ມາຮູ້ຈັກກັບ ໂຕ່ໂຕ້ ຊາຍໜຸ່ມທີ່ໜ້າຕາເປັນເອກະລັກ ໂດດເດັ່ນ

149

ທີມຂ່າວເສດຖະກິດ-ການຄ້າ ໄດ້ມີໂອກາດສຳພາດກັບ ໂຕ່ໂຕ້ ພອນປະສົງ ດາລາສະວົງ ຊາຍທີ່ມີຮູບຮ່າງ ແລະ ໜ້າຕາທີ່ຫຼາຍຄົນກໍຢາກຮູ້ວ່າ ຊາຍຄົນນີ້ ເປັນລູກຊອດ ປະເທດໃດ ສະນັ້ນ ທີມຂ່າວຂອງພວກເຮົາກໍບໍ່ລໍຊ້າ ຈະພາທ່ານໄປຮູ້ຈັກກັບເຂົາຄົນນີ້ກັນເລີຍ.

▶ໂຕ່ໂຕ້ ໄດ້ກ້າວເຂົ້າມາສູ່ວົງການຊາຍແບບໄດ້ແນວໃດ ແລະ ເປັນຫຍັງຄືຢາກເປັນນາຍແບບ?:

ກ່ອນທີ່ ໂຕ່ໂຕ້ ຈະມາເປັນຊາຍແບບ ໄດ້ມີໂອກາດຮູ້ຈັກກັບຊ່າງພາບຄົນໜຶ່ງ ເພິ່ນໄດ້ຊວນໄປຖ່າຍຮູບ ເມື່ອ 7 ປີທີ່ແລ້ວ ແລະ ບວກກັບຄວາມບັງເອີນທີ່ ໂຕ່ໂຕ້ ມັກຈະຖືກຄົນອື່ນຖ່າຍຮູບຕະຫຼອດ ເພາະວ່າດ້ວຍຮູບຮ່າງຂອງຕົນເອງທີ່ສູງ. ຫຼັງຈາກນັ້ນ ຈິ່ງເຮັດໃຫ້ ໂຕ່ໂຕ້ ເລີ່ມໄປສະຫມັກປະກວດຕາມງານຕ່າງໆ ຢູ່ລາວ ທີ່ມີການເລືອກຫາຊາຍແບບ ແລະ ນາງແບບ. ໂຕ່ໂຕ້ ຄິດວ່າດ້ວຍຮູບຮ່າງທີ່ຈ່ອຍ, ສູງ ແລະ ບຸກຄະລິກກະພາບຂອງຕົນເອງເລີຍຢາກເຂົ້າສູ່ ອຸດສາຫະກຳແຟຊັນນານາຊາດ ໃຫ້ເປັນທີ່ຮູ້ຈັກຫຼາຍຍິ່ງຂຶ້ນ.

▶ໂຕ່ໂຕ້ ເຂົ້າວົງການເດີນແບບມາໄດ້ດົນແລ້ວບໍ່?:

ໂຕ່ໂຕ້ ເຂົ້າມາຢູ່ໃນວົງການເດີນແບບມາດົນແລ້ວ ປີນີ້ກໍເປັນປີທີ່ 8 ແລ້ວ ທີ່ຢູ່ໃນວົງການເດີນແບບ.

▶ຜ່ານມາໄດ້ໄປຮ່ວມງານເດີນແບບໃດມາແນ່ແລ້ວ? ງານໃດທີ່ ໂຕ່ໂຕ້ ໄດ້ໄປຮ່ວມແລ້ວປະທັບໃຈທີ່ສຸດ?:

ຜ່ານມາໄດ້ໄປຮ່ວມຫຼາຍງານໃຫຍ່ໆ ມາແລ້ວເຊັ່ນ: ງານເດີນແບບຂອງອ້າຍນິດຕະຍາ ດີຊາຍເນີດັງລະດັບປະເທດຂອງລາວ, ງານເປີດໂຕເມືອງບຸລີລຳຂອງປະເທດໄທ ໂດຍແມ່ນດີຊາຍເນີດັງຂອງປະເທດໄທເຊີນໄປຫ້ອງເສື້ອ Voravat, ເດີນແບບໃຫ້ງານລະດັບປະເທດ ເຊັ່ນ: Lao Fashion Week, ງານເດີນແບບຂອງ WOW Fashion Week ແລະ ງານຖ່າຍໂຄສະນາຕ່າງໆ. ງານທີ່ໄປຮ່ວມແລ້ວປະທັບໃຈແມ່ນງານ Lao Fashion Week ເຊິ່ງເປັນງານລະດັບປະເທດ ແລະ ນານາຊາດ.

ในภาพอาจจะมี 3 คน, ผู้คนกำลังเต้นรำ และผู้คนกำลังยืน

▶ແລ້ວການທີ່ເຂົ້າມາໃນວົງການເດີນແບບຍາກບໍ່,ເຄີຍທໍ້ກັບມັນບໍ່ ແລ້ວໂຕ່ໂຕ້ ເຮັດແນວໃດ ?:

ການທີ່ເຂົ້າວົງການເດີນແບບແມ່ນຂ້ອນຂ້າງຍາກຫຼາຍ ຕ້ອງໄດ້ປັບບຸກຄະລິກຮ່າງກາຍ, ໄດ້ເຝິກຍ່າງ, ແລະ ທີ່ສຳຄັນຕ້ອງໃສ່ຊຸດໄດ້ທຸກຊຸດຂອງ Designer ທີ່ໃຫ້ໃສ່ບາງເທື່ອກໍຮູ້ສຶກທໍ້ຢູ່ ເພາະຕ້ອງໄດ້ຝຶກຕົນເອງ ແລະ ຕ້ອງມີສະມາທິ ທຸກຄົນອາດຈະເບິ່ງຄືງ່າຍ ແຕ່ສຳລັບ ໂຕ່ໂຕ້ ຖືວ່າຍາກຫຼາຍ ໂຕ່ໂຕ້ ໄດ້ຝຶກຕົນເອງທຸກມື້, ອອກກຳລັງກາຍໃຫ້ໄດ້ສັດສ່ວນທີ່ພໍດີ ຫາຈຸດເດັ່ນຂອງຕົນເອງໃຫ້ໄດ້ວ່າເຮົາຄວນເຮັດແນວໃດ ຕ້ອງປັບຈຸດຕົນເອງແນວໃດ.

▶ຫຼາຍໆ ຄົນຢາກຮູ້ວ່າ ໂຕ່ໂຕ້ ເປັນລູກຊອດບໍ-ຊອດກັບປະເທດໃດ?:

ໂຕ່ໂຕ້ເປັນຄົນລາວ 100% ພໍ່ເປັນຄົນແຂວງເຊກອງ ແລະ ແມ່ເປັນຄົນແຂວງຫຼວງພະບາງ.

▶ຄວາມຝັນສູງສຸດຂອງ ໂຕ່ໂຕ້ ຄືຫຍັງ ແລະ ປັດຈຸບັນ ນອກຈາກເດີນແບບ, ຖ່າຍແບບ ໂຕ່ໂຕ້ເຮັດຫຍັງແນ່?:

ຄວາມຝັນສູງສຸດຂອງ ໂຕ່ໂຕ້ ແມ່ນເປັນຊາຍແບບ ລະດັບສາກົນຍອມຮັບ ແລະ ນອກຈາກເດີນແບບ, ຖ່າຍແບບແລ້ວ ໂຕ່ໂຕ້ ຍັງເປັນຊ່າງພາບ ເປັນ Chef bakery ນຳອີກ.

▶ແລ້ວໃຜຄືຂວັນໃຈຂອງໂຕ່ໂຕ້?

ຂວັນໃຈ ຫຼື ໄອດໍ້ຂອງ ໂຕ່ໂຕ້ ແມ່ນຊາຍແບບລະດັບໂລກຜູ້ນີ້ເລີຍ Leon dame ເພາະລາວເປັນຊາຍແບບທີ່ເກັ່ງ ແລະ ຮ່າງກາຍຂອງລາວຈ່ອຍ ລາວພະຍາຍາມສະແດງຄວາມສາມາດຂອງຕົນໃນຮູບແບບຄົນຄີງຈ່ອຍ, ຜອມ ຈົນແບຣນດັງລະດັບໂລກຢາກໄດ້ໃຫ້ເດີນແບບ ບໍ່ວ່າຈະເປັນ Valentino, maison maegiela, Louis Vuitton, Calvin Klein, bottega veneta ແລະ ຂຶ້ນປົກຂອງວາລະສານ vogue ຫຼາຍ cover ນັບບໍ່ຖ້ວນ.

▶ສຸດທ້າຍນີ້ ໂຕ່ໂຕ້ ມີຫຍັງຢາກຝາກ ຫຼື ມີຜົນງານຫຍັງໃຫ້ແຟນຄລັບໄດ້ຕິດຕາມ?

ໂຕ່ໂຕ້ ຂໍຝາກຜົນງານຂອງໂຕ່ໂຕ້ແນ່ເດີ ບໍ່ວ່າຈະເປັນຖ່າຍແບບ, ເດີນແບບ ຫຼື ເຮັດອາຫານຕ່າງໆ ຂໍຝາກຕິດຕາມແດ່ເດີ ດຽວຈະມີຜົນງານມາອັບເດດເລື້ອຍໆ.