ສຳມະນາການເຂົ້າຫາແຫຼ່ງທຶນ ແລະເຂົ້າເຖິງຕະຫຼາດຂອງຂະແໜງກະສິກຳ

156

ກົມສົ່ງເສີມການຄ້າ, ກະຊວງອຸດສະຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມງານສຳມະນາ ພາຍໃຕ້ຫົວຂໍ້ ການເຂົ້າຫາແຫຼ່ງທຶນຂອງຂະແໜງກະສິກຳ ແລະ ການເຂົ້າເຖິງຕະຫຼາດໃນຮ້ານສະດວກຊື້ ຂຶ້ນໃນວັນທີ 30 ທັນວາ 2020 ຢູ່ທີ່ສູນການຄ້າລາວ-ໄອ ນະຄອນຫຼວງວຽງຈັນ
ງານສຳມະນາດັ່ງກ່າວຈັດຂຶ້ນ ເພື່ອເປັນການຊອກຫາຊ່ອງທາງໃນການຈຳໜ່າຍສິນຄ້າ ແລະ ການປັບປຸງສິນຄ້າໃຫ້ແທດເໝາະຕາມຄວາມຕ້ອງການຂອງຕະຫຼາດ ໂດຍການບັນຍາຍຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ມີບັນດາແຂກຮັບເຊີນ, ຫົວໜ່ວຍນັກທຸລະກິດຕ່າງໆ ແລະ ມວນຊົນເຂົ້າຮ່ວມ.


ທ່ານ ບຸນເລີດ ຫຼວງປະເສີດ ໄດ້ນຳສະເໜີຫົວຂໍ້ທີ່ວ່າ ໂຄງການກອງທຶນຕົວແບບເຂົ້າຫາແຫຼ່ງທຶນ ສຄອຊ ໂດຍມີແຂກຮັບເຊີນໃນການບັນຍາຍສົນທະນາແລກປ່ຽນກ່ຽວກັບຄວາມສຳຄັນວຽກງານການຄ້າທາງດ້ານເອເລັກໂຕນິກ, ນະໂຍບາຍສົ່ງເສີມສິນຄ້າລາວເຂົ້າຮ້ານ ມິນິບິກຊີ(Mini big c) ແລະ ມາດຖານເງື່ອນໄຂໃນການເຂົ້າຫາຕະຫຼາດມິນິບິກຊີ, ເປົ້າໝາຍຫຼັກໃນການຈັດສຳມະນາກໍແມ່ນເພື່ອເພີ່ມທະວີຄວາມສາມັກຄີ ແລະ ສ້າງເງື່ອນໄຂການອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນໃຫ້ໄດ້ງ່າຍຂຶ້ນ, ສ້າງຄວາມເຊື່ອໜັ້ນໃຫ້ແກ່ທະນາຄານ ແລະ ສະຖາບັນການເງິນ, ຮັບປະກັນຜູ້ກູ້ຢືມສາມາດຊຳລະດອກເບ້ຍ, ຕົ້ນທຶນໃຫ້ແກ່ທະນາຄານ.


ໂຄງການຕົວແບບສະໜັບສະໜູນກການເຂົ້າຫາແຫຼ່ງທຶນຂອງຂະແໜງກະສິກຳນີ້ ແມ່ນຈະສ້າງກົນໄກໃນການພົວພັນ 4 ກຸ່ມເປົ້າໝາຍເປັນຫຼັກ ເຊັ່ນ: ກຸ່ມຜູ້ຜະລິດ, ກຸ່ມຜູ້ສະໜອງທາງດ້ານເຕັກນິກ, ກຸ່ມສະໜອງທຶນກູ້ຢືມ (ທະນາຄານ, ສະຖາບັນການເງິນຈຸລະພາກ) ແລະ ກຸ່ມຜູ້ຊື້ ໂດຍ ສຄອຊ ຈະເປັນຜູ້ປະສານງານຫຼັກໃນການລະດົມ, ຊອກຫາ, ຄັດເລືອກ ແລະ ເຊື້ອເຊີນ ທັງ 4 ກຸ່ມນີ້ທີ່ເປັນສະມາຊິກຂອງ ສຄອຊ ແລະ ຈະເປັນຜູ້ປະສານໃນການຂັບເຄື່ອນກົນໄກການປະສານງານຕ່າງໆໂດຍແນໃສ່ເພື່ອສົ່ງເສີມຜູ້ຜະລິດໃຫ້ມີເຕັກນິກທີ່ໄດ້ມາດຕະຖານ; ຊ່ວຍຕິດຕາມການດຳເນີນກິດຈະການ ແລະ ຜະລິດໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ຮັບປະກັນການສ້າງລາຍຮັບເພື່ອທົດແທນຄືນທະນາຄານເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສະຖາບັນການເງິນ ຫຼື ທະນາຄານໃນການສະໜອງທຶນກູ້ຢືມ. ນອກຈາກນັ້ນ, ຍັງເນັ້ນການຍົກຄຸນນະພາບສິນຄ້າ, ດ້ານ ອຢ ເພື່ອໃຫ້ຜູ້ບໍລິໂພກໝັ້ນໃຈໃນການບໍລິໂພກໃຫ້ຄວາມໝັ້ນໃຈ, ສະດວກ, ປອດໄພ ແລະ ເປັນການກະຕຸ້ນຜູ້ຜະລິດ, ຜູ້ປະກອບການພາຍໃນປະເທດໃຫ້ຜະລິດສິນຄ້າໄດ້ຢ່າງມາດຕະຖານສາມາດຫຼຸດຜ່ອນການນຳເຂົ້າໄດ້ເທື່ອລະກ້າວ.


ຈາກນັ້ນບັນດາຜູ້ປະກອບການທີ່ເຂົ້າຮ່ວມງານ ກໍໄດ້ຕັ້ງຄຳຖາມຕ່າງໆໃນການສົນທະນາແລກປ່ຽນສະແດງຄວາມຄິດເຫັນທີ່ກ່ຽວກັບເງື່ອນໄຂ, ມາດຖານໃນການເຂົ້າຫາແຫຼ່ງທຶນ, ຂັ້ນຕອນໃນການຂຽນແຜນທຸລະກິດ. ພ້ອມທັງໄດ້ແລກປ່ຽນໃນການເຂົ້າຫາແຫຼ່ງທຶນຂອງຂະແໜງກະສິກຳ ແລະ ການເຂົ້າເຖິງຕະຫຼາດ ໃນການປະກອບແຜນທຸລະກິດເພື່ອໃຫ້ມີຄວາມສະດວກສະບາຍໃນການເຂົ້າຫາຂໍ້ມູນ, ເຕັກນິກ ແລະ ການເຂົ້າເຖິງແຫຼ່ງທຶນຕ່າງໆ, ນະໂຍບາຍໃນການຝາກຂາຍ ແລະ ເຄດິດພິເສດໃນການຂາຍສິນຄ້າເພື່ອດຳເນີນທຸລະກິດໃນການມີສ່ວນຮ່ວມໃຫ້ເຂົ້າເຖິງຕະຫຼາດ.

ໃນອະນາຄົດ ສຄອຊ ມີແຜນຈະສ້າງສູນ SME ໃນທົ່ວແຂວງຕ່າງໆໃຫ້ທົ່ວເຖິງເພາະຈະສາມາດຊ່ວຍໃຫ້ບັນດາຜູ້ປະກອບການເຂົ້າເຖິງຂໍ້ມູນ ແລະ ແຫຼ່ງທຶນຂອງຂະແໜງກະສິກຳ, ການເຂົ້າເຖິງຕະຫຼາດ.