ບໍລິສັດ ສະຕາຟິນເທັກ ຈັບມື ພຣູເດັນໂຊລ໌ ລາວ ໃຫ້ບໍລິການຊຳລະປະກັນໄພຜ່ານ ຢູມັນນີ

233

ບໍລິສັດ ສະຕາຟິນເທັກ ໄດ້ຮ່ວມມືກັບ ພຣູເດັນໂຊລ໌ ລາວ ໃຫ້ບໍລິການຊຳລະປະກັນໄພຜ່ານ ຢູມັນນີ ເພື່ອເປັນການພັດທະນາຊ່ອງທາງການຊໍາລະເງິນຮູບແບບໃໝ່ ໂດຍສະເພາະການຈ່າຍຄ່າທໍານຽມປະກັນໄພຊີວິດ, ອຳນວຍຄວາມສະດວກສະບາຍຍິ່ງຂຶ້ນໃຫ້ແກ່ລູກຄ້າທັງສອງຝ່າຍ.


ໃນວັນທີ 30 ທັນວາ 2020 ທີ່ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາ ການໃຫ້ບໍລິການຊຳລະຄ່າທໍານຽມປະກັນໄພ ຂອງ ພຣູເດັນໂຊລ໌ ລາວ ຈຳກັດ ໂດຍຜ່ານບໍລິການ ຂອງ ຢູມັນນີ (u-monney). ຕາງໜ້າລົງນາມໂດຍ ທ່ານ ເຄນຢ້ອນໂຮ ຜູ້ອໍານວຍການຝ່າຍບໍລິຫານການຄ້າ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ ກັບ ທ່ານ ເຈີນ ມີງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາຟິນເທັກ ຈໍາກັດ ຜູ້ດຽວ; ເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ນາງ ສຸທານີ ສີສຸວົງ ຮອງຫົວໜ້າພະແນກກວດກາລະບົບຊໍາລະ ຕາງໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍ ຕາງໜ້າພະແນກຕ່າງໆຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ, ບໍລິສັດ ສະຕາ ຟິນເທັກ ແລະ ບໍລິສັດ ສະຕາ ໂທລະຄົມ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.


ທ່ານ ເຄນຢ້ອນໂຮ ກ່າວວ່າ: ພຣູເດັນໂຊລ໌ ລາວ ແມ່ນຂຶ້ນກັບ ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເຊິ່ງພຣູເດັນໂຊລ ລາວ ໄດ້ສ້າງຕັ້ງຫ້ອງການຕົວແທນຂຶ້ນທີ່ນະຄອນຫຼວງວຽງຈັນ ໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດ ການດໍາເນີນທຸລະກິດຈາກກະຊວງການເງິນ ໃນເດືອນ ເມສາ 2016.

ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດ ແລະ ປະກັນສຸຂະພາບທີ່ແທດເໝາະກັບ ຄວາມຕ້ອງການ ໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປັດຈຸບັນ ພຣູເດັນໂຊລ໌ ລາວ ໄດ້ຈໍາໜ່າຍຜະລິດຕະພັນຜ່ານທາງລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌.
ທ່ານ ເຈີນ ມີງ ດຶກ ກ່າວວ່າ: ບໍລິສັດ ສະຕາ ຟິນເທັກ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u-money) ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຣນິກ ຢ່າງເປັນທາງການຕັ້ງແຕ່ ປີ 2019.


ການໃຫ້ບໍລິການດັ່ງກ່າວ ໄດ້ເພີ່ມຄວາມສະດວກໃຫ້ແກ່ລູກຄ້າ, ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດ ທົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ. ໃນໄລຍະຜ່ານມາ ບໍລິສັດໄດ້ສໍາເລັດການຮ່ວມມືກັບບັນດາ ທະນາຄານ ທຸລະກິດໃນລາວ ເພື່ອໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າ, ການຊໍາລະຄ່າທໍານຽມປະກັນໄພ ເປັນອີກໜຶ່ງຂົງເຂດການບໍລິການທີ່ລູກຄ້າໃຫ້ຄວາມສົນໃຈ ເຊິ່ງບໍລິສັດ ສະຕາ ຟິນເທັກ ຈະສືບຕໍ່ພັກດັນ ການເຊື່ອມຕໍ່ກັບ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ເພື່ອພັດທະນາການໃຫ້ບໍລິການໃຫ້ສໍາເລັດ ໃນເວລາອັນສັ້ນ ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ນໍາໃຊ້ ເຂົ້າເຖິງທຸກບໍລິການ ທີ່ມີຄຸນນະພາບ ແລະ ປອດໄພ.