລະ ຖະຫຼົ່ມລົງໄດ້ໃນ ອະນາຄົດ ໂດຍທາງທີ່ປຶກສາ ແມ່ນໄດ້ເຮັດບົດລາຍງານຫາເຈົ້າຂອງໂຄງການແລ້ວ ເພື່ອຫາທາງແກ້ໄຂດ່ວນ.

ນອກນີ້, ໃນທີ່ປະຊຸມ ຍັງໄດ້ປຶກສາຫາລືໃນວຽກງານສຳຄັນອື່ນໆ ທີ່ກ່ຽວຂ້ອງ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ GMS1 ບັນລຸຜົນສຳເລັດຕາແຜນການລະດັບຄາດໝາຍ ແລະ ມີປະສິດທິຜົນສູງ.