ປະດັບຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດໃຫ້ທ່ານ ຈັນທອນ ສິດທິໄຊ

338

ບໍລິສັດ ປີໂຕຣລ້ຽມເທຣດິ້ງ ລາວ ມະຫາຊົນ ໄດ້ຈັດພິທີສະຫຼຸບຜົນງານ 10 ປີ ແລະ ປະດັບຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດໃຫ້ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຂຶ້ນໃນວັນທີ 29 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານທູດ, ທຸຕານຸທູດ, ນັກທຸລະກິດ, ແຂກທີ່ຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ຄໍາຜາຍ ຈັນສີສະໝຸດ ຮອງປະທານກຸ່ມບໍລິສັດພົງສະຫວັນ ຈໍາກັດ ກ່າວວ່າ: ຜ່ານໄລຍະ 10 ປີໂດຍພາຍໃຕ້ການນໍາພາຂອງພັກ ແລະ ການຊີ້ນໍາໂດຍກົງຈາກລັດຖະບານ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ; ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ມີການເຄື່ອນ ໄຫວດໍາເນີນທຸລະກິດຂອງຕົນຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງສະແດງອອກບາງຈຸດທີ່ພົ້ນເດັ່ນດັ່ງນີ້:

Image may contain: 1 person, standing

▶ໄດ້ສະໜອງນໍ້າມັນເຊື້ອໄຟໃຫ້ປະຊາຊົນ ແລະ ຜູ້ຊົມໃຊ້ໃນແຕ່ລະປີ ຫລາຍກວ່າ 143 ລ້ານລິດ, ຜ່ານສະຖານີບໍລິການ 118 ແຫ່ງ, ມີ 5 ສາຂາ ໃນທົ່ວປະເທດ, ມີຄັງສໍາຮອງນໍ້າມັນ 5 ແຫ່ງ, ບັນຈຸນໍ້າມັນໄດ້ 5,5 ລ້ານລິດ. ເປັນບໍລິສັດ ທໍາອິດຂອງລາວທີ່ໄດ້ຮັບຮອງຄຸນນະພາບການບໍລິການ ທີ່ດີເດັ່ນ ແລະ ໄດ້ມາດຖານສາກົນ. ປັດຈຸບັນມີ ລົດຂົນສົ່ງບໍລິການນໍ້າມັນຫຼາຍກວ່າ 200 ຄັນ, ມີບໍລິສັດຂວັນໃຈການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາສິນຄ້າຊົມໃຊ້ໃນຊີວິດປະຈໍາວັນ ປະເພດເຄື່ອງບໍລິໂພກ ທີ່ຫຼາກຫຼາຍ ເພື່ອສະໜອງຄວາມຕ້ອງການຂອງຕະຫລາດໄດ້ມີຫຼາຍກວ່າ 20 ພັນກວ່າຮ້ານ ໃນທົ່ວປະເທດ.

▶ບໍລິສັດ ພວກເຮົາຍັງໄດ້ເຊັນ MOU ກັບລັດຖະບານ ແລະ ທ້ອງຖິ່ນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນ ຄື: ❶ ເຊັນອະນຸສັນຍາ ສຳປະທານໂຄງການ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ແລະ ສ້າງຕັ້ງລັດວິສາຫະກິດພັດທະນາ ທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຮ່ວມກັບລັດຖະບານລາວ, ❷ ເຊັນສັນຍາພັດທະນາໂຄງການກໍ່ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນ ຖ່ານຫີນ 2.000 MW ຢູ່ເມືອງບົວລະພາ ແຂວງຄໍາມ່ວນ, ❸ ເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສຳຫຼວດ ໃນການພັດທະນາໂຄງການສ້າງທາງລົດໄຟ ຈາກແຂວງຄໍາມ່ວນ ສປປ ລາວ ເຖິງ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, ❹ ເຊັນສັນຍາສໍາປະທານ ລົງທຶນໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ❺ ເຊັນ MOU ຮ່ວມມືກັບກຸ່ມບໍລິສັດອິນໂດເນເຊຍ ເພື່ອພັດທະນາໂຄງການຮ່ວມກັນມີ: ໂຄງການປູກເຂົ້າ, ອ້ອຍ, ສາລີ, ຖົ່ວເຫຼືອງ, ໂຄງການອຸດສະຫະກໍາຂຸດຄົ້ນເກືອກາລີ, ກົ່ວ, ໂຄງການຊື້-ຂາຍຖ່ານຫີນ ແລະ ເຊັນ MOU ພັດທະນາໂຄງການຂະໜາດນ້ອຍອື່ນໆ.

Image may contain: 2 people, people standing

ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສຍພາສີອາກອນໃຫ້ລັດໄດ້ຕາມຄາດໝາຍ, ໄປພ້ອມກັນນີ້ ຍັງໄດ້ບໍລິຈາກຊ່ວຍເຫຼືອສັງຄົມເປັນຕົ້ນ: ບໍລິຈາກຊ່ວຍເຫຼືອຕ້ານໄພນໍ້າຖ້ວມ, ແຫ້ງແລ້ງ, ວຽກງານການສຶກສາ, ກິລາ, ສ້າງຂົວອູ່ຂ້າມນໍ້າບາກໃຫ້ປະຊາຊົນບ້ານຟ້າ-ບ້ານໂຄງ ເມືອງນໍ້າບາກ ແຂວງຫຼວງພະບາງ, ສ້ອມແປງວັດ, ບໍລິຈາກຊ່ວຍເຫຼືອກອງປະຊຸມຂອງພັກ-ລັດ, ກະຊວງ, ອົງການ, ທ້ອງຖິ່ນຕ່າງໆ. ປະກອບສ່ວນເຂົ້າໃນການຕ້ານ, ສະກັດກັ້ນ ພະຍາດໂຄວິດ-19 ແລະ ອື່ນໆ ລວມເປັນມູນຄ່າຫຼາຍຕື້ກີບ. ພ້ອມນີ້ຍັງໄດ້ສ້າງວຽກເຮັດງານທໍາໃຫ້ ຊາວໜຸ່ມ ແລະ ປະຊາຊົນ ຢູ່ໃນຕົວເມືອງ, ຊົນນະບົດເຂດຫ່າງໄກສອກຫລີກເປັນຈໍານວນ ຫຼາຍກວ່າ 2.000 ຄົນ.

▶ສໍາລັບວຽກງານການເຄື່ອນໄຫວກັບຕ່າງປະເທດ: ໄດ້ມີການພົວພັນກັບຕ່າງປະເທດ ເພື່ອເປັນຄູ່ຮ່ວມງານ, ການແລກປ່ຽນສິນຄ້າ ແລະ ເພື່ອການລົງທຶນ, ເປັນຕົ້ນແມ່ນຢູ່ໃນບັນດາປະເທດອາຊຽນ ແລະ ບັນດາປະເທດຂະຫຍາຍຕົວທາງດ້ານອຸດສາຫະກໍາ ອັນເປັນການປະກອບສ່ວນເຮັດໃຫ້ບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນຢູ່ໃນເວທີສາກົນ.

Image may contain: 1 person, standing

ໃນຊຸມປີຕໍ່ໜ້ານີ້ ພວກເຮົາຈະຕ້ອງສຸມໃສ່ສູ້ຊົນເຮັດໃຫ້ທຸລະກິດມີຄວາມເຂັ້ມແຂງ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ, ຈະເພີ່ມທະວີຢ່າງບໍ່ລົດລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງບັນດາໂຄງການທີ່ໄດ້ເຊັນສັນຍາຮ່ວມກັບລັດ, ບັນດາຂະແໜງການ, ທ້ອງຖິ່ນ ແລະ ກັບຕ່າງປະເທດ. ຖືເປັນບັນຫາສໍາຄັນໃນການປະຕິບັດຢ່າງຖືກຕ້ອງລະບຽບການ ແລະ ກົດໝາຍຂອງລັດ ກ່ຽວກັບການດໍາເນີນທຸລະກິດ ສູ້ຊົນປະຕິບັດລະບອບພາສີອາກອນມອບໃຫ້ລັດໄດ້ຕາມຄາດໝາຍ ແລະ ມີການເພີ່ມຂຶ້ນໃນແຕ່ລະປີ ໃຫ້ໄດ້ຫຼາຍກວ່າເກົ່າ. ເພີ່ມທະວີສ້າງບຸກຄະລະກອນ ທີ່ມີຄວາມສາມາດ ນໍາເອົາເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝເຂົ້າມານໍາໃຊ້ ໃນທຸກຂົງເຂດວຽກງານ, ສືບຕໍ່ເຂົ້າຮ່ວມໂຄງການສາມສ້າງທີ່ພັກ-ລັດ ວາງອອກ ເພື່ອແນໃສ່ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.

ໃນພິທີທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບໍລິສັດທີ່ປະກອບສ່ວນຊ່ວຍພັດທະນາ ແລະ ສ້າງສາປະເທດຕະຫຼອດ 10 ກວ່າປີຜ່ານມາ ພ້ອມຮຽກຮ້ອງໃຫ້ ບໍລິສັດສືບຕໍ່ເອົາໃຈໃສ່ປະຕິບັດ ເພີ່ມທະວີຄວາມຮັບຜິດຊອບສູງກວ່າເກົ່າ ຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ ໂດຍສະເພາະແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊື່ອໝັ້ນວ່າບໍລິສັດຈະສາມາດດໍາເນີນທຸລະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ.

Image may contain: one or more people and people standing

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ຈະນໍາເອົາເນື້ອໃນຈິດໃຈ ບົດໂອລົ້ມຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນໍາໄປຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງ ນໍາເອົາຜົນປະໂຫຍດມາ ໃຫ້ປະເທດຊາດ ແລະ ປະຊາຊົນລາວ. ບໍລິສັດພວກເຮົາປະກອບພັນທະງົບປະມານໃຫ້ລັດປີໜຶ່ງບໍ່ຕໍ່າກວ່າ 500 ຕື້ກີບ ໃນໄລຍະ 12 ປີດໍາເນີນທຸລະກິດໄດ້ປະກອບສ່ວນພັນທະໃຫ້ລັດບໍ່ຕໍ່າກວ່າ 6 ພັນຕື້ກີບ.ພ້ອມຈະສືບຕໍ່ຈັດຕັ້ງປະຕິບັດດໍາເນີນທຸລະກິດພາຍໃຕ້ກົດລະບຽບ ກົດໝາຍ ໃຕ້ການຊີ້ນໍາຂອງພັກ – ລັດ ແນວທາງນະໂຍບາຍທີ່ຖືກຕ້ອງ ປະກອບພັນທະເຂົ້າງົບປະມານນັບມື້ນັບເພີ່ມຂຶ້ນ, ສືບຕໍ່ຜັນຂະຫຍາຍນະໂຍບາຍເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະ ສາກົນ.