ເຊັນສັນຍາກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ

425

ພິທີເຊັນສັນຍາໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ (ວຽກປັບປຸງບໍ່ບາດານ, ໂຮງງານເກົ່າ, ວາງສາຍທໍ່ສົ່ງນໍ້າດິບ ແລະ ກໍ່ສ້າງອ່າງເກັບນໍ້າສູງ) ເມືອງປາກຊັນ ແຂວງບໍລິຄຳໄຊ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດ DM ຈໍາກັດຜູ້ດຽວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ(ຍທຂ), ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງບໍລິຄຳໄຊ

ໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຮັບທຶນກູ້ຢືມຈາກ ທະນາຄານອາຊີ (ADB Loan No.3041), ຈັດຕັ້ງປະຕິບັດໂດຍ ກະຊວງ ຍທຂ, ກົມນໍ້າປະປາ ເປັນຜູ້ຮັບຜິດຊອບ ກໍານົດເວລາໃນການຈັດຕັ້ງປະຕິບັດໂຄງການ 9 ຕຸລາ 2013-31 ມີນາ 2022 ເຊິ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການແຕ່ວັນທີ 9 ຕຸລາ 2013, ໂດຍມີຜົນສໍາເລັດລວມຍອດໃນປະຈຸບັນ 64,00% ຂອງແຜນລວມ ແລະ ຈະປິດສະຫຼຸບກິດຈະກໍາ, ບັນຊີທັງໝົດ ຮ່ວມກັບ ADB ໃນວັນທີ 31 ມີນາ 2022.

ໂຄງການກໍ່ສ້າງ-ປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເລີ່ມປະກາດການປະມູນໃນວັນທີ 15 ກໍລະກົດ 2020 ແລະ ໄດ້ປິດຮັບຊອງປະມູນໃນວັນທີ 13 ສິງຫາ 2020. ຫຼັງຈາກນັ້ນ, ກະຊວງ ຍທຂ ໄດ້ອອກຂໍ້ຕົກລົງອະນຸມັດຮັບຮອງເອົາຜົນການປະມູນໃນວັນທີ 21 ທັນວາ 2020. ມາຮອດວັນທີ 25 ທັນວາ 2020 ຈິ່ງໄດ້ລົງນາມໃນພິທີເຊັນສັນຍາຮ່ວມມືການກໍ່ສ້າງໂຄງການປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ ແຂວງ ບໍລິຄຳໄຊ, ຄາດວ່າຈະເລີ່ມລົງມືກໍ່ສ້າງໃນວັນທີ 15 ມັງກອນ 2021 ໂດຍຈະໃຊ້ໄລຍະເວລາການກໍ່ສ້າງ 12 ເດືອນໃນມູນຄ່າການກໍ່ສ້າງທັງໝົດ 9,9ຕື້ກວ່າກີບ ໂດຍແມ່ນ ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ.

ໂຄງການແມ່ນ ຕັ້ງຢູ່ໃນເຂດເທດສະບານ ເມືອງປາກຊັນ ແຂວງບໍລິຄຳໄຊ; ໂຄງການດັ່ງກ່າວແມ່ນການປັບປຸງ ແລະ ຂະຫຍາຍລະບົບນໍ້າປະປາເກົ່າທີ່ມີແລ້ວ ໃຫ້ມີປະລິມານການຜະລິດທີ່ພຽງພໍ ເພື່ອບໍລິການໃຫ້ແກ່ປະຊາຊົນໃນເທດສະບານເມືອງປາກຊັນ ເຊິ່ງຈໍານວນບ້ານທີ່ຈະໄດ້ຮັບການບໍລິການ ແລະ ນຳໃຊ້ນໍ້າປະປາມີ 16 ບ້ານ.
ແຄັບເຊິນ:ຈະໃຊ້ໄລຍະເວລາການກໍ່ສ້າງ 12 ເດືອນໃນມູນຄ່າການກໍ່ສ້າງທັງໝົດ 9,9 ຕື້ກວ່າກີບ