ພະຍາດໄຂ້ເລືອດດຳ ( Anthrax ) ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍມີສາເຫດຈາກເຊື້ອແບັດທີເຣຍຊື່ວ່າ: Bacillus anthracis ສັດທີ່ເປັນພະຍາດນີ້ ສ່ວນຫຼາຍເກີດຈາກການຫາຍໃຈເອົາສະປໍຂອງເຊື້ອທີ່ປົນເປື້ອນຢູ່ໃນດິນ ຫຼື ຫຍ້າ ເຂົ້າສູ່ຮ່າງກາຍ ຫຼື ຈາກການກິນນ້ຳ ແລະ ອາຫານທີ່ມີເຊື້ອປະປົນເຂົ້າໄປ ເມື່ອເຊື້ອເຂົ້າໂຕສັດຈະເພີ່ມຈຳນວນຫຼາຍຂຶ້ນ ພ້ອມສ້າງສານພິດເຮັດໃຫ້ສັດບໍ່ສະບາຍ ແລະ ຕາຍໃນທີ່ສຸດ.
▶ການຕິດຕໍ່: ການກິນຊີ້ນສັດ ຫຼື ຜະລິດຕະພັນທີ່ມີເຊື້ອ, ການສໍາຜັດສັດທີ່ບໍ່ສະບາຍ ຫຼື ຕາຍຜິດປົກກະຕິ, ຕິດຈາກການຫາຍໃຈເອົາຝຸ່ນດິນທີ່ມີສະປໍເຊື້ອເຂົ້າໄປ ແລະ ເກີດຈາກສັດທີ່ເປັນພາຫະຫຼັກຄື: ຄວາມ, ງົວ, ແບ້, ແກະ. ໄລຍະຟັກຕົວຂອງພະຍາດ 1 – 5 ວັນ ຫຼື ອາດດົນເຖິງ 60 ວັນ, ຜູ້ທີ່ຕິດເຊື້ອພະຍາດນີ້ຈະມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ, ມີບາດຄືຖືກໄຟຈາກກອກຢາສູບຈີ້, ຫາຍໃຈຍາກ, ແໜ້ນໜ້າເອິກ…
▶ການປ້ອງກັນພະຍາດໄຂ້ເລືອດດໍາໃຫ້ປະຕິບັດດັ່ງນີ້:
– ຫຼີກລ່ຽງການສໍາຜັດ ຫຼື ຄົວ ງົວ, ຄວາຍ, ແບ້, ແກະ ທີ່ຕາຍໂດຍບໍ່ຮູ້ສາເຫດຢ່າງເດັດຂາດ ເພາະຈະເປັນສາເຫດເຮັດໃຫ້ເຊື້ອພະຍາດສາມາດຕິດຕໍ່ສູ່ຄົນ ແລະ ມີການແຜ່ລະບາດອອກເປັນວົງກວ້າງ ຕ້ອງໄດ້ທໍາລາຍຖິ້ມດ້ວຍການຈູດຢ່າງດຽວຈຶ່ງສາມາດທໍາລາຍເຊື້ອພະຍາດນີ້ໄດ້.
– ລ້າງມື, ອາບນໍ້າ ຫຼັງສໍາຜັດສັດ, ເລືອກກິນຊີ້ນສັດທີ່ໄດ້ຮັບຮອງອາຫານປອດໄພ
– ເຈົ້າຂອງສັດຕ້ອງເອົາໃຈໃສ່ກັກຂັງສັດລ້ຽງຂອງຕົນເພື່ອຕິດຕາມອາການ, ຖ້າພົບສັດມີການເຫງົາຊຶມ, ບໍ່ກິນອາຫານ, ຂາໄຄ່, ຍື່ງທ້ອງໃຫ້ຟ້າວແຍກສັດດັ່ງກ່າວອອກຈາກຝູງ ແລ້ວທໍາການປິ່ນປົວດ້ວຍຢາລົດ ໄຂ້, ແກ້ປວດ ອັດຕານໍາໃຊ້ 1 ຊີຊີ ຕໍ່ 20 ກິໂລສັດ, ຢາຕ້ານເຊື້ອ ( ເພັນສະເຕຣັບ ) 1 ຊີຊີ, ຕໍ່ 20 ກິໂລສັດ ສັກເຂົ້າກ້າມຊີ້ນສັດ, ສັກຕິດຕໍ່ກັນ 3 ຫາ 5 ວັນ.
– ຈົ່ງໄດ້ເອົາໃຈໃສ່ຕິດຕາມ ເຝົ້າລະວັງພະຍາດຢ່າງໃກ້ຊິດ, ຖ້າຫາກພົບເຫັນປາກົດການຂອງພະຍາດດັ່ງກ່າວເກີດຂຶ້ນຈົ່ງຮີບຮ້ອນປະສານກັບສັດຕະວະແພດບ້ານ ເພື່ອລາຍງານຂັ້ນເທິງ.
ປັດຈຸບັນພົບການລະບາດຂອງພະຍາດຢູ່ທາງພາກໃຕ້ຂອງປະເທດເຮົາ ແລະ ມີການຕິດເຊື້ອມາສູ່ຄົນ, ດັ່ງນັ້ນການປ້ອງກັນໃນເລື່ອງສຸຂະນາໄມເບື້ອງຕົ້ນ ຈຶ່ງເປັນສິ່ງສຳຄັນ ເພື່ອປ້ອງກັນ ແລະ ຢັບຢັ້ງການລະບາດຂອງພະຍາດໃຫ້ໝົດໄປ.
ຂໍ້ມູນຈາກ: Dr XaYang